ເປັນຫຍັງເຮົາຈຶ່ງສາມາດຟັງເພງຊ້ຳໄປຊ້ຳມາ “ແບບບໍ່ເບື່ອ” ໄດ້ຕະຫຼອດ


ເຄີຍເປັນບໍ່? ເວລາທີ່ເຮົາພົບເພງທີ່ມັກທີ່ຖືກໃຈ ເຮົາສາມາດຟັງເພງນັ້ນໄດ້ເລື້ອຍໆແບບບໍ່ເບື່ອ ບາງເທື່ອກໍຟັງແຕ່ເພງນັ້ນເພງດຽວໝົດມື້ ເຖິງແມ່ນວ່າບໍ່ໄດ້ຟັງ ຈັງຫວະເພງນັ້ນກໍຕິດຢູ່ໃນຫົວຕະຫຼອດ, ມື້ນີ້ເຮົາຈະມາພາທຸກຄົນມາອ່ານຄຳອະທິບາຍເຫດການດັ່ງກ່າວດ້ວຍຫຼັກວິທະຍາສາດວ່າຄວາມຈິງແລ້ວມັນເປັນຍ້ອນຫຍັງກັນແທ້.

ຈາກການວິໄຈ Psychology of Music ມະຫາວິທະຍາໄລມິຊິແກນ ທີ່ມີກຸ່ມປະຊາກອນຕົວຢ່າງ 204 ຄົນ ສຶກສາກ່ຽວກັບການຟັງເພງທີ່ມັກ ຈາກ 10 ແນວເພງ ປາກົດວ່າ “ປັອບ” ແລະ “ຣັອກ” ເປັນແນວເພງທີ່ຄົນມັກຫຼາຍທີ່ສຸດ ເຊິ່ງສາເຫດມາຈາກ “ຈັງຫວະດົນຕີ ຫຼື ທຳນອງເພງ” ທີ່ຕິດຫູນັ້ນເອງ. 86% ບອກວ່າຟັງເພງທີ່ມັກຊ້ຳທຸກມື້, ໃນນັ້ນ 43% ບອກວ່າຟັງຫຼາຍກວ່າ 3 ຮອບຕໍ່ມື້ ແລະ 60% ບອກວ່າ ຖ້າຟັງໄປເລື້ອຍໆແລ້ວຈະຢຸດບໍ່ໄດ້ເລີຍ.

ນອກຈາກຈັງຫວະດົນຕີທີ່ຖືກໃຈແລ້ວ ເພງບາງເພງກໍໃຫ້ “ຄວາມຮູ້ສຶກຮ່ວມ” ແບບສະເພາະເຈາະຈົງເຖິງ ຄວາມຊົງຈຳ ຫຼື ປະສົບການບາງຢ່າງຂອງເຮົາກັບມາ ບາງຄົນຟັງແລ້ວສາມາດເຮັດໃຫ້ເຂົາເຈົ້າຮູ້ສຶກມີຄວາມສຸກ, ຄວາມເສົ້າ, ຊຶ້ງ… ຍ້ອນວ່າປະສົບການທີ່ຜ່ານມາເຮັດໃຫ້ເກີດຄວາມຮູ້ສຶກຮ່ວມ ຫຼື ທີ່ເຮົາເອີ້ນກັນວ່າ “ອິນ” ນັ້ນເອງ.

“ການຟັງເພງຊ້ຳໆ ເຮັດໃຫ້ເຮົາຈິນຕະນາການ ແລະ ໃສ່ຄວາມຮູ້ສຶກກັບມັນ ເຮັດໃຫ້ເຮົາຄາດເດົາເນື້ອເພງໄດ້…ການຟັງເພງເຫຼົ່ານັ້ນ ຄືກັບເປັນສິ່ງທີ່ເຊື່ອມເຮົາກັບປະສົບການ ເຮັດໃຫ້ເຮົາມີຄວາມຮູ້ສຶກຮ່ວມກັບເພງນັ້ນຫຼາຍຂຶ້ນ” ອາຈານ Elizabeth Margulis ຜູ້ຂຽນໜັງສື The recent On Repeat: How Music Plays the Mind ກ່າວ.

ນອກຈາກນັ້ນ ການທີ່ເພງ “ມີທຳນອງ-ເນື້ອເພງທີ່ງ່າຍ” ກໍມີສ່ວນຊ່ວຍໃນການເຮັດໃຫ້ມັນຕິດຫູຫຼາຍຂຶ້ນຈົນຕ້ອງຟັງຊ້ຳໆ. ຍົກຕົວຢ່າງ Luara Taylor ຄົນທີ່ແຕ່ງເພງ “Despacito” ອະດີດເພງທີ່ຍອດວິວສູງທີ່ສຸດໃນໂລກ (ກ່ອນຈະຖືກເພງ Baby Shark ແຊງໄປເມື່ອບໍ່ດົນມານີ້) ບອກວ່າ ມັນເປັນເພງທີ່ຈັງຫວະດົນຕີງ່າຍໆຕໍ່ການຟັງ ແລະ ງ່າຍຕໍ່ການຮ້ອງຕາມ ເຖິງວ່າເຮົາອາດຈະຮ້ອງບໍ່ໄດ້ກໍຕາມ (ຍ້ອນວ່າມັນເປັນພາສາສະເປນ)

ການເສບຕິດການຟັງເພງເພງດຽວຊ້ຳໆ ອາດຈະເຮັດໃຫ້ເຮົາມີອາການທີ່ເອີ້ນວ່າ: Musical Paralysis ເຊິ່ງເປັນອາການເສບຕິດເພງໃດເພງໜຶ່ງຫຼາຍຈົນບໍ່ຕ້ອງການຫາເພງໃໝ່ໆ ເຮັດໃຫ້ເຮົາຢາກຟັງແຕ່ເພງເກົ່າເປັນເວລາດົນໆ. ຂໍ້ເສຍຂອງອາການນີ້ມີພຽງແຕ່ອາດຈະເຮັດໃຫ້ເຮົາເສຍໂອກາດໄດ້ຟັງເພງໃໝ່ໆມ່ວນໆໄປຫຼາຍເພງ ຊິ່ງອາດຈະບໍ່ໄດ້ເອີ້ນວ່າຂໍ້ເສຍເລີຍ ເພາະໃນຂະນະທີ່ເຮົາຍັງພໍໃຈກັບເພງທີ່ເຮົາຟັງຢູ່ ນັ້ນກໍພຽງພໍແລ້ວ.

ມັນບໍ່ແມ່ນເລື່ອງແປກເລີຍ ຖ້າເຮົາຈະມັກເຮັດສິ່ງໃດສິ່ງໜຶ່ງຊ້ຳໆ ເພາະວ່າມັນມີຜົນຕໍ່ຄວາມຮູ້ສຶກຂອງເຮົາ ການຟັງເພງເອງກໍເຊັ່ນກັນ ມັນສາມາດເຊື່ອມຈິດໃຈຂອງເຮົາ, ປຸກຄວາມຊົງຈຳ ແລະ ອາລົມໃຫ້ຕື່ນຂຶ້ນ ເຮົາມັກຈະໃສ່ເລື່ອງລາວເຫດການລົງໄປໃນຂະນະທີ່ຟັງ ຄ້າຍຄືກັບເຮົາກຳລັງຂຽນນິຍາຍເລື່ອງໜຶ່ງ, ​ບາງເທື່ອການໄດ້ຟັງເພງທີ່ມັກຊ້ຳໆ ກໍເຮັດໃຫ້ເຮົາອາລົມດີໄປໝົດມື້ເລີຍກໍມີ.

ຮຽບຮຽງໂດຍ: MUSUBi

ຂອບໃຈຂໍ້ມູນຈາກ: