ເປັນຫຍັງ ຜູ້ຮັກສາປະຕູບານເຕະບາງຄົນ ຈະດື່ມນໍ້າທຸກຄັ້ງເມື່ອຮັກສາປະຕູບໍ່ໄດ້?


ຜູ້ຮັກສາປະຕູ ອາດຈະເປັນຕໍາແໜ່ງນັກກິລາບານເຕະ ທີ່ມີຄ່າຈ້າງໜ້ອຍທີ່ສຸດຫາກທຽບໃສ່ຕໍາແໜ່ງອື່ນໆ ແຕ່ວ່າຄວາມຮັບຜິດຊອບຂອງພວກເຂົານັ້ນຫຼາຍເຫຼືອເກີນ. ນອກຈາກຈະມີໜ້າທີປົກປ້ອງບໍ່ໃຫ້ບານເຂົ້າປະຕູແລ້ວ ຜູ້ຮັກສາປະຕູນັ້ນມີບາງຢ່າງທີ່ເລິກເຊິ່ງກວ່ານັ້ນ ເພາະພວກເຂົາຖືວ່າເປັນຕໍາແໜ່ງທີ່ຜິດພາດບໍ່ໄດ້ ແລະ ຍັງເປັນຄົນທີ່ຕ້ອງສື່ສານກັບໝູ່ໃນທີມຕະຫຼອດເວລາ, ລວມທັງຕ້ອງມີຈິດໃຈທີ່ເຂັ້ມແຂງ ກ້າຫານ ເພື່ອໃຫ້ໝູ່ເພື່ອນເຊື່ອໃຈ.

ສ່ວນເວລາທີ່ຮັກສາປະຕູບໍ່ໄດ້ ຜູ້ຮັກສາປະຕູສ່ວນຫຼາຍພວກເຂົາຈະດື່ມນໍ້າ ແຟນບານບາງກຸ່ມອາດຈະສົງໄສວ່າດື່ມນໍ້າໄປເພື່ອລົບຄວາມອາຍ ແຕ່ທີ່ຈິງແລ້ວການທີ່ພວກເຂົາດື່ມນໍ້າໃນເວລາທີ່ຮັກສາປະຕູບໍ່ໄດ້ນັ້ນ ກໍດື່ມເພື່ອແກ້ອາການຄຽດ, ເຮັດໃຫ້ມີສະຕິຂຶ້ນ, ເປັນປະຕິກິລິຍາທີ່ນັກຮັບປະຕູບໍ່ຮູ້ຕົວ ບາງຄົນຈັບເອົາຕຸກນໍ້າດື່ມຈົນໝົດຕຸກເລີຍກໍມີ.

ການທີ່ດື່ມນໍ້າກໍເປັນການດີເຊັ່ນກັນ ເພາະນໍ້າເຮັດໃຫ້ມີຄວາມຊຸ່ມຊື່ນ ອີກທັງຍັງເປັນສິ່ງສໍາຄັນ ແລະ ຈໍາເປັນສໍາລັບອະໄວຍະວະໃນຮ່າງກາຍ. ເວລາທີ່ຄໍແຫ້ງ ຫຼື ຂາດນ້ຳຈະສົ່ງຜົນຕໍ່ສະພາບທາງຈິດ, ໃຈຮ້າຍງ່າຍ ແລະ ຂາດສະມາທິໂດຍບໍ່ຮູ້ຕົວ.

ສ່ວນກໍລະນີຜູ້ຮັກສາປະຕູ ກໍເຂົ້າກັບການດື່ມນ້ຳ ເຖິງຈະເປັນຕຳແໜ່ງທີ່ບໍ່ຄ່ອຍໄດ້ແລ່ນ ແຕ່ກໍຕ້ອງໄດ້ໃຊ້ສະມາທິຕະຫຼອດທັງເກມ ແລະ ຕ້ອງໄດ້ເຄື່ອນໄຫວແຂນ, ຂາ ພ້ອມ. ນອກນີ້ ຍັງຕ້ອງອອກແຮງຮັກສາປະຕູ ເຊິ່ງແນ່ນອນພວກເຂົາຕ້ອງຂາດນ້ຳ ແລະ ຄໍແຫ້ງໃນລະດັບໜຶ່ງ.

ນອກຈາກນີ້ ການທີ່ຜູ້ຮັກສາປະຕູດື່ມນ້ຳ ຍັງຊ່ວຍໃຫ້ຜູ້ຮັກສາປະຕູຄົນອື່ນໆ ໄດ້ໂຟກັສ ແລະ ທົບທວນໂຕເອງໃນໄລຍະເວລາໜຶ່ງ ເພາະການດື່ມນ້ຳ ອາດເປັນການຫຼົບຫຼີກຈາກສາຍຕາຈາກແຟນບານ ທີ່ກໍາລັງແນມມາຫາ ແລະ ພ້ອມທີ່ຈະສະແດງກິລິຍາທ່າທາງທີ່ບໍ່ພໍໃຈ ຫຼື ເສຍໃຈ.

ໃນການດື່ມນ້ຳຍັງຊ່ວຍໃຫ້ນັກເຕະ ລົດຜ່ອນອາການອາຍໆໃນເວລາດຽວກັນ ຫຼື ເອີ້ນງ່າຍໆວ່າ: ໃຈບໍ່ຢູ່ກັບຕົວ, ເພາະຈະເປັນທີ່ຈັບຕາທີ່ສຸດໃນເວລາທີ່ຮັກສາປະຕູບໍ່ໄດ້ ແຟນບານຈຶ່ງຄຸ້ນກັບພາບທີ່ຜູ້ຮັກສາປະຕູຈັບເອົານ້ຳມາດື່ມ.

ຂອບໃຈຂໍ້ມູນຈາກ:

เก็บทรงไม่อยู่ : ทำไมเวลาผู้รักษาประตูทำพลาดมักแก้เขินด้วยการดื่มน้ำ ? | Main Stand – YouTube