ຢູໂຣບອະນຸມັດແລ້ວ ອະນຸຍາດໃຫ້ໃຊ້ “ຫົວໃຈກົນຈັກ” ໃນມະນຸດເພື່ອໃຫ້ກຳເນີດ “ມະນຸດເຄິ່ງກົນຈັກ”


ໃນເດືອນທັນວາ 2020 ທາງສະຫະພາບຢູໂຣບ ໄດ້ອະນຸມັດໃຫ້ມີການຂາຍ ແລະ ປູກຖ່າຍ “ຫົວໃຈກົນຈັກ” ແບຣນ CARMAT ຄາດວ່ານີ້ອາດຈະເປັນຫົວໃຈກົນຈັກອັນທຳອິດຂອງໂລກ ທີ່ມີຈຸດປະສົງເພື່ອໃຊ້ແທນຫົວໃຈແທ້ແບບຖາວອນ.

ການສ້າງ ”ຫົວໃຈກົນຈັກ” ແລະ ໄດ້ຮັບການອະນຸຍາດໃຫ້ນຳໃຊ້ໄດ້ ຖືວ່າເປັນອີກບາດກ້າວສຳຄັນຂອງວົງການວິທະຍາສາດການແພດ ເພາະວ່າໃນແຕ່ລະມື້ ໂຣກຫົວໃຈເປັນໂຣກທີ່ເອົາຊີວິດຄົນໃນໂລກເປັນຈຳນວນຫຼາຍ ຫຼາຍກວ່າໂຣກມະເຮັງອີກ ທາງການແພດເອງກໍຕ້ອງການຫົວໃຈຫຼາຍຂຶ້ນ, ດັ່ງນັ້ນ ຫົວໃຈກົນຈັກຈຶ່ງເປັນຄວາມຫວັງຂອງຜູ້ປ່ວຍກວ່າ 10 ລ້ານຄົນ.

ຫົວໃຈກົນຈັກຂອງ CARMAT ອອກແບບມາໃຫ້ໂຕຄວບຄຸມມີຂະໜາດນ້ອຍແບບສອດໄວ້ຂ້າງໆໂຕໄດ້ໂດຍບໍ່ຕ້ອງຖື ແລະ ມີອາຍຸການໃຊ້ງານຢ່າງຕ່ຳ 5 ປີ ເຊິ່ງແນ່ນອນວ່າຜູ້ທີ່ປ່ວຍເປັນໂຣກຫົວໃຈ ແລະ ມີອາຍຸເຫຼືອບໍ່ຫຼາຍ ການຍືດອາຍຸອອກໄປ 5 ປີ ຖືວ່າເປັນເວລາທີ່ມີຄຸນຄ່າຫຼາຍ.

ສ່ວນເລື່ອງລາຄາຂອງຫົວໃຈກົນຈັກນີ້ ລາຄາຂັ້ນຕ່ຳ 1 ແສນ ໂດລາສະຫະລັດ ເຖິງ 3 ແສນ ໂດລາສະຫະລັດ ຖືວ່າເປັນເມັດເງິນຈຳນວນບໍ່ໜ້ອຍເລີຍທີ່ຈະໃຊ້ໃນການຜ່າຕັດປ່ຽນຫົວໃຈກົນຈັກ. ໃນອະນາຄົດເຮົາອາດຈະໄດ້ເຫັນຄວາມກ້າວໜ້າທາງການແພດກ່ຽວກັບຫົວໃຈກົນຈັກທີ່ຫຼາຍຄົນສາມາດເຂົ້າເຖິງໄດ້ຫຼາຍກວ່ານີ້ກໍເປັນໄດ້.

ທີ່ມາ:

https://www.iflscience.com/health-and-medicine/eu-approves-sales-of-first-total-artificial-heart/?fbclid=IwAR1pO3HVOvMWGSL3zlG4HJH7AFHltEV7ilBHlx8EdHBzglvBjXGN8XV_QJg