ເຫດຜົນທີ່ຈັດງານແຫ່ໜັງສືຜູກໃບລານຂຶ້ນທຸກໆປີ ທີ່ບ້ານໜອງລໍາຈັນ ເມືອງຈໍາພອນ ແຂວງສະຫວັນນະເຂດ


ຍ້ອນຄວາມເຊື່ອຂອງປະຊາຊົນທີ່ມີຕໍ່ໜັງສືຜູກໃບລານ ຈຶ່ງຈັດງານແຫ່ໜັງສືຜູກໃບລານຂຶ້ນ

ໜັງສືຜູກໃບລານນີ້ເປັນຂອງຄໍ້າຂອງຄູນ, ເປັນມູນມໍລະດົກ, ເປັນສິ່ງສັກສິດ ແລະ ສັກກາລະບູຊາ ບໍ່ສະເພາະແຕ່ພຣະສົງຕະຫຼອດຮອດຊາວບ້ານເອງ ເຂົາເຈົ້າກໍມີຄວາມນັບຖືໜັງສືຜູກໃບລານຢ່າງຍິ່ງ, ບາງທ້ອງຖິ່ນ, ບາງບ້ານຍັງຫ້າມຜູ້ຍິງ ແລະ ເດັກນ້ອຍຈັບບາຍເດັດຂາດ. ການມ້ຽນກໍເອົາໄວ້ທີ່ສູງເຊັ່ນ: ເທິງຫິ້ງຮ້ານເປັນຕົ້ນ.

ໃນເມື່ອກ່ອນແມ່ນມີການເອົາໜັງສືຜູກໃບລານມາເຊັດຖູ, ຈັບບາຍ, ທ້ອນມັດ, ຈັດຜູກ ໂດຍແມ່ນຊາວບ້ານ, ເຖົ້າແກ່ແນວໂຮມ, ທັງຍິງ ແລະ ຊາຍ ເຂົ້າຮ່ວມໃນການອະນາໄມໜັງສືຜູກໃບລານແຕ່ລະຄັ້ງ. ສະນັ້ນ ເພື່ອເປັນການນ້ອມຄາລະວະຂໍຂະມາໂທດບໍ່ໃຫ້ເປັນບາບເປັນກໍາ ຕໍ່ການທີ່ໄດ້ມາລ່ວງເກີນຈັບບາຍ ປະຊາຊົນເຊື່ອວ່າຖ້າເຮັດງານປະເພນີແຫ່ໜັງສືຜູກໃບລານຈະເຮັດໃຫ້ບໍ່ມີບາບກໍາ.

ຫຼັງຈາກນັ້ນ ພາກສ່ວນທີ່ກ່ຽວຂ້ອງຈຶ່ງຈັດໃຫ້ມີພິທີຄາລະວະທໍາຂຶ້ນ ກາຍເປັນປະເພນີທີ່ຊາວບ້ານໜອງລໍາຈັນມີຄວາມສັດທາ ແລະ ເຫຼື້ອມໃສເປັນທີ່ສຸດ. ຖ້າຫາກບໍ່ມີງານປະເພນີດັ່ງກ່າວນີ້ແລ້ວ ປະຊາຊົນຈະຮູ້ສຶກວ່າ ມີຄວາມນ້ອຍເນື້ອຕໍ່າໃຈ, ບໍ່ຄັກບໍ່ແນ່ໃນຈິດໃຈ ຢ້ານເປັນບາບເປັນກໍາໃນອະນາຄົດຂ້າງໜ້າ.

ຄວາມເຊື່ອບົ່ງບອກໄດ້ຫຼາຍຢ່າງເຊັ່ນ: ການເຮັດງານປະເພນີແຫ່ໜັງສືຜູກໃບລານເຊື່ອວ່າເປັນການຂໍຂະມາໂທດ ບໍ່ໃຫ້ມີບາບກໍາ ຕໍ່ການໄດ້ລ່ວງລະເມີດໃນການຈັບບາຍໜັງສືຜູກໃບລານ ຈຶ່ງເຮັດງານປະເພນີເພື່ອເປັນການສະແດງຄວາມຮູ້ບຸນຄຸນທີ່ມີຕໍ່ໜັງສືຜູກໃບລານ ແລະ ເຈົ້າອາວາດວັດແຕ່ເກົ່າທີ່ເພິ່ນໄດ້ນໍາໜັງສືຜູກໃບລານມາເຜີຍແຜ່ໄວ້.

ນອກຈາກນີ້ ຍັງຊ່ວຍໃຫ້ຜູ້ທີ່ສ້າງວັດ, ສ້າງຫໍໄຕ ແລະ ນໍາໜັງສືຜູກໃບລານມາເຜີຍແຜ່ ໄດ້ຮັບບຸນທີ່ພຣະສົງລວມທັງປະຊາຊົນໄດ້ເຮັດໃຫ້ໃນມື້ງານ, ຍັງເປັນການສ້າງສີສັນ ບໍ່ໃຫ້ວັດວາອາຮາມໂສກເສົ້າ, ສ້າງຄວາມເຂັ້ມແຂງໃຫ້ປະຊາຊົນທີ່ເຊື່ອຖືເຈົ້າອາວາດເກົ່າ.

ນອກຈາກນີ້ ຍັງມີຄວາມເຊື່ອຖືກັນວ່າບຸກຄົນໃດຈະເຂົ້າໃນວັດຫໍໄຕນີ້ແມ່ນຕ້ອງໄດ້ປົດເກີບເສຍກ່ອນ ລວມທັງງານປະເພນີແຫ່ໜັງສືຜູກໃບລານນຳອີກດ້ວຍ. ເພາະມີຕໍານານທີ່ເລົ່າຂານກັນວ່າ ວັດແຫ່ງນີ້ມີມົນຄາຖາ ທີ່ “ຍາຄູໂກກ” ໄດ້ສວດມົນຈົນອ້ອມວັດ ເພື່ອເປັນເຄົາລົບນັບຖືຈຶ່ງບໍ່ຈໍາເປັນຕ້ອງໃສ່ເກີບ ແລະ ຄວາມເຊື່ອນີ້ຍັງເປັນເຫດກໍ່ໃຫ້ມີຄວາມສາມັກປອງດອງກັນ, ເຫັນໄດ້ວ່າທຸກໆພາກສ່ວນຊ່ວຍເຫຼືອກັນແບ່ງໜ້າທີ່ຢ່າງເປັນລະບຽບ ຈຶ່ງເຊື່ອວ່າການເຮັດງານປະເພນີແມ່ນການເຮັດໃຫ້ຄົນມີຄວາມເຂົ້າໃຈກັນ ມີຫົວໃຈທີ່ສັດທາຕໍ່ພະພຸດທະເຈົ້າ ເພາະມັນຈະສົ່ງຜົນໃຫ້ປະຊາຊົນຢູ່ດີມີແຮງສຸກທັງກາຍສະບາຍທັງໃຈ.

ມີຄວາມເຊື່ອກ່ຽວກັບມື້ຈັດງານຄືເດືອນ 4 ເພັງຂອງທຸກໆປີ, ປະຊາຊົນມີຄວາມເຊື່ອໃນການຈັດງານໃນມື້ນີ້ກໍເພາະວ່າເດືອນນີ້ເໝາະແກ່ການສ້າງບຸນທີ່ກ່ຽວກັບການແຫ່ເຊັ່ນ: ແຫ່ບຸນພະເຫວດ ເພາະວ່າຈັດໃນເດືອນນີ້ເຊື່ອວ່າຈະນໍາພາໃຫ້ຈະເລີນຮຸ່ງເຮືອງໃນໜ້າທີ່ການງານ ແລະ ສຸກກາຍສະບາຍທັງໃຈ.

ທີ່ສໍາຄັນໄປກວ່ານັ້ນ ທີ່ຈັດງານຂຶ້ນກໍເພາະຢາກຈະກະຕຸ້ນເສດຖະກິດການທ່ອງທ່ຽວຂອງບ້ານເມືອງໄວ້ ໃຫ້ລູກຫຼານຮຸ່ນຫຼັງສືບທອດຕໍ່ໄປ ພ້ອມທັງເປັນການສົ່ງເສີມໃຫ້ໄວໜຸ່ມເຍົາວະຊົນຫັນມາສົນໃຈຮີດຄອງປະເພນີແຕ່ສະໄໝກ່ອນ ທັງນີ້ກໍເພື່ອໃຫ້ໄດ້ຮູ້ເຖິງຄວາມໝາຍຄວາມສໍາຄັນຂອງໜັງສືຜູກໃບລານ, ພິເສດໄປກວ່ານັ້ນກໍເພື່ອເປັນການສ້າງສາຄວາມຄວາມສາມັກຄີຂອງທຸກຄົນ ສົ່ງຄວາມຮັກແພງກັນໄວ້ໃຫ້ເປັນປຶກແຜ່ນດຽວກັນພາຍໃນບ້ານ ຫຼື ບ້ານໃກ້ຄຽງກັນ.

ເມື່ອໃຜທີ່ໄດ້ໄປທ່ຽວຊົມງານແຫ່ໜັງສືຜູກໃບລານແລ້ວ ຮັບຮອງວ່າຈະບໍ່ຜິດຫວັງແນ່ນອນ ເພາະມີຄວາມແຕກຕ່າງທີ່ລົງໂຕ ບໍ່ວ່າຈະເປັນການປະກອບສິ່ງຂອງຕ່າງໆ ລ້ວນແລ້ວແຕ່ຄົນໃນບ້ານພາກັນລົງມືເຮັດເອງ, ການປະດັບປະດາພາຍໃນງານກໍເປັນການຊ່ວຍເຫຼືອສາມັກຄີປອງດອງກັນ, ສ່ວນສີລະປະການຟ້ອນແມ່ນປະກອບໄປດ້ວຍ ພໍ່ແມ່ປະຊາຊົນ, ຜູ້ອາວຸໂສ, ນ້ອງໆນັກຮຽນ, ເຊິ່ງສະແດງໃຫ້ຮູ້ເຖິງຄວາມສາມັກຄີ ຮັກແພງກັນ ເມື່ອເຫັນແລ້ວເຮັດໃຫ້ອອນຊອນໃນການຮັກສາວັດທະນະທໍາອັນດີງາມໄວ້.

ນອກຈາກນີ້ ຍັງເປັນການອະນຸລັກຈ່າກູດ ລັກສະນະຄ້າຍກັບກວຽນ ແຕ່ໃຫຍ່ກວ່າ ພ້ອມທັງແບກສິ່ງຂອງໜັກໄດ້ດີ ແລະ ກໍຍັງມີອາຍຸຫຼາຍປີຕັ້ງແຕ່ສ້າງຫໍໄຕ ທີ່ເພິ່ນຮັກສາໄວ້ຈົນຮອດທຸກມື້ນີ້. ແຕ່ລະປີເພິ່ນກໍຈະເອົາຈ່າກູດນີ້ປະກອບສ່ວນເຂົ້າໃນງານ ຄືເອົາເປັນພາຫະນະໃສ່ໜັງສືຜູກໃບລານ ແລ້ວແຫ່ອ້ອມວັດ, ເຊິ່ງປາກົດໃຫ້ເຫັນເລີຍວ່າ ໃນງານຍັງຄົງອະນຸລັກຂອງເກົ່າແກ່ໄວ້ ໃຫ້ລູກຫຼານໄດ້ສຶກສາຮໍ່າຮຽນ ແລະ ໄດ້ຮູ້ໄດ້ເຫັນເຖິງຄຸນຄ່າຂອງມັນ.

ຮຽບຮຽງໂດຍ: ແມວ ManU

ຂອບໃຈຮູບພາບຈາກ:

Sithon Nantharath (facebook.com)