ສັບພະຄຸນ ຂອງມັນດ້າງຊ່ວຍໃຫ້ອາຍຸຍືນ ໃບຂອງມັນກໍຊ່ວຍປິ່ນປົວຝີໄດ້

ສັບພະຄຸນ

ສັບພະຄຸນຂອງໝາກໄມ້ທຸກຊະນິດ ລ້ວນແຕ່ມີປະໂຫຍດຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາ ທີ່ແຕກຕ່າງກັນອອກໄປ ບໍ່ພຽງແຕ່ຫອມຫວານ ຫຼື ແຊບເທົ່ານັ້ນ ມັນຊ່ວຍໃຫ້ຮ່າງກາຍຈະເລີນເຕີບໂຕ ເຊິ່ງອຸດົມສົມບູນໄປດ້ວຍໂປຣຕີນ ແລະ ວິຕາມິນ. ມັນດ້າງ ກໍເຊັ່ນດຽວກັນ ມີສັບພະຄຸນກິນແລ້ວດີຕໍ່ສຸຂະພາບ ສາມາດຊ່ວຍໃຫ້ຄົນເຮົາອາຍຸຍືນ ເປັນເຄັດລັບຂອງຄົນຍີ່ປຸ່ນ ເພາະເຕັມໄປດ້ວຍແຫຼ່ງອາຫານທີ່ສຳຄັນ ເຊັ່ນ: ວິຕາມິນຊີ, ແຄລຊຽມ, ໂພແທສຊຽມ ແລະ ອື່ນໆອີກຫຼາຍ.

ມັນດ້າງທຸກຊະນິດ ສາມາດຊ່ວຍເລື່ອງພາວະຂາດວິຕາມິນເອ, ຊ່ວຍບຳລຸງສາຍຕາ ແລະ ຜິວພັນ ເສີມສ້າງລະບົບພູມຕ້ານທານ, ຊ່ວຍປ້ອງກັນການເຈັບປ່ວຍດ້ວຍໂຣກ ແລະ ອາການບາງຊະນິດ ຫາກຮ່າງກາຍຂາດວິຕາມິນເອ ອາກສ່ຽງພົບພາວະອາການເຈັບປ່ວຍທີ່ອັນຕະລາຍໄດ້. ມັນດ້າງອຸດົມສົມບູນໄປດ້ວຍສານເບຕາແຄໂຣທີນ ທີ່ຮ່າງກາຍຈະປ່ຽນເປັນວິຕາມິນເອ ໂດຍສະເພາະມັນດ້າງສີເຫຼືອງ ຫຼື ສີສົ້ມ ການກິນແມ່ນ 100 ກຣາມ ເຮັດໃຫ້ວິຕາມິນເອໃນປະລິມານທີ່ຄວນບໍລິໂພກຕໍ່ວັນຢ່າງພຽງພໍ.

ສັບພະຄຸນ

ນອກຈາກນີ້ ກໍຊ່ວຍປ້ອງກັນອາການຕຶງທ້ອງ, ຖ້າຫາກຄົນເປັນເບົາຫວານກິນຍິ່ງເປັນການດີ ເພາະຈະຊ່ວຍບຳລຸງໃຫ້ຮ່າງກາຍຕອບສະໜອງຕໍ່ອິນຊູລິນໄດ້ດີຂຶ້ນ.

ພ້ອມກັນນີ້ ຍັງຊ່ວຍໃນການປ້ອງກັນໂຣກມະເຮັງ ໃນມັນມີສານຕ້ານອະນຸມູນອິດສະຫຼະ ທີ່ເຊື່ອວ່າອາດຊ່ວຍຢຸດຢັ້ງການເກີດເຊລມະເຮັງໄດ້ ການບໍລິໂພກມັນອາດຊ່ວຍໃຫ້ຮ່າງກາຍປັບຮໍໂມນເພດ ລະດັບໄຂມັນໃນເລືອດ ແລະ ຊ່ວຍຕ້ານສານອະນຸມູນອິດສະຫຼະ ເຊິ່ງອາດເປັນສາເຫດຂອງມະເຮັງໄດ້.

ສັບພະຄຸນ

ຍັງບໍໝົດພຽງເທົ່ານີ້ ມັນຍັງຊ່ວຍປ້ອງກັນພາວະຕັບອັກເສບ ເຊິ່ງຕັບອັກເສບອາດເຮັດໃຫ້ເກີດອາການເຈັບປ່ວຍຕ່າງໆ ແລະ ຖ້າຫາກຕັບອັກເສບມີເຊື້ອຣາ ກໍອາດນຳໄປສູ່ພາວະທີ່ອັນຕະລາຍຕໍ່ຊີວິດໄດ້ ມັນປະກອບໄປດ້ວຍສານອາຫານຕ່າງໆ ທີ່ອາດເປັນປະໂຫຍດຕໍ່ຮ່າງກາຍ ຈຶ່ງມີການທົດລອງໃຫ້ດື່ມນ້ຳມັນດ້າງສີມ່ວງ ແລ້ວທົດສອບການອັກເສບຂອງຕັບ ດ້ວຍການກວດເລືອດພົບວ່າ ມັນຊ່ວຍລົດອາການຂອງພາວະຕັບອັກເສບໄດ້.

ຖ້າຈະເວົ້າເຖິງສັບພະຄຸນຂອງມັນແມ່ນຍັງບໍ່ໝົດ ຍັງມີໃບຂອງມັນທີ່ໃຊ້ປິ່ນປົວຝີໄດ້ ໂດຍການນຳໃບມາຕຳ ແລ້ວທາບໍລິເວນທີ່ເປັນຝີ ຫຼື ຈະຕຳປະສົມກັບເກືອກໍໄດ້ເຊັ່ນດຽວກັນ. ທີ່ສຳຄັນ “ຊາວໂອກິນາວາ” ປະເທດຍີ່ປຸ່ນ ທີ່ອາຍຸຍືນເກີນໜຶ່ງຮ້ອຍປີ ເຂົາກິນມັນຫຼາຍກວ່າອາຫານຊະນິດອື່ນໆ ເປັນເຄັດລັບອາຍຸຍືນຂອງເຂົາທຸກຄົນ ແລະ ຖ້າເວົ້າເຖິງຣົດຊາດ ກໍຕ້ອງແມ່ນມັນຍີ່ປຸ່ນທີ່ຄອງອັນດັບສູງສຸດ ວ່າດ້ວຍມັນທີ່ແຊບຫວານ ແລະ ຄົນລາວເຮົາ ກໍມັກນິຍົມກິນມັນຍີ່ປຸ່ນເຊັ່ນດຽວກັນກັບຫຼາຍໆປະເທດອີກດ້ວຍ.

ສັບພະຄຸນ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/