9 ມັງກອນ ວັນບັນລຸນິຕິພາວະ

9 ມັງກອນ ວັນບັນລຸນິຕິພາວະ

ຮູ້ບໍ່ ວ່າວັນຈັນຄັ້ງທີສອງຂອງປີ ຈະເປັນວັນບັນລຸນິຕິພາວະຂອງປະເທດຍີ່ປຸ່ນ ເຊິ່ງເປັນປີທີ່ໄວໜຸ່ມກ້າວເຂົ້າສູ່ 20 ປີ ໃນປີນີ້. ໄວໜຸ່ມທີ່ບັນລຸນິຕິພາວະຈະຖືໂອກາດນີ້ສະເຫຼີມສະຫຼອງ ແລະ ພົບປະໂອ້ລົມກັບໄວໜຸ່ມໃນເມືອງດຽວກັນ. ເປັນເວລາທີ່ຂ້ອນຂ້າງສຳຄັນກັບໄວໜຸ່ມ ເພາະດັ່ງທີ່ຮູ້ ປະເທດຍີ່ປຸ່ນມີກົດໝາຍທີ່ເຂັ້ມງວດ ໃນການຈຳກັດອາຍຸຂອງຜູ້ທີ່ຍັງບໍ່ບັນລຸນິຕິພາວະ.

ໃນມື້ດັ່ງກ່າວ ສຳນັກງານເມືອງຕ່າງໆ ຈະເຊີນໄວໜຸ່ມທີ່ມີອາຍຸຮອດ 20 ປີ ໃນປີນັ້ນໆ ເຂົ້າຮ່ວມພິທີບັນລຸນິຕິພາວະ ບໍ່ວ່າຈະເປັນຊາວຍີ່ປຸ່ນ ຫຼື ຊາວຕ່າງຊາດທີ່ກຳລັງສຶກສາຢູ່ຍີ່ປຸ່ນກໍຖືກເຊີນເຊັ່ນກັນ. ຫຼັງຈາກນັ້ນ ທາງສຳນັກງານເມືອງກໍຈະມີການກ່າວຄຳໂອວາດ, ມອບໃບປະກາດ ແລະ ຂອງຂວັນແກ່ຜູ້ເຂົ້າຮ່ວມພິທີ.

ໃນມື້ນັ້ນ ຜູ້ຍິງຈະແຕ່ງຕົວດ້ວຍຊຸດກິໂມໂນ ແບບ ຟູຣິໂຊເດະ ເປັນກິໂມໂນທີ່ເປັນທາງການທີ່ສຸດ ສຳລັບຜູ້ຍິງໂສດ ແລະ ບັນລຸນິຕິພາວະແລ້ວເທົ່ານັ້ນຈະໃສ່ໄດ້, ສ່ວນຜູ້ຊາຍຈະນຸ່ງ ຮາກາມະ ຫຼື ເສື້ອສູດແບບຕາເວັນຕົກ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/