ເມື່ອວັນທີ 17 ກຸມພາ 2021 ທີ່ຜ່ານມາ, ທິ່ພັດທະຄານ ເຊັນພິລາ ສະມາຄົມສົ່ງເສີມຜູ່ປະກອບກິດຈະການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ໄດ້ຈັດງານເປີດຕົວສະມາຄົມຂຶ້ນຢ່າງເປັນທາງການ.
ສະມາຄົມ LAOSME ສ້າງຕັ້ງຈາກການລວມໂຕຂອງບັນດາຜູ່ປະກອບກິດຈະການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ມາຈາກຫຼາຍຂະແໜງການ ແລະ ເປັນຜູ່ທີ່ມີອຸດົມການທີ່ຄືກັນ, ຮ່ວມມືກັນປັບປຸງ ຜັນຂະຫຍາຍໃຫ້ວິສາຫະກິດໃນປະເທດເຮົາ ເຕີບໃຫຍ່ຂຶ້ນເລື້ອຍໆ ແລະ ພັດທະນາໄປສູ່ຄວາມຄວາມຮຸ່ງເຮືອງສີວິໄລລະດັບພາກພື້ນ ແລະ ສາກົນ.
![](https://laox.la/wp-content/uploads/2021/02/MG_0505-2-edited-scaled-1-1024x576.jpg)
ສະມາຄົມ ໄດ້ກໍານົດແຜນໃນປີ 2021 ໂດຍເນັ້ນເຖິງການຂະຫຍາຍສະມາຊິກ ລວມເຖິງການຊ່ວຍເຫຼືອບັນດາຜູ່ປະກອບການ MSME ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງຈະຊ່ວຍໃຫ້ຜູ່ປະກອບການສາມາດເຂົ້າເຖິງແຫຼ່ງທຶນ ຍົກລະດັບຄວາມສາມາດຂອງທຸລະກິດພວກເຂົາ ໂດຍສະເພາະໃຫ້ຈ່າຍຄືນໜີ້ເງິນກູ້ໃຫ້ແກ່ຜູ່ປ່ອຍກູ້ໄດ້.
ກິດຈະກໍາໃນແຜນປະຈໍາປີ 2021 ມີດັ່ງຕໍ່ໄປນີ້:
- ສຸມໃສ່ການຮ່ວມມືນໍາສະມາຄົມການເງິນຈຸລະພາກ ແລະ ສະຖາບັນ ພັດທະນາຊັບພະຍາກອນມະນຸດ ລາວຢີ່ປຸ່ນ ເພື່ອຊ່ວຍບັນດາສະມາຊິກ ແລະ ຜູ່ປະກອບການ MSME ທີ່ໄດ້ຮັບຜົນກະທົບຈາກ ໂຄວິດ-19 ແລະ ຜົນກະທົບຈາກສະພາບເສດຖະກິດກໍາລັງຈະລົດໜ້ອຍຖອຍລົງ ທີ່ກໍາລັງຈະເກີດຂຶ້ນໃນປີ 2021.
- ຈັດລາຍການສໍາພາດ (ສຸດຍອດ LAOSME) ເພື່ອນໍາສະເໜີ ຜູ່ປະກອບກິດຈະການ MSME ທີ່ໂດດເດັ່ນໃນການຜ່ານຜ່າວິກິດການທີ່ເກີດຂຶ້ນໃນປີ 2020.
- ຈັດງານວາງສະແດງສິນຄ້າ LAOSME ປະຈໍາປີ 2021 ພ້ອມງານເວທີເສວະນາ LAOSME ເພື່ອແລກປ່ຽນບົດຮຽນເຮັດທຸລະກິດໃນປີ 2020 ແລະ ແຜນການຮັບມືສະພາບເສດຖະກິດໃນປີ 2021.
- ຈັດງານປະກວດ MSME innovation in New Normal ແລະ ມອບລາງວັນດີເດັ່ນ LAOSME ໃຫ້ແກ່ຜູ່ຊະນະປະກວດ ແລະ ສະມາຊິກ LAOSME ທີ່ຜົນງານພົ້ນເດັ່ນໃນປີ 2021.
![](https://laox.la/wp-content/uploads/2021/02/DSC03583-1024x683-1.jpg)
ນອກຈາກນີ້ ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມ ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ພ້ອມທັງ ທ່ານ ສົມພອນ ສີແສງລັດ ປະທານສະມາຄົມການເງິນຈຸລະພາກ, ລວມທັງ ທ່ານ ຮອງສາສະດາຈານ ປ.ອ ບຸນລ້ວນ ດ້ວງເງິນ ຜູ່ອໍານວຍການ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຢີ່ປຸ່ນ ໄດ້ກ່າວປະໂຫຍກທີ່ຄ້າຍຄືກັນວ່າ: ການເປີດໂຕ ສະມາຄົມສົ່ງເສີມຜູ່ປະກອບກິດຈະການ ວິສາຫະກິດ ຂະໜາດນ້ອຍ-ກາງ ໃນປະເທດລາວຖືວ່າເປັນບາດກ້າວໜຶ່ງທີ່ສໍາຄັນຢ່າງຍິ່ງ ພ້ອມທັງຍັງສອດຄ່ອງກັບຈຸດສຸມພັດທະນາຂອງລັດຖະບານ ເປັນທ່າແຮງໜຶ່ງໃນການຊຸກຍູ້ສົ່ງເສີມທຸລະກິດລາວ ໃຫ້ສາມາດແຂ່ງຂັນກັບຕະຫຼາດໄດ້ ພ້ອມທັງພັດທະນາຊັບພະຍາກອນມະນຸດໃຫ້ກ້າວໜ້າຂຶ້ນ ແລະ ດີໃຈຢ່າງສຸດຊຶ້ງທີ່ໄດ້ຮ່ວມງານກັບ LAOSME.
![](https://laox.la/wp-content/uploads/2021/02/MG_0437-2-1024x683-1.jpg)
ຂອບໃຈຂໍ້ມູນຈາກ: https://laosme.la/archives/1493