ລາຄາ Bitcoin ໄດ້ເພີ່ມຂຶ້ນຢູ່ເໜືອລະດັບ 28.500 ໂດລາອີກຄັ້ງ ທ່າມກາງຄວາມຄາດຫວັງຂອງບັນດານັກລົງທຶນ


ເມື່ອສອງສາມຊົ່ວໂມງທີ່ຜ່ານມາ Bitcoin ໄດ້ເພີ່ມຂຶ້ນເເຕະລະດັບ 28.500 ໂດລາອີກຄັ້ງ ທ່າມກາງຄວາມຄາດຫວັງຂອງບັນດານັກລົງທຶນ ເເລະ ນັກວິເຄາະຕະຫຼາດ, ຫຼັງຈາກມີຄວາມກັງວົນວ່າລາຄາຂອງ Bitcoin ຈະລົດລົງເພື່ອທົດສອບການເເນວຮັບຢູ່ທີ່ລະດັບ 25.000 ໂດລາ.

ຈາກກຣາຟຈະເຫັນໄດ້ວ່າ ນັບຕັ້ງແຕ່ເວລາທ່ຽງຄືນທີ່ຜ່ານມາ, ລາຄາ Bitcoin ໄດ້ເພີ່ມຂຶ້ນຈາກລະດັບຕໍ່າສຸດ 27.800 ໂດລາ ໄປເຖິງຈຸດສູງສຸດທີ່ 28.500 ໂດລາ ກ່ອນທີ່ຈະລົດລົງມາເລັກນ້ອຍ ເເລະ ລອຍຕົວເໜືອລະດັບ 28.000.

ໂດຍການເພີ່ມຂຶ້ນຂອງລາຄາ Bitcoin ໃນຄັ້ງນີ້ຍັງບໍ່ຮູ້ສາເຫດທີ່ເເນ່ຊັດວ່າ ເກີດຂຶ້ນເພາະຫຍັງ, ປັດຈຸບັນ Bitcoin ມີລາຄາຢູ່ທີ່ 28.300 ໂດລາ, ລົດລົງພຽງແຕ່ 0.93% ຈາກ 28.500 ໂດລາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/