ອິນເດຍຊຸກຍູ້ໃຫ້ສະກຸນເງິນຣູປີ (INR) ມີບົດບາດຫຼາຍຂຶ້ນໃນເວທີການຄ້າໂລກ


ທ່າມກາງຄວາມບໍ່ແນ່ນອນຂອງເສດຖະກິດໂລກໃນໄລຍະຜ່ານມາ ໄດ້ເຮັດໃຫ້ການຄ້າລະຫວ່າງປະເທດຜ່ານສະກຸນເງິນໂດລາສະຫະລັດເລີ່ມມີຄວາມຫຍຸ້ງຍາກຫຼາຍຂຶ້ນໃນຫຼາຍປະເທດ, ແຕ່ອິນເດຍເປັນປະເທດໜຶ່ງ ທີ່ສາມາດຫັນປ່ຽນວິກິດໃຫ້ເປັນໂອກາດ ໂດຍໄດ້ພະຍາຍາມຊຸກຍູ້ໃຫ້ສະກຸນເງິນທ້ອງຖິ່ນຂອງຕົນມີບົດບາດຫຼາຍຂຶ້ນໃນເວທີການຄ້າໂລກ ເພື່ອແກ້ໄຂບັນຫາການຂາດແຄນເງິນໂດລາສະຫະລັດ ແລະ ເພື່ອກະຕຸ້ນການສົ່ງອອກຂອງຕົນໄປຍັງປະເທດຄູ່ຄ້າໄດ້ຄ່ອງຕົວຫຼາຍຂຶ້ນ, ເຊິ່ງກ່ອນໜ້ານີ້ ອິນເດຍກໍໄດ້ດຳເນີນການຊໍາລະສະສາງລະຫວ່າງປະເທດເປັນສະກຸນເງິນຣູປີ (INR) ກັບປະເທດຣັດເຊຍມາແລ້ວ.

ອີງຕາມຂໍ້ມູນຫຼ້າສຸດໃນວັນທີ 01 ເມສາ 2023 ທີ່ຜ່ານມາ, ມາເລເຊຍ ແລະ ອິນເດຍ ກໍໄດ້ຕົກລົງປະກາດນໍາໃຊ້ສະກຸນເງິນຣູປີ (INR) ຮ່ວມກັນ ໂດຍເພີ່ມເຂົ້າເປັນໜຶ່ງໃນສະກຸນເງິນທີ່ນໍາໃຊ້ເພື່ອການຊໍາສະສະສາງການຄ້າລະຫວ່າງປະເທດຢ່າງເປັນທາງການ  ເຊິ່ງຖືໄດ້ວ່າເປັນບາດກ້າວໃໝ່ຂອງການຄ້າທັງສອງປະເທດ, ໂດຍກົນໄກນີ້ຈະຊ່ວຍອຳນວຍຄວາມສະດວກໃຫ້ຜູ້ນໍາເຂົ້າ-ສົ່ງອອກຂອງທັງສອງປະເທດ ສາມາດອອກໃບແຈ້ງເກັບໜີ້ທາງການຄ້າເປັນສະກຸນເງິນຣູປີ (INR) ທັງສາມາດກຳນົດລາຄາສິນຄ້າ ແລະ ການບໍລິການເປັນສະກຸນເງິນຣູປີ (INR) ໄດ້ ເຊິ່ງຈະຊ່ວຍລົດຜ່ອນຕົ້ນທຶນທາງດ້ານອັດຕາແລກປ່ຽນ ແລະ ລົດຜ່ອນການເພິ່ງພາສະກຸນເງິນໂດລາສະຫະລັດລົງ ເນື່ອງຈາກສາມາດຊື້-ຂາຍແລກປ່ຽນສິນຄ້າ ແລະ ການບໍລິການລະຫວ່າງປະເທດເປັນສະກຸນເງິນຣູປີ (INR) ໄດ້ໂດຍກົງ.

ມາຮອດປັດຈຸບັນ ອິນເດຍໄດ້ສຳເລັດການອະນຸຍາດໃຫ້ເປີດລະບົບບັນຊີຮອງຮັບການຊໍາລະສະສາງເປັນສະກຸນເງິນຣູປີ (INR) ກັບບັນດາທະນາຄານທຸລະກິດຕົວແທນ 18 ປະເທດແລ້ວ ເປັນຕົ້ນແມ່ນ: ຣັດເຊຍ,​ ສິງກະໂປ, ເຢຍລະມັນ, ມາເລເຊຍ, ມຽນມາ, ນິວຊີແລນ, ອັງກິດ ແລະ ອື່ນໆ.

ຜູ້ຊ່ຽວຊານທາງດ້ານເສດຖະສາດ ແລະ ການເງິນ ສ່ວນໃຫຍ່ຍັງໄດ້ໃຫ້ທັດສະນະວ່າ: ໃນຕໍ່ໜ້າ ພວກເຮົາອາດຈະໄດ້ເຫັນສະກຸນເງິນຣູປີອິນເດຍ (INR) ເປັນໜຶ່ງໃນບັນດາສະກຸນເງິນທີ່ຖືກນຳໃຊ້ເຂົ້າໃນຄັງສຳຮອງຂອງຫຼາຍປະເທດທົ່ວໂລກ.

                                ແປ ແລະ ຮຽບຮຽງໂດຍ: ຂິງເພັດ ວໍລະເດດ

ແຫຼ່ງຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/