ຝຣັ່ງກຽມແຈກຖົງຢາງອະນາໄມຟຣີໃຫ້ແກ່ຄົນອາຍຸຕໍ່າກວ່າ 25 ປີ ເພື່ອຫວັງລົດໂຣກຕິດຕໍ່ທາງເພດສຳພັນ ແລະ ການຖືພາແບບບໍ່ໄດ້ຕັ້ງໃຈ

ຝຣັ່ງກຽມແຈກ

ເມື່ອວັນທີ 9 ກັນຍາ 2022 ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ເອັມມານູເອລ ມາຄຣົງ ປະທານາທິບໍດີຂອງຝຣັ່ງ ໄດ້ປະກາດວ່າໄວໜຸ່ມໃນຝຣັ່ງກຽມຮັບຖົງຢາງອະນາໄມໄດ້ຟຣີຕັ້ງແຕ່ຕົ້ນປີ 2023 ເປັນຕົ້ນໄປ ເພື່ອລົດຄວາມສ່ຽງຈາກໂຣກຕິດຕໍ່ທາງເພດສຳພັນ ລວມເຖິງການຖືພາແບບບໍ່ໄດ້ຕັ້ງໃຈໃນກຸ່ມຄົນທີ່ມີອາຍຸຍັງນ້ອຍ.

ຝຣັ່ງກຽມແຈກ
ຝຣັ່ງກຽມແຈກ

ໂດຍການປະກາດດັ່ງກ່າວແມ່ນ ທາງ ມາຄຣົງ ໄດ້ໃຫ້ສຳພາດກັບນັກຂ່າວໃນງານອີເວັ້ນສຸຂະພາບຂອງໄວໜຸ່ມ ໂດຍລະບຸວ່າ ຜູ້ທີ່ມີອາຍຸ 18-25 ປີ ໃນຝຣັ່ງແມ່ນຈະສາມາດຮັບຖົງຢາງອະນາໄມໄດ້ຟຣີໃນຮ້ານຂາຍຢາທົ່ວໄປ ແລະນະໂຍບາຍນີ້ແມ່ນຈະເລີ່ມຕົ້ນຕັ້ງແຕ່ວັນທີ 1 ກໍລະກົດ 2023 ເຊິ່ງການເຄື່ອນໄຫວດັ່ງກ່າວນີ້ມີຂຶ້ນຫຼັງຈາກທີ່ໜ່ວຍງານດ້ານສຸຂະພາບໃນຝຣັ່ງ ປະເມີນວ່າອັດຕາການຕິດເຊື້ອທາງເພດສຳພັນໃນຝຣັ່ງເພີ່ມຂຶ້ນປະມານ 30% ໃນປີ 2020 ແລະ 2021.

ຝຣັ່ງກຽມແຈກ

ໂດຍໃນປີນີ້ລັດຖະບານຝຣັ່ງໄດ້ເປີດໂຄງການມອບຢາຄຸມສຳລັບຜູ້ຍິງທຸກຄົນທີ່ມີອາຍຸຕໍ່າກວ່າ 25 ປີ ເຊິ່ງຂະຫຍາຍຈາກໄລຍະອາຍຸເດີມທີ່ເນັ້ນກຸ່ມໄວໜຸ່ມທີ່ມີອາຍຸຕໍ່າກວ່າ 18 ປີ ເພື່ອສ້າງຫຼັກປະກັນວ່າທຸກຄົນຈະສາມາດຮັບປະທານຢາຄຸມໄດ້ຢ່າງຕໍ່ເນື່ອງ ໂດຍບໍ່ຕ້ອງກັງວົນວ່າຈະບໍ່ມີເງິນຊື້.

ນອກຈາກນີ້ ມາຄຣົງຍັງໄດ້ສະແດງຄວາມເຫັນກ່ຽວກັບບັນຫາດ້ານເພດສຶກສາໃນຝຣັ່ງໂດຍລະບຸວ່າ “ເຮົາບໍ່ເກັ່ງເລື່ອງນີ້ຫຼາຍປານໃດ ຄວາມເປັນຈິງແຕກຕ່າງຈາກທິດສະດີ ນີ້ເປັນສິ່ງທີ່ເຮົາຕ້ອງເລັ່ງພັດທະນາຄວາມຮູ້ແກ່ຄູອາຈານໃຫ້ດີຍິ່ງຂຶ້ນ”.

ຝຣັ່ງກຽມແຈກ

ສຳລັບມາຄຣົງແລ້ວ ນັບວ່າເປັນຜູ້ນຳທີ່ມີອາຍຸນ້ອຍທີ່ສຸດຂອງຝຣັ່ງ ໂດຍລາວໄດ້ຮັບເລືອກຕັ້ງມາເຮັດໜ້າທີ່ປະທານາທິບໍດີເມື່ອປີ 2017 ດ້ວຍອາຍຸ 39 ປີເທົ່ານັ້ນ. ນອກນີ້ ມາຄຣົງຍັງໃຫ້ຄຳໝັ້ນສັນຍາວ່າ ລັດຖະບານຈະພະຍາຍາມເຮັດທຸກແນວທາງເພື່ອປ້ອງກັນການຕິດເຊື້ອ HIV ແລະຈະອໍານວຍຄວາມສະດວກໃນການກວດຫາເຊື້ອ HIV ລວມທັງໂຣກຕິດຕໍ່າທາງເພດອື່ນໆ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/