ລັດຖະບານລາວ ແລະ ກຸ່ມບໍລິສັດຍັກໃຫຍ່ຈາກ ສປ ຈີນ ຮ່ວມລົງນາມ MOU ເພື່ອສຶກສາພັດທະນາທາງດ່ວນວຽງຈັນ-ບໍ່ເຕັນ ຊ່ວງວັງວຽງ-ຫຼວງພະບາງ-ອຸດົມໄຊ ແນໃສ່ຍົກລະດັບໂຄງລ່າງພື້ນຖານການຄົມມະນາຄົມ, ຫຼຸດຕົ້ນທຶນການຂົນສົ່ງ ແລະ ກະຕຸ້ນເສດຖະກິດມະຫາພາກຂອງລາວ ເພື່ອເຊື່ອມໂຍງພາກພື້ນຢ່າງເຕັມຮູບແບບ.
ຕາມການລາຍງານຂອງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສຳຫຼວດ, ອອກແບບ ແລະ ພັດທະນາໂຄງການກໍ່ສ້າງທາງດ່ວນຍຸດທະສາດດັ່ງກ່າວ ໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 27 ເມສາ 2026 ທີ່ໂຮງແຮມ ລາດຊະວົງ ວັນດາ ວິສຕ້າ ນະຄອນຫຼວງວຽງຈັນ.
ການລົງນາມຄັ້ງນີ້ແມ່ນການຮ່ວມມືລະຫວ່າງ ລັດຖະບານແຫ່ງ ສປປ ລາວ ຕາງໜ້າໂດຍ ທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ທັງເປັນຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ບໍລິສັດ ກຸ່ມອຸດສາຫະກຳ ປັງຢິ່ງ ແຂວງຫູນານ ຈຳກັດ (Hunan Bangying Industrial Group Co., Ltd.) ຈາກ ສປ ຈີນ ຕາງໜ້າໂດຍ ທ່ານ ເຊຍ ຫົງຊາວ (Xia Hongchao) ປະທານບໍລິສັດ.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ປອ. ວັນທະນາ ນໍລິນທາ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພ້ອມດ້ວຍການນຳຂັ້ນສູນກາງ ແລະ ອົງການປົກຄອງແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ພາກສ່ວນທຸລະກິດທີ່ກ່ຽວຂ້ອງ.
ສຳລັບໂຄງການທາງດ່ວນວຽງຈັນ-ບໍ່ເຕັນ ແມ່ນໜຶ່ງໃນໂຄງລ່າງພື້ນຖານທີ່ສຳຄັນຂອງປະເທດ ເຊິ່ງບາດກ້າວຂອງການລົງນາມຄັ້ງນີ້ ຈະເປັນການເປີດທາງໃຫ້ແກ່ການລົງເລິກສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງ ຊ່ວງທີ 2 ທີ່ເຊື່ອມຕໍ່ແຕ່ເມືອງວັງວຽງ ແຂວງວຽງຈັນ ຫາ ແຂວງຫຼວງພະບາງ ແລະ ຊ່ວງທີ 3 ສືບຕໍ່ຈາກແຂວງຫຼວງພະບາງ ໄປຍັງແຂວງອຸດົມໄຊ.
ການພັດທະນາເສັ້ນທາງສາຍນີ້ ບໍ່ພຽງແຕ່ຈະຊ່ວຍຫຍໍ້ໄລຍະເວລາການເດີນທາງໃຫ້ສະດວກວ່ອງໄວຂຶ້ນເທົ່ານັ້ນ ແຕ່ຍັງຈະກາຍເປັນເສັ້ນເລືອດໃຫຍ່ໃນການດຶງດູດການຄ້າ, ການລົງທຶນ ແລະ ອຳນວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວ ເຊິ່ງຈະສ້າງຜົນກະທົບທາງບວກຢ່າງມະຫາສານຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.
ທາງດ້ານຄວາມພ້ອມຂອງຜູ້ພັດທະນາໂຄງການ, ບໍລິສັດ ກຸ່ມອຸດສາຫະກຳ ປັງຢິ່ງ ແຂວງຫູນານ ຈຳກັດ ຖືເປັນກຸ່ມບໍລິສັດຂະໜາດໃຫຍ່ທີ່ມີສຳນັກງານໃຫຍ່ຕັ້ງຢູ່ເມືອງຊາງຊາ ແຂວງຫູນານ ສປ ຈີນ.
ບໍລິສັດດັ່ງກ່າວມີປະສົບການສູງ ແລະ ດຳເນີນກິດຈະການກວມເອົາຫຼາຍຂົງເຂດ ໂດຍສະເພາະການກໍ່ສ້າງພື້ນຖານໂຄງລ່າງລະດັບຊາດ ເຊັ່ນ: ທາງດ່ວນ ແລະ ທາງລົດໄຟ.
ນອກຈາກນີ້ ຍັງມີຄວາມຊ່ຽວຊານດ້ານພະລັງງານ ແລະ ບໍ່ແຮ່, ການຫຼອມໂລຫະ, ການຜະລິດອຸປະກອນກົນຈັກໜັກ ແລະ ໂຄງການພະລັງງານໃໝ່ ເຊິ່ງເປັນການຮັບປະກັນໄດ້ເຖິງຄວາມສາມາດທາງດ້ານທຶນຮອນ ແລະ ເຕັກນິກວິຊາການຂັ້ນສູງ ໃນການຍູ້ແຮງໂຄງການຍຸດທະສາດນີ້ໃຫ້ສາມາດບັນລຸຕາມເປົ້າໝາຍທີ່ວາງໄວ້.
#ທາງດ່ວນວຽງຈັນບໍ່ເຕັນ #ເສດຖະກິດລາວ #ໂຍທາທິການແລະຂົນສົ່ງ #ການລົງທຶນຕ່າງປະເທດ #MOU #LaosChina #LaoInfrastructure


