ປົກເວັບ 17

ໃນຍຸກທີ່ເສດຖະກິດດິຈິຕອນ (Digital Economy) ເຂົ້າມາມີບົດບາດສຳຄັນ ແລະ ຮູບແບບການເຮັດວຽກຂອງຄົນຮຸ່ນໃໝ່ກຳລັງປ່ຽນໄປ, ຕະຫຼາດແຮງງານໃນລາວກຳລັງຕ້ອງການຄວາມຢືດຢຸ່ນຫຼາຍກວ່າທີ່ເຄີຍເປັນ. 

ມື້ນີ້ LaoXperts ຈະພາໄປສຳຜັດກັບແນວຄວາມຄິດ ແລະ ວິໄສທັດຂອງ ທ່ານ ນາງ ຈັນສຸດາ ສຸດທິຈັກ ຫຼື ປຸກກີ້, Product Owner ຂອງ GooseJob — ແພັດຟອມຈ້າງງານອິດສະຫຼະຝີມືຄົນລາວ ທີ່ກຳລັງສ້າງປາກົດການໃໝ່ໃນການເຊື່ອມຕໍ່ “ທັກສະ” ຂອງນັກສຶກສາ ເຂົ້າກັບ “ຄວາມຕ້ອງການ” ຂອງຕະຫຼາດຢ່າງເປັນຮູບປະທຳ.

ເມື່ອເວົ້າເຖິງຈຸດເລີ່ມຕົ້ນ, ປຸກກີ້ ໄດ້ເລົ່າໃຫ້ຟັງວ່າ GooseJob ເກີດຂຶ້ນມາຈາກປະສົບການໂດຍກົງໃນສະໄໝຮຽນ ທີ່ເປັນຄົນມັກເຮັດກິດຈະກຳ ແລະ ວຽກອາສາສະໝັກ. ສິ່ງດັ່ງກ່າວໄດ້ເຮັດໃຫ້ເກີດຄຳຖາມທີ່ສຳຄັນວ່າ: “ເປັນຫຍັງພວກເຮົາຕ້ອງລໍຖ້າໃຫ້ຮຽນຈົບກ່ອນ ຈຶ່ງຈະສາມາດເລີ່ມຫາລາຍໄດ້ ຫຼື ເກັບກ່ຽວປະສົບການ?” ຈາກການລອງຊວນໝູ່ມາເຮັດວຽກນຳກັນ, ເຮັດໃຫ້ເຫັນວ່າ ນັກສຶກສາລາວມີຕົ້ນທຶນມະນຸດ (Human Capital) ທີ່ສູງຫຼາຍ ທັງພະລັງງານ ແລະ ຄວາມຄິດສ້າງສັນ.

ແຕ່ເມື່ອເບິ່ງໄປຕະຫຼາດແຮງງານລາວໃນປັດຈຸບັນ ກໍພົບເຫັນຊ່ອງຫວ່າງຫຼາຍຢ່າງ ບໍ່ວ່າຈະເປັນຂໍ້ຈຳກັດຂອງວຽກເຕັມເວລາທີ່ນັກສຶກສາເຂົ້າບໍ່ເຖິງຍ້ອນຕິດໂມງຮຽນ ການຂາດຄວາມຢືດຢຸ່ນໃນການຈ້າງງານ ແລະ ບັນຫາຄວາມໄວ້ເນື້ອເຊື່ອໃຈລະຫວ່າງຜູ້ຈ້າງກັບຜູ້ຮັບວຽກ. 

ດັ່ງນັ້ນ GooseJob ຈຶ່ງຖືກພັດທະນາຂຶ້ນມາເພື່ອປິດຊ່ອງຫວ່າງເຫຼົ່ານີ້ ໂດຍການສ້າງລະບົບນິເວດຂອງການຈ້າງງານແບບ Gig Economy ທີ່ເນັ້ນວຽກໄລຍະສັ້ນ ແລະ ວຽກອິດສະຫຼະ ເຊິ່ງສາມາດຈັດການທຸກຢ່າງໄດ້ງ່າຍໆຜ່ານສະມາດໂຟນ.

ໃນສະພາບການທີ່ເສດຖະກິດ ແລະ ຄ່າຄອງຊີບມີການປ່ຽນແປງ, GooseJob ໄດ້ຍົກລະດັບຕົນເອງໃຫ້ເປັນຫຼາຍກວ່າແພັດຟອມຈັບຄູ່ການເຮັດວຽກ. ປຸກກີ້ ເນັ້ນໜັກວ່າ ນີ້ຄືເຄື່ອງມືສ້າງພູມຄຸ້ມກັນທາງດ້ານການເງິນໃຫ້ນັກສຶກສາ.

ໂດຍ GooseJob ຊ່ວຍໃຫ້ພວກເຂົາປ່ຽນທັກສະ ແລະ ເວລາວ່າງໃຫ້ກາຍເປັນລາຍໄດ້ເສີມ ພ້ອມທັງໄດ້ພັດທະນາທັກສະວິຊາຊີວິດ ຫຼື Soft Skills ເຊັ່ນ ການບໍລິຫານເວລາ ແລະ ການເຈລະຈາຕໍ່ຮອງ ຜ່ານການລົງມືເຮັດວຽກຈິງ ກ່ອນກ້າວເຂົ້າສູ່ຕະຫຼາດແຮງງານ. ນອກຈາກນີ້ ຍັງເປັນການຂັບເຄື່ອນເສດຖະກິດດິຈິຕອນໃນລາວ ຜ່ານການຫັນເອົາວຽກນອກລະບົບເຂົ້າສູ່ລະບົບທີ່ກວດສອບໄດ້ ແລະ ສ້າງຄວາມເທົ່າທຽມໃນການເຂົ້າເຖິງໂອກາດໂດຍບໍ່ຈຳກັດສະຖານທີ່.

ສຳລັບຄວາມໄວ້ເນື້ອເຊື່ອໃຈເຊິ່ງເປັນຫົວໃຈສຳຄັນນັ້ນ GooseJob ໄດ້ອອກແບບກົນໄກຄວາມປອດໄພຢ່າງຮັດກຸມ ທັງການຢືນຢັນຕົວຕົນ (KYC) ຢ່າງເຂັ້ມງວດ ມີຊ່ອງທາງສົນທະນາພາຍໃນແອັບ ແລະ ການປະເມີນຄຸນນະພາບດ້ວຍການລີວິວຈາກຜູ້ໃຊ້ງານຈິງ.

ປຸກກີ້ ຍັງໄດ້ແບ່ງປັນ Case Study ທີ່ໜ້າປະທັບໃຈວ່າ: “ວຽກທີ່ໄດ້ຮັບຄວາມນິຍົມເກີນຄາດແມ່ນບໍລິການອະນາໄມບ້ານໄລຍະສັ້ນ (On-demand Cleaning). ມີລູກຄ້າທີ່ຕ້ອງການຄົນດ່ວນເພື່ອອະນາໄມຫ້ອງກ່ອນເດີນທາງໄປຕ່າງແຂວງ ພຽງ 1 ມື້, ເຊິ່ງປົກກະຕິຫາຄົນຍາກຫຼາຍ. ແຕ່ເມື່ອໃຊ້ GooseJob, ກໍສາມາດຫາຄົນໄດ້ທັນທີ. ສິ່ງທີ່ປະທັບໃຈທີ່ສຸດຄືສຽງຕອບຮັບຈາກນັກສຶກສາທີ່ຮັບວຽກ ເຊິ່ງບອກວ່າ ພວກເຂົາບໍ່ເຄີຍຄິດເລີຍວ່າ ທັກສະການມ້ຽນຫ້ອງທີ່ເຮັດຢູ່ທຸກມື້ເປັນປົກກະຕິ ຈະສາມາດສ້າງລາຍໄດ້ໃຫ້ເຂົາເຈົ້າໄດ້ແທ້ໆ.”

ສຳລັບແຜນການໃນອະນາຄົດ, GooseJob ບໍ່ໄດ້ຢຸດພຽງແຕ່ໃນນະຄອນຫຼວງວຽງຈັນ. ວິໄສທັດຕໍ່ໄປແມ່ນການສ້າງ Ecosystem ແຫ່ງໂອກາດທີ່ຄອບຄຸມໄປເຖິງແຂວງອື່ນໆ ເພາະທາງທີມງານເຊື່ອວ່າ ທຸກພື້ນທີ່ມີທັງຄົນເກັ່ງ ແລະ ຜູ້ທີ່ຕ້ອງການຜູ້ຊ່ວຍ.

ທີ່ສຳຄັນ, ສຳລັບກຸ່ມທຸລະກິດຂະໜາດນ້ອຍ (SMEs) ແລະ Startups, GooseJob ກຳລັງຍົກລະດັບຕົນເອງໃຫ້ເປັນ Digital Workforce Partner. ເຈົ້າຂອງທຸລະກິດຈະສາມາດຫາແຮງງານໄລຍະສັ້ນເພື່ອມາຊ່ວຍໃນຊ່ວງທີ່ວຽກລົ້ນມື, ພ້ອມທັງສາມາດບໍລິຫານການຈ່າຍເງິນ ແລະ ກວດສອບຜົນງານໄດ້ຄົບຈົບໃນລະບົບດຽວ ເຊິ່ງຈະຊ່ວຍຫຼຸດຕົ້ນທຶນ ແລະ ເພີ່ມຄວາມຢືດຢຸ່ນໃຫ້ກັບທຸລະກິດໄດ້ຢ່າງມະຫາສານ.

ທ້າຍນີ້ ທ່ານປຸກກີ້ໄດ້ຝາກຂໍ້ຄວາມເຖິງໄວລຸ້ນແລະນັກສຶກສາວ່າຢ່າເກັບທັກສະໄວ້ລ້າໆ ແຕ່ຈົ່ງອອກມາລອງວິຊາ ສ້າງລາຍໄດ້ ແລະ ສະສົມປະສົບການຕັ້ງແຕ່ມື້ນີ້ ສ່ວນອົງກອນຫຼືຜູ້ໃຊ້ບໍລິການທີ່ບໍ່ມີເວລາ ຫຼື ຂາດຄວາມຖະໜັດໃນບາງເລື່ອງ ກໍສາມາດໃຫ້ GooseJob ຊ່ວຍຊອກຫາມືອາຊີບມາຈັດການແທນ ເພື່ອໃຫ້ທ່ານມີເວລາໄປໂຟກັດກັບສິ່ງທີ່ສຳຄັນກວ່າ ເພາະ GooseJob ບໍ່ແມ່ນພຽງແຕ່ແອັບພລິເຄຊັນ ແຕ່ຄືການສ້າງສັງຄົມແຫ່ງການແບ່ງປັນທັກສະ ແລະ ການເຕີບໂຕໄປນຳກັນຢ່າງແທ້ຈິງ.

#GooseJob #LaoXperts #GigEconomy #DigitalEconomyLaos #TechStartupLaos #PartTimeJobLaos #ນັກສຶກສາລາວ #ແອັບຫາວຽກລາວ #ການຈ້າງງານອິດສະຫຼະ #ປ່ຽນເວລາວ່າງເປັນເງິນ

Comments are disabled