ສະຫະພາບຢູໂຣບ ກຽມແບນບັນດາສິນຄ້າ ທີ່ມີຄວາມກ່ຽວຂ້ອງກັບການຕັດໄມ້ທຳລາຍປ່າ

ສະຫະພາບຢູໂຣບ

ການຕັດໄມ້ທຳລາຍປ່າເປັນອີກໜຶ່ງບັນຫາທີ່ລັດຖະບານທົ່ວໂລກໃຫ້ຄວາມໃສ່ໃຈ ແລະ ມີມາດຕະການຕ່າງໆອອກມາ ເພື່ອເປັນການປົກປັກຮັກສາປ່າໄມ້ໃຫ້ຄົງຢູ່. ຫຼ້າສຸດນີ້ ທາງສະຫະພາບຢູໂຣບແມ່ນເຫັນດີກັບກົດໝາຍໃໝ່ທີ່ວ່າດ້ວຍການຫ້າມນຳເຂົ້າສິນຄ້າທີ່ມີຄວາມກ່ຽວພັນ ແລະ ນຳໄປສູ່ການຕັດໄມ້ທຳລາຍປ່າຜິດກົດໝາຍ ບໍ່ວ່າຈະເປັນຜະລິດຕະພັນຈາກກາເຟ, ງົວ, ໂກໂກ້, ນ້ຳມັນປາມ, ຢາງ, ຖົ່ວເຫຼືອງ, ເຟີນິເຈີ ແລະ ໄມ້ ເຫດຜົນກໍຫວັງເພື່ອປົກປ້ອງຜືນປ່າໂລກ.

ສະຫະພາບຢູໂຣບ

ໂດຍກົດໝາຍດັ່ງກ່າວຫວັງທີ່ຈະສ້າງຄວາມໝັ້ນໃຈວ່າສິນຄ້າໃນຕະຫຼາດຢູໂຣບຈະບໍ່ສົ່ງຜົນກະທົບຕໍ່ພື້ນທີ່ປ່າ ແລະ ຄວາມເສື່ອມໂຊມທັງໃນພື້ນທີ່ສະຫະພາບຢູໂຣບເອງ ແລະ ພື້ນທີ່ອື່ນໆຂອງໂລກ ເຊິ່ງຈະຊ່ວຍລົດການປ່ອຍແກ໊ສເຮືອນແກ້ວອີກພ້ອມ.

ສະຫະພາບຢູໂຣບ

ໃນສ່ວນບັນດາຜະລິດຕະພັນທີ່ກົດໝາຍນີ້ຫ້າມນຳເຂົ້າແມ່ນປະກອບມີ ນ້ຳມັນປາມ, ຜະລິດຕະພັນຈາກງົວ, ຖົ່ວເຫຼືອງ, ກາເຟ, ໂກໂກ້, ໄມ້ ແລະ ຢາງ ເຊິ່ງສິ່ງເຫຼົ່ານີ້ຖືກລະບຸວ່າເປັນ “ຕົວຂັບເຄື່ອນການຕັດໄມ້ທຳລາຍປ່າ” ກໍຍ້ອນວ່າຜະລິດຕະພັນເຫຼົ່ານີ້ມາຈາກພື້ນທີ່ທີ່ມີການຕັດໄມ້ທຳລາຍປ່າ.

ສະຫະພາບຢູໂຣບ

ເມື່ອກົດໝາຍນີ້ຖືກບັງຄັບໃຊ້ ບໍລິສັດຕ່າງໆຈໍາເປັນຕ້ອງສະແດງຫຼັກຖານວ່າຜະລິດຕະພັນຂອງຕົນມາຈາກພື້ນທີ່ທີ່ບໍ່ມີການຕັດໄມ້ທຳລາຍປ່າ ແລະ ຕ້ອງສະແດງຂໍ້ມູນທີ່ມາບາງຢ່າງສະເພາະເຈາະຈົງ ເຊິ່ງຖືວ່າອາດຈະສົ່ງຜົນກະທົບໄປເຖິງປະເທດແຫຼ່ງຜະລິດອາຫານແລະຜະລິດຕະພັນທາງການກະເສດທົ່ວໂລກ ໂດຍສະເພາະພື້ນທີ່ທີ່ມີການຕັດໄມ້ທຳລາຍປ່າແບບຜິດກົດໝາຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/