ຊວນເບິ່ງຝົນດາວຕົກເຈມິນິດ ຝົນດາວຕົກຄັ້ງໃຫຍ່ທີ່ສຸດແຫ່ງປີ! ໃນວັນທີ 14 ທັນວາ 2022 ມີອັດຕາການຕົກຫຼາຍເຖິງ 150 ດວງ/ຊົ່ວໂມງ!

ຊວນເບິ່ງຝົນດາວຕົກເຈມິນິດ

ຊວນເບິ່ງຝົນດາວຕົກເຈມິນິດ

ໃນຄ່ຳຄືນວັນທີ 14 ທັນວາ 2022 ຈະເກີດປາກົດການຝົນດາວຕົກເຈມິນິດ ເລີ່ມຕັ້ງແຕ່ ເວລາ 18:00-22:00 ເລີ່ມເບິ່ງເຫັນໄດ້ຊັດເຈນໃນເວລາ 20:00 ເປັນຕົ້ນໄປ ມີອັດຕາການຕົກຫຼາຍເຖິງ 150 ດວງ/ຊົ່ວໂມງ ເຊິ່ງຖືວ່າຫຼາຍທີ່ສຸດໃນຮອບປີ ແລະ ສາມາດເບິ່ງເຫັນດ້ວຍຕາເປົ່າ.

ຊວນເບິ່ງຝົນດາວຕົກເຈມິນິດ

ຕົ້ນກຳເນີດຂອງຝົນດາວຕົກເຈມິນິດ ຫຼື ດາວຕົກຄົນຄູ່ ມາຈາກດາວເຄາະນ້ອຍ ເຟທອນ (3200 Phaethon) ຈຸດກະຈາຍຂອງດາວຕົກແມ່ນຢູ່ໃກ້ກັບດາວຄາສເຕີ ເຊິ່ງເປັນດາວທີ່ສະຫວ່າງທີ່ສຸດຂອງດາວກຸ່ມນີ້.

ດາວຄາສເຕີຈະຂຶ້ນພົ້ນຂອບຟ້າຕອນເວລາປະມານ 20:00 ໂມງ ຈຶ່ງຈະເລີ່ມເຫັນດາວຕົກ, ແຕ່ກໍຍັງຕົກໜ້ອຍໃນເວລານີ້, ຫຼັງຈາກນັ້ນ ອັດຕາການຕົກຈະເພີ່ມຂຶ້ນເລື້ອຍໆ ຄາດວ່າຈະຕົກຫຼາຍທີ່ສຸດໃນເວລາ 02:00-04:00 ໂມງເຊົ້າ.

ໝາຍເຫດ: ການທີ່ຈະສາມາດເຫັນຝົນດາວຕົກໄດ້ ຕ້ອງອີງຕາມສະພາບແວດລ້ອມຂອງສະຖານທີ່ສັງເກດ ເຊັ່ນ: ບ່ອນທີ່ຟ້າເປີດ, ບໍ່ມີໝອກ-ເມກ, ບໍ່ມີແສງສະຫວ່າງຈາກໄຟ, ຫ່າງໄກຈາກຕົວເມືອງທີ່ມີແສງໄຟລົບກວນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/