ເກີດເຫດອຸບັດຕິເຫດລົດໄຟຕຳກັນຮຸນແຮງໃນປະເທດອິນໂດເນເຊຍ ບໍລິເວນນອກເມືອງ Jakarta ໃກ້ກັບເມືອງ Bekasi ຫຼັງມີລາຍງານວ່າລົດແທັກຊີ້ຄັນໜຶ່ງຂັບຂ້າມທາງຕັດ ແລະ ຕິດຄ້າງຢູ່ເທິງລາງລົດໄຟ ກ່ອນຈະຖືກລົດໄຟພຸ້ງຕຳ ສົ່ງຜົນໃຫ້ການເດີນລົດຕ້ອງຢຸດສຸກເສີນ ແລະ ນຳໄປສູ່ເຫດການລູກໂສ້ຈົນລົດໄຟອີກຂະບວນພຸ້ງຕຳທ້າຍກັນຢ່າງຮຸນແຮງ ມີຜູ້ເສຍຊີວິດຢ່າງໜ້ອຍ 15 ຄົນ ແລະ ບາດເຈັບຫຼາຍກວ່າ 80 ຄົນ.
ລາຍງານລະບຸວ່າ ແທັກຊີ້ຄັນດັ່ງກ່າວພະຍາຍາມຂ້າມທາງຕັດລົດໄຟຟ້າໃນຊ່ວງທີ່ສັນຍານເຕືອນເຮັດວຽກ ແຕ່ລົດເກີດຕິດຄ້າງເທິງລາງ ເຮັດໃຫ້ບໍ່ສາມາດເຄື່ອນອອກໄດ້ທັນ, ລົດໄຟທີ່ກຳລັງແລ່ນເຂົ້າມາຈຶ່ງໄດ້ຕຳເຂົ້າກັບລົດແທັກຊີ້ເຕັມແຮງ ສົ່ງຜົນໃຫ້ຕ້ອງຢຸດເດີນລົດທັນທີ ເຈົ້າໜ້າທີ່ຈຶ່ງສັ່ງໃຫ້ລົດໄຟຟ້າໂດຍສານອີກຂະບວນທີ່ຢູ່ດ້ານໜ້າຢຸດຖ້າໃນພື້ນທີ່ໃກ້ສະຖານີ.
ຢ່າງໃດກໍຕາມ, ລົດໄຟທາງໄກທີ່ແລ່ນຕາມມາດ້ວຍຄວາມໄວສູງບໍ່ສາມາດເບກໄວ້ໄດທັນ ກ່ອນພຸ້ງຕຳທ້າຍລົດໄຟທີ່ຈອດຢູ່ ແຮງກະທົບເຮັດໃຫ້ໂບກີ້ທ້າຍເສຍຫາຍໜັກ ໂຄງເຫຼັກບິດງໍ ແລະ ຊ້ອນທັບກັນ. ຜູ້ໂດຍສານຈຳນວນຫຼາຍຕິດຢຸ່ພາຍໃນ ໂດຍສະເພາະໃນຕູ້ໂດຍສານສ່ວນທ້າຍ ເຊິ່ງເປັນຈຸດຮັບແຮງຕຳໂດຍກົງ.
ຜູ້ເຫັນເຫດການເລົ່າວ່າ ທຸກຢ່າງເກີດຂຶ້ນພາຍໃນບໍ່ເທົ່າໃດວິນາທີ ສຽງຕຳດັງກ້ອງກ່ອນທີ່ໂບກີ້ຈະສັ່ນສະເທືອນຢ່າງຮຸນແຮງ ຜູ້ໂດຍສານບາງຄົນລົ້ມລົງ ແລະ ກະເປົ໋າເດີນທາງຕົກລົງກະແຈກກະຈາຍ. ຂະນະທີ່ບາງສ່ວນພະຍາຍາມທຸບໜ້າຕ່າງໜີອອກມາ ທາງກູ້ໄພຕ້ອງໃຊ້ເຄື່ອງຕັດໂລຫະຕັດຊາກໂບກີ້ເທື່ອລະສ່ວນ ເພື່ອຊ່ວຍຜູ້ທີ່ຕິດຢູ່ພາຍໃນ ໂດຍໃຊ້ເວລາຫຼາຍຊົ່ວໂມງກວ່າຈະນຳເອົາຜູ້ໂດຍສານອອກມາໄດ້ທັງໝົດ.
ໜ່ວຍກູ້ໄພລະບຸວ່າ ຜູ້ເສຍຊີວິດສ່ວນຫຼາຍຢູ່ໃນຕູ້ໂດຍສານສ່ວນທ້າຍຂອງລົດໄຟ ເຊິ່ງຖືກຕຳໂດຍກົງ ຂະນະທີ່ຜູ້ໂດຍສານໃນຂະບວນທີ່ພຸ້ງຕຳໄດ້ຮັບບາດເຈັບເລັກໜ້ອຍຫາປານກາງເປັນສ່ວນໃຫຍ່. ລົດໂຮງໝໍຈຳນວນຫຼາຍໄດ້ລະດົມເຂົ້າພື້ນທີ່ ແລະ ໂຮງໝໍໃກ້ຄຽງປະກາດສະພາວະສຸກເສີນເພື່ອຮັບຮອງຜູ້ບາດເຈັບ.
ຫຼັງເກີດເຫດການ ເຈົ້າໜ້າທີ່ດ້ານຄົມມະນາຄົມຂອງປະເທດອິນໂດເນເຊຍເປີດການສອບສວນທັນທີ ໂດຍມຸ້ງກວດສອບທັງລະບົບສັນຍານເຕືອນທາງຕັດ ຂັ້ນຕອນການຢຸດລົດສຸກເສີນ ແລະ ໄລຍະເບກຂອງລົດໄຟທີ່ແລ່ນຕາມມາ. ນອກຈາກນີ້ຍັງມີການທົບທວນມາດຕະການຄວາມປອດໄພບໍລິເວນທາງຕັດລົດໄຟ ເຊິ່ງໃນຫຼາຍພື້ນທີ່ຍັງບໍ່ມີໄມ້ກັ້ນອັດຕະໂນມັດ ຫຼື ລະບົບປ້ອງກັນເຕັມຮູບແບບ.
ເຫດການດັ່ງກ່າວສ້າງຄວາມຕົກໃຈໃຫ້ປະຊາຊົນໃນປະເທດອິນໂດເນເຊຍ ເນື່ອງຈາກເລີ່ມຈາກອຸບັດຕິເຫດນ້ອຍໆ ຄືລົດແທັກຊີ້ຕິດລາງ ແຕ່ກັບລຸກລາມເປັນອຸບັດຕິເຫດລົດໄຟຕຳກັນຄັ້ງໃຫຍ່ ສົ່ງຜົນໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຈຳນວນຫຼາຍ, ພ້ອມຈຸດກະແສຮຽກຮ້ອງໃຫ້ປັບປຸງຄວາມປອດໄພຂອງທາງຕັດລົດໄຟທົ່ວປະເທດຢ່າງຮີບດ່ວນ.
ແຫຼ່ງຂໍ້ມູນ: People, TRT World, South China Morning Post, ABS-CBN, Timeskuwait


