ຈັບຕາ! ຜູ້ນຳໂລກ ກຽມລວມໂຕກັນ ກອງປະຊຸມສະມັດຊາໃຫຍ່ ສປຊ ແກ້ວິກິດສົງຄາມຕາເວັນອອກກາງ-ຢູເຄຣນ
ຜູ້ນຳຈາກເກືອບ 130 ປະເທດທົ່ວໂລກ ໄດ້ເຕົ້າໂຮມກັນທີ່ນະຄອນນິວຢອກ ໃນກອງປະຊຸມສະມັດຊາໃຫຍ່ ສປຊ ເພື່ອຫາທາງອອກໃຫ້ແກ່ວິກິດການສົງຄາມທີ່ລຸກລາມໃນຕາເວັນອອກກາງ ແລະ ຢູເຄຣນ ພ້ອມທັງຮັບມືກັບໄພຄຸກຄາມຈາກປັນຍາປະດິດ (AI) ທ່າມກາງແຮງກົດດັນທີ່ສັ່ນຄອນຄວາມໝັ້ນຄົງຂອງລະບຽບໂລກ ແລະ ບົດບາດຄວາມໜ້າເຊື່ອຖືຂອງ ສປຊ ເອງ. Reuter ລາຍງານ.
ກອງປະຊຸມທີ່ຈະດຳເນີນໄປໝົດທິດນີ້ ຂະເກີດຂຶ້ນພາຍໃຕ້ບັນຍາກາດທີ່ເຄັ່ງຕຶງເປັນພິເສດ ເມື່ອປະທານາທິບໍດີ ດໍໂນລ ທຣຳ ກັບຄືນສູ່ເວທີດັ່ງກ່າວອີກຄັ້ງ ພ້ອມກັບນະໂຍບາຍຕັດງົບປະມານ ແລະ ຖອນຕົວອອກຈາກຫຼາຍອົງການຍ່ອຍຂອງ ສປຊ ເຖິງວ່າສະຫະລັດຫາກໍ່ຈ່າຍເງິນສະໜັບສະໜູນ 725 ລ້ານໂດລາ ເພື່ອຮັກສາສິດລົງຄະແນນສຽງ ແຕ່ຍັງຄົງຕິດໜີ້ສະສົມຫຼາຍກວ່າ 1 ພັນລ້ານໂດລາ ພ້ອມທັງຮຽກຮ້ອງໃຫ້ມີການປະຕິຮູບອົງການຢ່າງຕໍ່ເນື່ອງ.
ຂະນະດຽວກັນ, ການທີ່ປະທານປະເທດຈີນ ສີ ຈິ້ນຜິງ ເລືອກທີ່ຈະບໍ່ເຂົ້າຮ່ວມກອງປະຊຸມ ແຕ່ເດີນທາງໄປພົບປະສອງຝ່າຍກັບທ່ານ ທຣຳ ທີ່ວໍຊິງຕັນ ຍິ່ງສ້າງກະແສວິພາກວິຈານກ່ຽວກັບປະສິດທິພາບຂອງ ສປຊ ໃນການແກ້ໄຂວິກິດການໃຫຍ່ລະດັບໂລກ ປະກອບກັບຄວາມບໍ່ແນ່ນອນຂອງຜູ້ນຳຄົນໃໝ່ທີ່ຈະມາແທນເລຂາທິການໃຫຍ່ ອັງໂຕນີໂອ ກູແຕເຣສ ເຊິ່ງຈະໝົດວາລະໃນທ້າຍປີ 2026.
ນອກຈາກບັນຫາດ້ານພູມສາດການເມືອງແລ້ວ, ຄວາມສ່ຽງຈາກເຕັກໂນໂລຊີປັນຍາປະດິດ ຫຼື AI ໄດ້ກາຍເປັນອີກໜຶ່ງຈຸດໂຟກັດຫຼັກ ຫຼັງຈາກຜູ້ນຳໃນວົງການເຕັກໂນໂລຊີຮຽກຮ້ອງໃຫ້ຊະລໍການພັດທະນາ ເພາະຢ້ານວ່າ AI ອາດພັດທະນາຕົນເອງເກີນການຄວບຄຸມຂອງມະນຸດ.
ເຖິງຢ່າງໃດກໍຕາມ, ຂໍ້ສະເໜີຂອງເລຂາທິການໃຫຍ່ ສປຊ ທີ່ຕ້ອງການສ້າງກອບການຄວບຄຸມຮ່ວມກັນໃນລະດັບສາກົນ ກັບຖືກໂຕ້ແຍ້ງໂດຍປະທານາທິບໍດີ ທຣຳ ທີ່ເບິ່ງວ່າຄວາມສ່ຽງເຫຼົ່ານີ້ເປັນພຽງ “ເລື່ອງຕົວະຕົ້ມ” ທີ່ມີເບື້ອງຫຼັງ ແລະ ອາດເປີດທາງໃຫ້ຈີນໄດ້ປຽບໃນການແຂ່ງຂັນ.
ໃນຂະນະດຽວກັນ, ສະຖານະການສົງຄາມໃນຕາເວັນອອກກາງລະຫວ່າງພັນທະມິດສະຫະລັດ-ອິດສະຣາແອວ ແລະ ອີຣານ ຍັງຄົງເພີ່ມຄວາມຮ້ອນແຮງ ຈົນສົ່ງຜົນກະທົບຕໍ່ອັດຕາເງິນເຟີ້ ແລະ ລາຄາພະລັງງານທົ່ວໂລກ ໂດຍສະເພາະການເຄື່ອນໄຫວຂອງກຸ່ມຮູຕີທີ່ຂົ່ມຂູ່ເສັ້ນທາງເດີນເຮືອສຳຄັນໃນຊ່ອງແຄບ ບັບ ອານ-ມັນດັບ.
ເວທີຄັ້ງນີ້ຈະເປັນທີ່ຈັບຕາເບິ່ງ ເມື່ອປະທານາທິບໍດີ ອີຣານ ທ່ານ ມາຊູດ ເປເຊຊເຄຍນ ແລະ ນາຍົກລັດຖະມົນຕີ ອິດສະຣາແອວ ທ່ານ ເບັນຈາມິນ ເນທັນຢາຮູ ມີກຳນົດຂຶ້ນກ່າວປາໄສ, ສ່ວນປະທານາທິບໍດີ ປາແລັດສະຕິນ ທ່ານ ມະມຸດ ອັບບາສ ຕ້ອງກ່າວຜ່ານວິດີໂອ ເນື່ອງຈາກຖືກສະຫະລັດປະຕິເສດການອອກວີຊາ.
ສ່ວນວິກິດການສົງຄາມໃນຢູເຄຣນທີ່ແກ່ຍາວມາກວ່າ 4 ປີ ຍັງຄົງຕົກຢູ່ໃນພາວະທາງຕັນ ຍ້ອນລັດເຊຍໃຊ້ອຳນາດວີໂຕ້ໃນສະພາຄວາມໝັ້ນຄົງ ສປຊ. ປະທານາທິບໍດີ ໂວໂລດີເມຍ ເຊເລນສະກີ ຕຽມໃຊ້ເວທີນີ້ຮຽກຮ້ອງແຮງສະໜັບສະໜູນກ່ອນລະດູໜາວທີ່ໂຫດຮ້າຍຈະມາເຖິງ ໃນຂະນະທີ່ເລຂາທິການໃຫຍ່ ສປຊ ໄດ້ສະແດງຄວາມກັງວົນຢ່າງຍິ່ງຕໍ່ຜົນກະທົບຮອບດ້ານ ໂດຍສະເພາະການປິດລ້ອມທະເລດຳ ທີ່ກຳລັງສັ່ນຄອນຄວາມໝັ້ນຄົງທາງສະບຽງອາຫານ, ປຸ໋ຍ ແລະ ພະລັງງານຂອງປະຊາຄົມໂລກຢ່າງຮຸນແຮງ.
#LaoX #ຂ່າວຕ່າງປະເທດ #ສປຊ #UNGA #ສົງຄາມຕາເວັນອອກກາງ #ສົງຄາມຢູເຄຣນ #ຄວາມໝັ້ນຄົງໂລກ #ປັນຍາປະດິດ


