ປະລິມານຖົ່ວລຽນຈາກອາຊີຕາເວັນອອກສ່ຽງໃຕ້ພວມໄຫຼເຂົ້າສູ່ຕະຫຼາດຈີນຢ່າງມະຫາສານຜ່ານເຄືອຂ່າຍໂລຈິສຕິກທີ່ທັນສະໄໝ ເຊິ່ງສົ່ງຜົນໃຫ້ລາຄາຫຼຸດລົງຈົນຜູ້ບໍລິໂພກສາມາດບັນລຸ “ອິດສະຫຼະພາບໃນການກິນຖົ່ວລຽນ” ໃນຂະນະທີ່ທິດທາງຂອງຕະຫຼາດພວມກຽມປ່ຽນຜ່ານຈາກການແຂ່ງຂັນດ້ານລາຄາມາເປັນການວັດກັນທີ່ຄຸນນະພາບ. The Global Times ລາຍງານ.
ໃນຊ່ວງລະດູການເກັບກ່ຽວຜົນຜະລິດໃນອາຊີຕາເວັນອອກສ່ຽງໃຕ້, ການຂົນສົ່ງໝາກໄມ້ຂ້າມພົມແດນອາຊຽນໄດ້ຮັບການພັດທະນາໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິພາບຫຼາຍຂຶ້ນ.
ອີງຕາມຂໍ້ມູນຈາກບໍລິສັດທາງລົດໄຟຈີນສາຂາຄຸນໝິງ ລະບຸວ່າ ນັບຕັ້ງແຕ່ຕົ້ນປີເປັນຕົ້ນມາ ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຖົ່ວລຽນນໍາເຂົ້າແລ້ວເຖິງ 50.300 ໂຕນ, ເພີ່ມຂຶ້ນເຖິງ 94,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເຊິ່ງພຽງແຕ່ວັນທີ 23 ເມສາ ມື້ດຽວ ມີໝາກໄມ້ຫຼາຍເຖິງ 3.661 ໂຕນ ຖືກຂົນສົ່ງໄປຮອດດ່ານທາງລົດໄຟບໍ່ຫານ ສະທ້ອນໃຫ້ເຫັນເຖິງສັກກາຍະພາບທີ່ເພີ່ມຂຶ້ນຂອງການຂົນສົ່ງສິນຄ້າຂ້າມແດນ.
ພ້ອມດຽວກັນນີ້, ຢູ່ທີ່ນະຄອນເສີງຕູ່ ແຂວງເສສວນ ກໍໄດ້ມີການເປີດສູນກະຈາຍຖົ່ວລຽນແຫ່ງໃໝ່ ເຊິ່ງຕັ້ງເປົ້າທີ່ຈະຮອງຮັບການນໍາເຂົ້າຖົ່ວລຽນສົດໃຫ້ໄດ້ຫຼາຍກວ່າ 15% ຂອງປະລິມານທັງໝົດພາຍໃນປະເທດພາຍໃນ 3-5 ປີຂ້າງໜ້າ ໂດຍຜ່ານເຄືອຂ່າຍການຂົນສົ່ງທາງບົກ ແລະ ການເພີ່ມຖ້ຽວຂະບວນລົດໄຟສາຍເຢັນລະຫວ່າງປະເທດໃຫ້ຫຼາຍກວ່າ 400 ຖ້ຽວຕໍ່ປີ.
ນອກຈາກການຂົນສົ່ງທາງບົກແລ້ວ ການຂົນສົ່ງທາງທະເລກໍຄຶກຄື້ນບໍ່ແພ້ກັນ ໂດຍສະເພາະທີ່ທ່າເຮືອນານຊາ ໃນນະຄອນກວາງໂຈວ ທີ່ພຽງແຕ່ທ້າຍອາທິດດຽວ ມີກຳປັ່ນຂົນສົ່ງຖົ່ວລຽນສົດຈາກປະເທດໄທເຖິງ 356 ຕູ້ຄອນເທນເນີ ຫຼື ຫຼາຍກວ່າ 6.300 ໂຕນ ໄດ້ເດີນທາງມາເຖິງ.
ການໄຫຼເຂົ້າຂອງຖົ່ວລຽນຈຳນວນມະຫາສານນີ້ ໄດ້ເຮັດໃຫ້ລາຄາຂາຍຍ່ອຍໃນຕະຫຼາດຈີນທີ່ເຄີຍແພງຫູດັບ ຫຼຸດລົງຢ່າງໄວວາເຫຼືອພຽງປະມານ 40 ຢວນ (ປະມານ 5,85 ໂດລາສະຫະລັດ) ຕໍ່ກິໂລກຣາມ ເຊິ່ງກາຍເປັນຫົວຂໍ້ຂ່າວທີ່ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍໃນສື່ສັງຄົມອອນລາຍຈີນ.
ຜູ້ຊ່ຽວຊານ ແລະ ຜູ້ປະກອບການຊີ້ໃຫ້ເຫັນວ່າ ສາເຫດຫຼັກທີ່ເຮັດໃຫ້ລາຄາຫຼຸດລົງ ແມ່ນຍ້ອນຜົນຜະລິດໃນໄທທີ່ເພີ່ມຂຶ້ນ 30-40% ບວກກັບລະບົບໂລຈິສຕິກເຊັ່ນ: ເສັ້ນທາງກຳປັ່ນກົງຈາກໄທສູ່ກວາງໂຈວ ທີ່ມີການພັດທະນາຈົນຕົ້ນທຶນການຂົນສົ່ງຖືກລົງ.
ຢ່າງໃດກໍຕາມ ຄວາມຕ້ອງການຖົ່ວລຽນໃນຈີນຍັງຄົງແຂງແກ່ນ ແລະ ໃນອະນາຄົດອັນໃກ້ນີ້ ການແຂ່ງຂັນໃນຕະຫຼາດແຫ່ງນີ້ຈະບໍ່ແມ່ນເລື່ອງຂອງການຕັດລາຄາອີກຕໍ່ໄປ ແຕ່ຈະເປັນການຍົກລະດັບມາດຕະຖານເພື່ອກ້າວເຂົ້າສູ່ການແຂ່ງຂັນກັນທີ່ຄຸນນະພາບຂອງຜົນຜະລິດຢ່າງແທ້ຈິງ.
#ຖົ່ວລຽນ #ທາງລົດໄຟລາວຈີນ #ເສດຖະກິດຈີນ #ການນຳເຂົ້າໝາກໄມ້ #ຕະຫຼາດຖົ່ວລຽນ #DurianFreedom


