ຈາກບັນຫາຂີ້ເຫຍື້ອພລາສຕິກທີ່ລອຍຢູ່ໜ້ານຳ້ທະເລຂອງປະເທດໄທ ອັນເປັນສິ່ງເສດເຫຼືອຈາກການບໍລິໂພກຂອງຜູ້ຊົມໃຊ້ທີ່ຖືກຖິ້ມໃສ່ແມ່ນຳ້ຫຼາຍສາຍພາຍໃນປະເທດ ແລ້ວສຸດທ້າຍໄຫຼລົງສູ່ທະເລ ແລະ ມະຫາສະໝຸດ.
Boyan Slat ໜຸ່ມນັກປະດິດຊາວເນເທີແລນ ຜູ້ກໍ່ຕັ້ງ “The Ocean Cleanup” ອົງກອນທີ່ຕັ້ງໃຈແກ້ບັນຫາຂີ້ເຫຍື້ອພລາສຕິກທີ່ລອຍຢູ່ມະຫາສະໝຸດ ໄດ້ເປີດຕົວ “Interceptor” ເຮືອເກັບຂີ້ເຫຍື້ອພລາສຕິກໃນແມ່ນຳ້ລຳທຳອິດຂອງໂລກທີ່ຂັບເຄື່ອນດ້ວຍພະລັງງານໂຊລາເຊວ 100% ເຊິ່ງເກັບຂີ້ເຫຍື້ອພລາສຕິກໄດ້ກວ່າ 50,000 ກິໂລກຣາມ/ມື້.

ຫຼ້າສຸດ ໃນວັນທີ 3 ກຸມພາ, ເຮືອເກັບຂີ້ເຫຍື້ອ Interceptor ໄດ້ເດີນທາງມາຮອດປະເທດເພື່ອນບ້ານຢ່າງ ປະເທດໄທແລ້ວ ແລະໄດ້ລົງນາມບັນທຶກຄວາມເຂົ້າໃຈຮ່ວມກັນລະຫວ່າງ “ກົມຊັບພະຍາກອນທາງທະເລແລະຊາຍຝັ່ງ ແລະ The Ocean Cleanup” ເພື່ອການວິໄຈ ແລະ ການດັກເກັບຂີ້ເຫຍື້ອພລາສຕິກໃນແມ່ນຳ້ຂອງປະເທດໄທກ່ອນອອກສູ່ທະເລ ເຊິ່ງຈະຕິດຕັ້ງບໍລິເວນປາກແມ່ນຳ້ເຈົ້າພະຍາ ຈັງຫວັດສະໝຸດປາການ ຈຳນວນ 3 ຊຸດ ເນື່ອງຈາກແມ່ນຳ້ເຈົ້າພະຍາມີປະລິມານຂີ້ເຫຍື້ອໃນແມ່ນຳ້ຫຼາຍທີ່ສຸດໃນປະເທດ.
ທັງນີ້ Boyan Slat ກ່າວວ່າ “ເຮືອເກັບຂີ້ເຫຍື້ອ Interceptor ບໍ່ສາມາດແກ້ໄຂບັນຫາໃນແມ່ນຳ້ທັງໝົດໄດ້ ປະຊາຊົນຄວນມີການຈັດການທີ່ດີຕັ້ງແຕ່ເທິງບົກພ້ອມ ເຊິ່ງເປັນສ່ວນສຳຄັນທີ່ຈະເຮັດໃຫ້ປະລິມານຂີ້ເຫຍື້ອໃນແມ່ນຳ້ທີ່ຈະໄຫຼລົງສູ່ທະເລລົດໜ້ອຍລົງໄດ້”
ໃນສ່ວນຂອງປະເທດລາວເຮົາເອງ ກໍບໍ່ແນ່ວ່າພວກເຮົາອາດຈະໄດ້ເຫັນເຮືອເກັບຂີ້ເຫຍື້ອ Interceptor ດັ່ງກ່າວໃນແມ່ນຳ້ບ້ານເຮົາໃນອະນາຄົດ. ແຕ່ທ້າຍສຸດແລ້ວ ບັນຫາຂີ້ເຫຍື້ອແລະສິ່ງແວດລ້ອມກໍຕ່າງເປັນຜົນຈາກການໃຊ້ສອຍ ແລະ ບໍລິໂພກເທິງພື້ນດິນຂອງເຮົາທຸກຄົນກ່ອນທີ່ຈະຕົກລົງແມ່ນຳ້ ເຊິ່ງເປັນສິ່ງທີ່ພວກເຮົາທຸກຄົນສາມາດຮ່ວມມືຮັກສານຳກັນໄດ້.


ຂອບໃຈຂໍ້ມູນຈາກ:
- https://theoceancleanup.com/updates/thailand-interceptor-project-kicks-off-with-signing-of-mou/
- https://twitter.com/RichardBarrow/status/1356925062662684674
- https://news.thaipbs.or.th/content/301049?fbclid=IwAR0pYemYzt0e CawHUVddnNyuFx0T6LBWN1O3Bq_bxJsGmBer1pm1k9t77P0
- https://www.dezeen.com/2019/10/29/ocean-cleanup-interceptor-river-plastic-pollution/amp/