Vaccine Passport ພາສປອດໃໝ່ແຫ່ງຍຸກໂຄວິດ-19 ໂຊຜົນກວດໂຄວິດ ລົດຂໍ້ຈຳກັດການເດີນທາງຂ້າມປະເທດ


ໃນປັດຈຸບັນທີ່ເປັນຍຸກໂຄວິດ-19 ນີ້ ປະຕິເສດບໍ່ໄດ້ເລີຍວ່າການດຳລົງຊີວິດ ຫຼື ການໄປມາຫາສູ່ກັນນັ້ນຫຍຸ້ງຍາກຫຼາຍ ໂດຍສະເພາະຢ່າງຍິ່ງແມ່ນການເດີນທາງຂ້າມປະເທດ ກໍຍິ່ງເປັນເລື່ອງທີ່ຍາກ ເພາະຕ້ອງມີຄວາມຈຳເປັນ ແລະ ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງແລ້ວເທົ່ານັ້ນ, ຕ້ອງໄດ້ແລ່ນເອກະສານຫຼາຍຢ່າງ ທັງໃບຮັບຮອງແພດ, ໃບກວດພະຍາດ… ແຕ່ຈະດີເທົ່າໃດ ຖ້າຫາກວ່າເຮົາມີ “Vaccine Passport” ຫຼຶ ພາສປອດວັກຊີນ ທີ່ລົດຂໍ້ຈຳກັດການເດີນທາງທັງພາຍໃນ ແລະ ຂ້າມປະເທດ ແຖມເຮັດໃຫ້ເສດຖະກິດການບິນ ແລະ ການທ່ອງທ່ຽວກັບມາຄຶກຄື້ນອີກຄັ້ງ.

World Economic Forum ໄດ້ຮ່ວມມືກັບ Rockefeller Foundation ສ້າງແນວຄິດພາສປອດອອນໄລນ໌ ທີ່ຈະນຳເອົາຂໍ້ມູນລະບຸການຮັບຮອງການສັກວັກຊີນໂຄວິດ-19 ເຂົ້າມາໄວ້ ຫຼື Digital Health Pass ຂອງ IBM (International Business Machines) ຜູ້ຜະລິດຄອມພິວເຕີ ແລະ ໃຫ້ບໍລິການດ້ານສາລະສົນເທດ ກໍໄດ້ພັດທະນາແອັບ ເພື່ອໃຊ້ສະແກນບໍ່ສະເພາະແຕ່ເດີນທາງຂ້າມປະເທດ ແຕ່ຍັງໃຊ້ໄດ້ພາຍໃນປະເທດພ້ອມ ຕັ້ງແຕ່ການເຂົ້າໂຮງຮຽນ, ໂຮງແຮມ, ຫ້ອງສະໝຸດ… ພຽງແຕ່ກົດເປີດແອັບໃນໂທລະສັບກໍສາມາດສະແດງຫຼັກຖານໄດ້ທັງໝົດເຊັ່ນ: ສັກວັກຊີນໄປຈັກເຂັມ, ຜົນກວດໂຄວິດ-19 ແລະອື່ນໆ ເພື່ອສະດວກໃນການເດີນທາງ.

ລະບົບການເຮັດວຽກຂອງມັນຈະໃຊ້ “Cloud” ເປັນເຊີບເວີກາງສຳລັບຈັດເກັບຂໍ້ມູນໄລຍະໄກ ແລະ ໃຊ້ “Blockchain” ຈັດເກັບຂໍ້ມູນທີ່ຊັບຊ້ອນກວ່າ ແລະ ປົກປ້ອງຄວາມເປັນສ່ວນຕົວ.

ເຖິງຢ່າງໃດກໍຕາມ ພາສປອດວັກຊີນກໍຍັງເປັນທີ່ຈັບຕາເບິ່ງຂອງຫຼາຍໆປະເທດ ເພາະວ່າການເຂົ້າເຖິງຂໍ້ມູນທາງການແພດເປັນເລື່ອງທີ່ລະອຽດອ່ອນ ແລະ ອາດຈະເປັນການລະເມີດຄວາມເປັນສ່ວນຕົວຂອງບຸກຄົນ ເຊິ່ງຂັດກັບກົດໝາຍຄວາມເປັນສ່ວນຕົວ.

ຫຼັງຈາກມີການປ່ອຍແນວຄິດດັ່ງກ່າວອອກມາ ເຮັດໃຫ້ຫຼາຍປະເທດຕື່ນຕົວຫຼາຍຂຶ້ນ ເພາະຖ້າຫາກວ່າມັນໃຊ້ໄດ້ແທ້ ຫຼາຍໆຂະແໜງເສດຖະກິດກໍຈະກັບມາຟື້ນຕົວອີກຄັ້ງ, ໂດຍປະເທດເດັນໝາກເອງກຽມເປີດຕົວການໃຊ້ງານພາສປອດນີ້ພາຍໃນທ້າຍເດືອນກຸມພາ-ຕົ້ນເດືອນມີນາ 2021 ນີ້ ແລະ ຕັ້ງເປົ້າວ່າປະຊາຊົນທຸກຄົນໃນປະເທດຈະໄດ້ຮັບວັກຊີນໃນເຄິ່ງປີທຳອິດຂອງປີ 2021.

ຂອບໃຈຂໍ້ມູນຈາກ:

https://www.naewna.com/inter/552588?fbclid=IwAR1rTJDYVcQpuqJGlp9m2jcmy_KGLLkrniE0zxKsOGcEluDmYiJiUR_vab4

https://edition.cnn.com/travel/article/covid-19-vaccination-passports-denmark/index.html?fbclid=IwAR2ogt8-XGB_WX49MgO7zOCzfzo-8adqzd_Bvhtf-dD0AwCHwfxahBp0juo

https://www.facebook.com/UrbanCreatureTH/posts/2624544587843761