Facebook x Sundae Kids ເປີດຕົວໂຄງການທີ່ຈະຊ່ວຍໃຫ້ບັນຊີ Facebook ແລະ Instagram ຂອງເຮົາມີຄວາມປອດໄພຫຼາຍຂຶ້ນ


Facebook ໄດ້ຮ່ວມມືກັບ Sundae Kids ເປີດຕົວໂຄງການ Love & Lock: Facebook Privacy Café Virtual Edition ເຮັດແບບສອບຖາມສັ້ນໆງ່າຍໆ ແລະ ໃຊ້ເວລາບໍ່ເຖິງ 1 ນາທີ ຮຽນຮູ້ການຕັ້ງຄ່າການຈັດການຄວາມເປັນສ່ວນຕົວເທິງ Facebook ແລະ Instagram ເພື່ອໃຫ້ບັນຊີຂອງເຮົາມີຄວາມປອດໄພໃຫ້ໄດ້ຫຼາຍທີ່ສຸດ.

FACEBOOK PRIVACY CAFÉ ແມ່ນຫຍັງ?

ກ່ອນອື່ນໝົດເຮົາຕ້ອງເຂົ້າໃຈກ່ອນວ່າ ກ່ອນໜ້ານີ້ Facebook ເຄີຍຈັດໂຄງການຄ້າຍໆກັນມາກ່ອນແລ້ວເຊິ່ງມີຊື່ວ່າ Facebook Café ທີ່ລຸຍເປີດ Pop–up ຕາມຮ້ານກາເຟຕ່າງໆທົ່ວໂລກ ເພື່ອເປີດໂອກາດໃຫ້ຜູ້ໃຊ້ງານ Facebook ແລະ Instagram ສາມາດເຂົ້າໄປເຮັດແບບສອບຖາມເລື່ອງຄວາມເປັນສ່ວນຕົວໃນການໃຊ້ງານ Facebook ພ້ອມກັບຄຳແນະນຳໃນການໃຊ້ Feature ຄວາມເປັນສ່ວນຕົວຕ່າງໆແລກກັບການໄດ້ຮັບເຄື່ອງດື່ມຟຣີທັນທີ.

ການເຮັດແບບສອບຖາມເຫຼົ່ານີ້ກໍຄືກັບການກວດສຸຂະພາບຢ່າງໜຶ່ງ ໂດຍມີຈຸດໝາຍເພື່ອເບິ່ງວ່າຜູ້ໃຊ້ງານຄົນນັ້ນໃຊ້ Facebook ຫຼື Instagram ທີ່ມີຄວາມສ່ຽງເລື່ອງຄວາມເປັນສ່ວນຕົວຫຼືບໍ່ ເພາະ Facebook ໃຫ້ຂໍ້ມູນວ່າ ຜູ້ໃຊ້ງານ Facebook ແລະ Instagram ທີ່ Active ປະຈຳເປັນຈຳນວນຫຼາຍ ບໍ່ເຄີຍໃຊ້ ຫຼື ບໍ່ຮູ້ຈັກ ຟີເຈີກ່ຽວກັບຄວາມປອດໄພ ແລະ ຄວາມເປັນສ່ວນຕົວໃນການໃຊ້ງານ Facebook ແລະ Instagram.

‘LOVE & LOCK’ FACEBOOK PRIVACY CAFÉ VIRTUAL EDITION ແມ່ນຫຍັງ?

ດ້ວຍສະຖານະການ COVID–19 ທີ່ເກີດຂຶ້ນຢູ່ໃນຕອນນີ້ ເຮັດໃຫ້ຜູ້ໃຊ້ງານຫຼາຍໆຄົນອາດບໍ່ສະດວກຕໍ່ການອອກໄປນອກບ້ານເພື່ອໃຊ້ບໍລິການ Facebook Café ແບບທີ່ບອກໄວ້ໃນເບື້ອງຕົ້ນໄດ້, Campaign ‘Love & Lock’: Facebook Privacy Café Virtual Edition ກໍຈະເຂົ້າມາຊ່ວຍແກ້ບັນຫາບ່ອນນີ້ໂດຍການທີ່ຜູ້ໃຊ້ງານທຸກຄົນທີ່ພັກຢູ່ເຮືອນສາມາດເຮັດແບບສອບຖາມກ່ຽວກັບເລື່ອງຄວາມປອດໄພ ແລະ ຄວາມເປັນສ່ວນຕົວໃນການໃຊ້ງານ Facebook ໄດ້.

ຜູ້ໃຊ້ງານທຸກຄົນສາມາດເຂົ້າໄປທີ່ Microsite ທີ່ຈັດຂຶ້ນໂດຍແຄມເປນເພື່ອເຮັດແບບສອບຖາມສັ້ນໆພ້ອມທັ້ງຮຽນຮູ້ກ່ຽວກັບ Feature ແລະ ເຄື່ອງມືຄວາມເປັນສ່ວນຕົວໃນການໃຊ້ງານ Facebook ແລະ Instagram ໃຫ້ການທ່ອງໂລກອິນເຕີເນັດຂອງຜູ້ໃຊ້ງານທຸກຄົນມີຄວາມເປັນສ່ວນຕົວ ແລະ ປອດໄພຫຼາຍຂຶ້ນ.

6PRIVACY TIPS ຈາກ FACEBOOK ແລະ SUNDAE KIDS.

ຫົວຂໍ້ເລື່ອງຄວາມສ່ວນຕົວຫຼັກໆທີ່ທາງ Facebook ແລະ Campaign ‘Love & lock’: Facebook Privacy Café Virtual Edition ຕ້ອງການການທີ່ຈະໂຟກັດກໍຈະປະກອບໄປດ້ວຍ 6 Feature ຫຼັກໆ ທີ່ສົ່ງຜົນຕໍ່ການໃຊ້ງານ Facebook ແລະ Instagram ໃນຊີວິດປະຈຳວັນໄດ້ແກ່ : Privacy Checkup, 2FA ( Two Factor Authentication), WAIST (Why Am I Seeing This), Instagram Close Friend , Messenger Privacy ແລະ Phishing.

ໂດຍຈາກແບບສອບຖາມນີ້ ຫາກທ່ານ ຕອບໄປວ່າ “ບໍ່ຮູ້ຈັກ”  ທາງຕົວລະບົບກໍຈະຂຶ້ນວິທີການຕັ້ງຄ່ານັ້ນໆຂຶ້ນມາໃຫ້ທັນທີ ເຊິ່ງຖືວ່າເຮັດອອກມາໃຫ້ເຂົ້າໃຈງ່າຍຫຼາຍ.

ໃນຄວາມຈິງແລ້ວກໍບໍ່ແມ່ນພຽງແຕ່ Phishing ທີ່ເປັນເລື່ອງທີ່ຜູ້ໃຊ້ງານຄວນລະວັງ ເພາະຍັງມີຊ່ອງທາງອີກຫຼາກຫຼາຍທີ່ສາມາດສ້າງບັນຫາໃຫ້ກັບຜູ້ໃຊ້ງານໄດ້ ເຊິ່ງ Campaign ‘Love & Lock’: Facebook Privacy Café Virtual Edition ກໍໄດ້ເຮັດແບບສອບຖາມພ້ອມກາຕູນສັ້ນໆເຖິງ 6 ເລື່ອງ ທີ່ແຕ້ມໂດຍສີລະປິນຊາວໄທຊື່ດັງຄື Sundae Kids ໃຫ້ເຮົາໄດ້ຮຽນຮູ້ກ່ຽວກັບຟີເຈີຄວາມເປັນສ່ວນຕົວຕ່າງໆທີ່ຢູ່ໃນແອັບພຣິເຄຊັນ Facebook ແລະ Instagram ທີ່ຜູ້ໃຊ້ງານອາດບໍ່ເຄີຍເຫັນມາກ່ອນ ແລະ ເມື່ອອ່ານຈົບຍັງໄດ້ຮັບ Code ເພື່ອໄປຮັບເຄື່ອງດື່ມສຸດ Exclusive ຟຣີທີ່ Cha Bar ອີກ.

ຂອບໃຈຂໍ້ມູນຈາກ: