ລາຄາມັນຕົ້ນສູງຂຶ້ນ ເຮັດໃຫ້ປະຊາຊົນຊາວສວນດີໃຈກັນຖ້ວນໜ້າ


ໃນປັດຈຸບັນລາຄາຂອງມັນຕົ້ນໃນນະຄອນຫຼວງວຽງຈັນ ແມ່ນສູງຂຶ້ນກວ່າປີທີ່ຜ່ານມາ ຈາກກິໂລລະ 1,750 ກີບ ເປັນກິໂລລະ 2,000 ກີບ; ເຊິ່ງໃນໄລຍະນີ້ແມ່ນມັນຕົ້ນຕາກແຫ້ງມີໜ້ອຍ ໃນແຕ່ລະປີລົງທຶນ 10 ລ້ານກີບ, ພາຍຫຼັງຂາຍໄດ້ແລ້ວຈະມີກໍາໄລເກືອບ 10 ລ້ານກີບ ໄດ້ກໍາໄລງາມທົບເຄິ່ງເລີຍ ເນື່ອງຈາກມີໂຮງງານເກັບຊື້ຫຼາຍແຫ່ງ ແຕ່ມັນຕົ້ນມີໜ້ອຍ.

ທ່ານ ເປົາວື່ ເຈົ້າຂອງສວນມັນຕົ້ນ ບ້ານໂພນໄຮ ໄດ້ກ່າວໃຫ້ຮູ້ວ່າ: ໃນປັດຈຸບັນແມ່ນຂາຍມັນຕົ້ນແຫ້ງໂລລະ 2,000 ກີບ ແລະ ສໍາລັບປີນີ້ຈະປູກ 20 ໄຮ່ ມີແຮງງານຢູ່ 3 ຄົນ ເຊິ່ງຈະປູກແຕ່ເດືອນພຶດສະພາຫາເດືອນມິຖຸນາ.

ວິທີໃນການປູກແມ່ນປູກໂດຍທໍາມະຊາດ ແລະ ບໍ່ຫົດນ້ຳ. ພາຍຫຼັງປູກ 6-7 ເດືອນແລ້ວກໍສາມາດເກັບກູ້ ໄດ້, ແລ້ວຈະໃຊ້ເຄື່ອງຈັກໃນການເຮັດມັນຕົ້ນແຫ້ງ ແລ້ວນໍາມາຕາກແຫ້ງ 5-6 ມື້ ແລ້ວຂາຍໃຫ້ພໍ່ຄ້າ ແລະ ແມ່ຄ້າທີ່ມາເອົາເຖິງທີ່.

ຫົວໜ້າກຸ່ມມັນຕົ້ນບ້ານໂພນຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ປີນີ້ມັນຕົ້ນແມ່ນໄດ້ຂາຍດີລາຄາແພງກວ່າປີທີ່ຜ່ານມາ ເນື່ອງຈາກວ່າຍ້ອນໂຮງງານເກັບຊື້ມີຫຼາຍແຫ່ງ ແລະ ມີຊາວຄ້າຂາຍມາເກັບຊື້ເພື່ອໄປສົ່ງຂາຍທີ່ໂຮງງານ ພ້ອມດຽວກັນນັ້ນຖ້າວ່າມັນຕົ້ນຮອງຮັບເລື່ອງການສົ່ງຂາຍ ກໍຈະມີການເພີ່ມຂະຫຍາຍເນື້ອທີ່ປູກມັນຕົ້ນເພີ່ມຂຶ້ນອີກ.

ທາງພາກສ່ວນຕ່າງໆແມ່ນກໍາລັງປຶກສາຫາລືກ່ຽວກັບການສົ່ງເສີມກະສິກໍາໃນບ້ານເຮົາ ໃຫ້ມີຄວາມສະດວກໃນການສົ່ງສິນຄ້າອອກ ພ້ອມກໍາລັງດໍາເນີນການສະໜັບສະໜູນ ຊາວກະສິກໍາໃຫ້ມີວິທີການເຮັດສວນທີ່ຖືກຕ້ອງ ແລະ ມີຄວາມຮູ້ເພີ່ມຂຶ້ນໃນດ້ານຕ່າງໆ.