ປະເທດກູບາ ຈະເປີດກວ້າງເສດຖະກິດ ຫັນເປັນເອກະຊົນຫຼາຍຂຶ້ນ


ກູບາ ໄດ້ປະກາດຈະອະນຸຍາດໃຫ້ພາກເອກະຊົນເຂົ້າມາມີບົດບາດໃນຫຼາຍໆຂະແໜງການ ເຊິ່ງເປັນສ່ວນໜຶ່ງຂອງການປະຕິຮູບຄັ້ງໃຫຍ່ຂອງລະບົບເສດຖະກິດທີ່ມີການຄຸ້ມຄອງໂດຍລັດ.

ລັດຖະມົນຕີດ້ານແຮງງງານ ທ່ານ ມາຕ້າ ເອລີນາ ເຟໂຕ (Marta Elena Feito) ໄດ້ໃຫ້ຮູ້ວ່າ ບັນຊີລາຍການກິດຈະການທີ່ອະນຸຍາດໃຫ້ເອກະຊົນດຳເນີນການໄດ້ ເພີ່ມຂຶ້ນຈາກ 127 ກິດຈະການ ເປັນຫຼາຍກວ່າ 2.000 ກິດຈະການ ເຊິ່ງລັດຈະບໍ່ປິດແຕ່ບາງຂະແໜງການເທົ່ານັ້ນ ມີພຽງ 124 ກິດຈະການທີ່ບໍ່ອະນຸຍາດໃຫ້ພາກເອກະຊົນເຂົ້າມາມີສ່ວນຮ່ວມ.

ເສດຖະກິດຂອງປະເທດກູບາໃນໄລຍະນີ້ ໄດ້ຮັບຜົນກະທົບຢ່າງໜັກ ເນື່ອງມາຈາກ Covid-19 ແລະ ການໃສ່ມາດຕະການຈາກປະເທດອາເມລິກາ ໃນຊ່ວງເວລາທີ່ ທຣັມ ບໍລິຫານປະເທດ. ໃນປີຜ່ານມາ ເສດຖະກິດໄດ້ຫົດຕົວລົງ 11 % ໃນຮອບ 3 ທົດສະວັດ ແລະ ຄົນກູບາເອງກໍໄດ້ປະເຊີນກັບບັນຫາຂາດແຄນເຄື່ອງອຸປະໂພກ-ບໍລິໂພກ ຂັ້ນພື້ນຖານ.

ບັນດາຜູ້ຊ່ຽວຊານດ້ານເສດຖະສາດເຊື່ອວ່າ ບາດກ້າວນີ້ຈະເປີດກວ້າງກິດຈະການຫຼາຍໆດ້ານໃນປະເທດ ໃຫ້ກາຍເປັນທຸລະກິດເອກະຊົນ ເປັນໂອກາດທີ່ດີໃຫ້ແກ່ບຸກຄົນ ແລະ ຄອບຄົວຕ່າງໆ ທີ່ຫວັງຈະກ້າວກະໂດດຈາກການເປັນວິສາຫະກິດຂະໜາດນ້ອຍ ໄປສູ່ການເປັນທຸລະກິດຂະໜາດກາງ.

ນອກຈາກການເຮັດຟາມ (ເຊິ່ງມີຫຼາຍກວ່າແສນຟາມ) ພາກສ່ວນທຸລະກິດທີ່ບໍ່ແມ່ນລັດໃນກູບາ ແມ່ນບັນດາທຸລະກິດຂະໜາດນ້ອຍທີ່ດຳເນີນໂດຍແຮງງານສີມື, ຄົນຂັບລົດໂດຍສານ ແລະ ຜູ້ຄ້າຂາຍ. ເມື່ອໂອກາດນີ້ມາເຖິງ ໄດ້ມີປະມານ 600.000 ຄົນ ເທົ່າກັບ 13% ຂອງແຮງງານທັງໝົດ ທີ່ໄດ້ເລືອກເຂົ້າມາປະກອບສ່ວນໃນພາກເອກະຊົນ. ທຸລະກິດເອກະຊົນຈຳນວນຫຼາຍ ແມ່ນຢູ່ໃນຂະແໜງການທ່ອງທ່ຽວ ເຊິ່ງໄດ້ຮັບຜົນກະທົບຫຼາຍຈາກ Covid-19 ແລະ ການຖືກໃສ່ມາດຕະການຈາກປະເທດອາເມລິກາ.

ສຳນັກງານ BBC ໄດ້ໃຫ້ຮູ້ຕື່ມວ່າ ການຈັດຕັ້ງປະຕິບັດການປະຕິຮູບນີ້ຍັງຖືວ່າຊ້າ ຜົນຂອງການປະຕິຮູບໃນກູບາຍັງບໍ່ເປັນທີ່ປະຈັກຕາ ແລະ ຍັງບໍ່ທັນໄດ້ສະທ້ອນໃຫ້ເຫັນໃນຊີວິດການເປັນຢູ່ເທື່ອ.

ປະເທດກູບາ ຕັ້ງຢູ່ໃສ?

ກູບາ ແມ່ນປະເທດໜຶ່ງໃນໝູ່ເກາະ ເວັດສ໌ ອິນດີ  (West Indies), ເປັນເກາະທີ່ໃຫຍ່ ແລະ ມີອິດທິພົນໃນພາກພື້ນຄາຣິບບຽນ ແລະ ຍັງເປັນໜຶ່ງໃນຫ້າປະເທດທີ່ນຳໃຊ້ລະບອບສັງຄົມນິຍົມ ຫຼື ມີພັກດຽວຄືກັນກັບ ສປປ ລາວ. ເມືອງຫຼວງຂອງກູບາ ມີຊື່ວ່າ ຮາວານາ, ເປັນເມືອງທີ່ໃຫຍ່ທີ່ສຸດ, ເປັນສູນກາງເສດຖະກິດຂອງປະເທດ ແລະ ຍັງອ້ອມຮອບໄປດ້ວຍວິວທະເລ ແລະ ຫາດຊາຍທີ່ສວຍງາມ.

ລະບົບເສດຖະກິດຂອງກູບາ

ກູບາເປັນປະເທດທີ່ມີການຄຸ້ມຄອງເສດຖະກິດຢ່າງລວມສູນ. ລັດຖະບານກູບາໄດ້ມີການຄຸ້ມຄອງຢ່າງເຂັ້ມງວດ ຄ່າແຮງງານ, ລາຄາສິນຄ້າ ແລະ ນຳໃຊ້ລະບົບໂກຕ້າ ຕັ້ງແຕ່ປີ 1960 ເປັນຕົ້ນມາ. ແຕ່ໃນປີ 2008 ຫຼັງຈາກມີການປ່ຽນຖ່າຍອຳນາດຈາກທ່ານ ຟີແດນ ກາດສ໌ໂທຣ (Fidel Castro) ໃຫ້ແກ່ນ້ອງຊາຍລາວ ທ່ານ Raúl, ຫຼາຍຢ່າງກໍບໍ່ໄດ້ຖືກຫ້າມ ຫຼື ຄຸ້ມຄອງອີກຕໍ່ໄປ ເຊັ່ນ ຂະແໜງການຫຼັກຄື ການຂົນສົ່ງ, ການກໍ່ສ້າງ, ການກະສິກຳ ແລະ ການຂາຍຍ່ອຍ ກໍໄດ້ລົດຜ່ອນການຄຸ້ມຄອງລົງ ໃນປີ 2011 ເຊິ່ງແມ່ນສ່ວນໜຶ່ງການປະຕິຮູບຂອງທ່ານ Raúl Castro ທັງນີ້ກໍແມ່ນເພື່ອຊຸກຍູ້ສົ່ງເສີມໃຫ້ເກີດມີທຸລະກິດເພີ່ມຂຶ້ນ.

ຮູບພາບ: BBC

ທີ່ມາ: