ລັດຖະບານໄທມອບເຄື່ອງຊ່ວຍເຫຼືອດ້ານວິເຄາະນໍ້າຢາ ແລະ ຊຸດກວດວິເຄາະຫາເຊື້ອພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ


ຖືວ່າເປັນຂ່າວດີທີ່ທາງລັດຖະບານໄທມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະເທດລາວ, ເວົ້າໄດ້ວ່າເປັນປະເທດເພື່ອນມິດສະຫາຍອີກປະເທດໜຶ່ງ ທີ່ເຫັນເຖິງສາຍພົວພັນທີ່ດີຕໍ່ກັນ ໃນຂະນະທີ່ທາງປະເທດໄທເອງກໍຍັງພົບກັບບັນຫາພະຍາດໂຄວິດ-19 ແຕ່ກໍຍັງມີນໍ້າໃຈຊ່ວຍເຫຼືອປະເທດເຮົາ.

ເອກອັກຄະລັດຖະທູດໄທ ປະຈໍາລາວໄດ້ກ່າວວ່າ: ສໍາລັບການຊ່ວຍເຫຼືອທີ່ເຮັດພິທີມອບໃນຄັ້ງນີ້ ແມ່ນຊຸດກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຈໍານວນ 10.000 ຊຸດ, ມູນຄ່າ 15.652 ໂດລາສະຫະລັດ, ເປັນຜະລິດຕະພັນທີ່ຜະລິດທີ່ປະເທດໄທ ແລະ ໄດ້ສົ່ງມາຍັງປະເທດລາວ ເພື່ອຮັບໃຊ້ເຂົ້າໃນວຽກງານການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຢູ່ລາວ ແຕ່ທ້າຍເດືອນທັນວາ ປີ 2020 ທີ່ຜ່ານມາ. ໃນການຊ່ວຍເຫຼືອດັ່ງກ່າວ ແມ່ນການຮັດແໜ້ນສາຍພົວພັນການຮ່ວມມືລະຫວ່າງ 2 ປະເທດ.

ກະຊວງສາທາລະນະສຸກ ຈະນໍາເອົາເຄື່ອງມືທີ່ທາງລັດຖະບານມອບໃຫ້ ໄປໃຊ້ໃນວຽກງານເຝົ້າລະວັງ ເພື່ອໃຫ້ສາມາດຊອກຄົ້ນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃຫ້ໄວຂຶ້ນ.

ພິທີມອບຮັບການຊ່ວຍເຫຼືອ ແມ່ນຈັດຂຶ້ນໃນວັນທີ 26 ກຸມພາ 2021 ທີ່ສູນວິເຄາະ ແລະ ລະບາດວິທະຍາກະຊວງສາທາລະນະສຸກ, ຕາງໜ້າລັດຖະບານໄທ ມອບໂດຍທ່ານ ນາງ ອຸລະວະດີ ສີພິລົມ ເອກອັກຄະລັດຖະທູດ ແຫ່ງອານາຈັກໄທ ປະຈໍາລາວ ແລະ ຕາງໜ້າລັດຖະບານລາວຮັບໂດຍທ່ານ ສົມຈິດ ພາວິໄລ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ ພ້ອມທັງ ທ່ານ ລັດສະໝີ ແກ້ວມະນີ ຫົວໜ້າກົມອາຊຽນ ແລະ ທ່ານ ພັນທະວົງ ບຸດສະວົງ ຫົວໜ້າພະແນກຮ່ວມມືລາວ-ໄທ ກະຊວງການຕ່າງປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂອບໃຈຂໍ້ມູນຈາກ:

https://fb.watch/3Y8Ac74HRS/