Plastic Oceanic ເຄື່ອງປະດັບທີ່ເຮັດຈາກຂີ້ເຫຍື້ອພລາສຕິກໃນທະເລ


ເອົາໃຈສາຍແຟຊັ່ນ ແລະ ຮັກໂລກໄປພ້ອມໆກັນ ເມື່ອ Plastic Oceanic ໄດ້ເປີດຕົວເຄື່ອງປະດັບຄໍເລັກຊັນໃໝ່ ທີ່ເຮັດມາຈາກຂີ້ເຫຍື້ອພລາສຕິກໃນທະເລ!!!

ແນວຄວາມຄິດດັ່ງກ່າວເປັນຂອງ Dan Edward ຜູ້ທີ່ເປັນຄົນກໍ່ຕັ້ງ Plastic Oceanic ເປັນທັງນັກ surf ແລະ ນັກດຳນ້ຳ ທີ່ໄດ້ເກັບຂີ້ເຫຍື້ອພລາສຕິກມາຈາກທະເລ ແລ້ວປ່ຽນໃຫ້ມັນເປັນສິ່ງຂອງທີ່ມີຄ່າອີກຄັ້ງ.

ເຄື່ອງປະດັບທີ່  Dan Edward ໄດ້ເຮັດອອກມານັ້ນມີຫຼາກຫຼາຍ ຕັ້ງແຕ່ເຄື່ອງປະດັບທີ່ເປັນຕຸ້ມຫູ,​ ຈີ້ສາຍຄໍ, ຈານຮອງແກ້ວ, ຖາດ ແລະ ປ້າຍຕ່າງໆອີກຫຼາຍ.

ເຄື່ອງປະດັບທີ່ຂາຍໄດ້ Plastic Oceanic ຈະແບ່ງໄປສະໜັບສະໜູນໂຄງການປອດຂີ້ເຫຍື້ອພລາສຕິກທ້ອງຖິ່ນທີ່ເຮັດວຽກຜ່ານ CIC ເພື່ອໃຫ້ປະຊາຊົນໄດ້ຄຳນຶງເຖິງບັນຫາຂີ້ເຫຍື້ອພລາສຕິກ.

ເປັນການຣີໄຊເຄິນຂີ້ເຫຍື້ອພລາສຕິກທະເລໃຫ້ກັບມາມີມູນຄ່າ ແລະ ທີ່ສຳຄັນຍັງງາມຖືກໃຈສາວໆອີກດ້ວຍ, ດັ່ງທີ່ເຮົາຮູ້ ວ່າໃນປັດຈຸບັນ ບັນຫາຂີ້ເຫຍື້ອທີ່ຖືກປ່ອຍລົງທະເລນັ້ນແມ່ນມະຫາສານ ເຊິ່ງຫຼາຍພາກສ່ວນກໍກຳລັງເລັ່ງແກ້ໄຂຢູ່, ສິ່ງທີ່ plastic Oceanic ເຮັດນັ້ນ ຖືວ່າສ້າງວິກິດໃຫ້ເປັນໂອກາດ ແລະ ຍັງເປັນການລົດປະລິມານຂີ້ເຫຍື້ອໃນທະເລລົງອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/plasticoceanic/

https://www.plasticoceanic.com/?fbclid=IwAR3oPdcZ-txYtQNZ8awXtlooowhcYg-JWBscpAGoJLqdgpFD59tvZKRoKiQ
https://www.plasticoceanic.com/about/