ບາງກອກ ປະເທດໄທ ຕິດອັນດັບ 4 ເມືອງທີ່ນັກທ່ອງທ່ຽວຄົ້ນຫາຫຼາຍທີ່ສຸດໃນໂລກ


eDreams Odigeo ບໍລິສັດດ້ານການເດີນທາງລາຍໃຫຍ່ຂອງໂລກ ເປີດເຜີຍຜົນສຳຫຼວດ ແລະ ການຈັດອັນດັບ 10 ຈຸດໝາຍປາຍທາງທ່ອງທ່ຽວທີ່ຖືກຄົ້ນຫາຫຼາຍທີ່ສຸດໃນໂລກປະຈຳປີ 2024 ພົບວ່າ “ບາງກອກເທບ ປະເທດໄທ” ເມືອງຫຼວງຂອງປະເທດໄທຕິດອັນດັບ 4 ເປັນປະເທດທີ່ຖືກຄົ້ນຫາຫຼາຍທີ່ສຸດໃນໂລກ.

ລັດຖະບານມຸ່ງໝັ້ນທີ່ຈະໃຊ້ກົນລະຍຸດຕ່າງໆ ເພື່ອຊ່ວຍຍົກລະດັບໂຄງສ້າງພື້ນຖານດ້ານການທ່ອງທ່ຽວຄວາມສະດວກສະບາຍ ມາດຕະການດ້ານຄວາມປອດໄພຕະຫຼອດຮອດຈົນນຳສະເໜີການທ່ອງທ່ຽວຮູບແບບຕ່າງໆ ທີ່ກົງກັບຄວາມຕ້ອງການຂອງນັກທ່ອງທ່ຽວ ໃນຂະນະທີ່ຍັງຄົງຮັກສາເອກະລັກຄວາມເປັນໄທ ແລະ ວັດທະນະທຳທີ່ໂດດເດັ່ນເອົາໄວ້ດ້ວຍ.

ສຳລັບ 10 ຈຸດໝາຍປາຍທາງທ່ອງທ່ຽວທີ່ຖືກຄົ້ນຫາຫຼາຍທີ່ສຸດໃນໂລກປະຈຳປີ 2023 ແມ່ນ:

1. ລອນດອນ (ສະຫະຣາຊະອານາຈັກ)

2. ປາຣີສ (ຝຣັ່ງ)

3. ນິວຢອກ (ສະຫະລັດອາເມຣິກາ)

4. ບາງກອກ (ໄທ)

5. ບາເຊໂລນາ (ສະເປນ)

6. ອິສຕັນບູລ (ຕຸຣເຄຍ)

7. ໂຕກຽວ (ຍີ່ປຸ່ນ)

8. ໂຣມ (ອິຕາລີ)

9. ມິລານ (ອິຕາລີ)

10. ມາດຣິດ (ສະເປນ)

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/