Kris Wu ຍື່ນອຸທອນບໍ່ສຳເລັດ ສານຕັດສິນຈຳຄຸກ 13 ປີ


Kris Wu ນັກຮ້ອງ ແລະ ນັກສະແດງຈີນ ສັນຊາດແຄນາດາ ຖືກສານປະຕິເສດຄຳອຸທອນພ້ອມຢືນຢັນຄຳຕັດສິນແບບເກົ່າໂດຍຕ້ອງຈຳຄຸກ 13 ປີ ໃນຄະດີກໍ່ອາຊະຍາກຳທາງເພດ ແລະ ອາດຕ້ອງຈ່າຍຄ່າປັບເປັນເງິນມະຫາສານອີກ 600 ລ້ານຢວນໃນຂໍ້ຫາຫຼີກເວັ້ນພາສີ.

ເມື່ອວັນທີ 24 ພະຈິກ 2023 ສານປະຊາຊົນກາງໝາຍເລກ 3 ຂອງນະຄອນປັກກິ່ງ ຢືນຢັນຕາມຄຳຕັດສິນກົ່າໃນເລື່ອງໂທດຈຳຄຸກ 13 ປີ ຂອງ Kris Wu ນັກຮ້ອງ ແລະ ນັກສະແດງ ອາຍຸ 32 ປີ ໃນຂໍ້ຫາລ່ວງລະເມີດທາງເພດ ແລະ ມີພຶດຕິກຳມົ້ວສຸມທາງເພດ ໂດຍສານໄດ້ເພີກຖອນຄຳອຸທອນຂອງເຂົາ.

ໂດຍ Kris Wu ຈະໄດ້ຮັບໂທດຈຳຄຸກ 11 ປີ  ເດືອນ ໃນຂໍ້ຫາລ່ວງລະເມີດທາງເພດຜູ້ຍິງ 3 ຄົນ ໂດຍມີການລະບຸວ່າ ຜູ້ເສຍຫາຍມີອາການເມົາ ແລະ ບໍ່ຮູ້ສຶກຕົວພ້ອມຍັງບໍ່ສາມາດຂັດຂືນໄດ້ ແລະ ຍັງຕ້ອງໂທດຈຳຄຸກອີກ 1 ປີ 10 ເດືອນ ໃນຂໍ້ຫາ ມົ້ວສຸມເພື່ອລ່ວງປະເວນີ.

ນອກຈາກນີ້ທາງ Kris Wu ເອງຍັງຕ້ອງໄດ້ຈ່າຍຄ່າປັບອີກມະຫາສານໃນຂໍ້ຫາຫຼີກເວັ້ນພາສີເປັນເງິນຫຼາຍກວ່າ 600 ລ້ານຢວນ ສານຍັງລະບຸອີກວ່າ Kris Wu ຕ້ອງໄດ້ຖືກເນລະເທດອອກຈາກປະເທດຈີນ ເຖິງແມ່ນວ່າທະນາຍຈີນຈະກ່າວວ່າ ໂດຍທົ່ວໄປແລ້ວການເນລະເທດຈະເກີດຂຶ້ນຫຼັງຈາກສິ້ນສຸດໂທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/