ສິງກະໂປ ຄວ້າໂອກາດທຸລະກິດ ຈັບຕະຫຼາດຜູ້ສູງອາຍຸ


ປະຊາກອນຂອງສິງກະໂປມີອາຍຸສູງຂຶ້ນຢ່າງໄວວາ ໂດຍຈາກລາຍງານປະຊາກອນປີ 2023 ຂອງລັດຖະບານພົບວ່າປະຊາກອນສິງກະໂປອາຍຸ 65 ປີຂຶ້ນໄປຄິດເປັນ 1 ໃນ 5 ຂອງປະຊາກອນທັງໝົດເພີ່ມຂຶ້ນ 11.7% ຈາກທົດສັດຕະວັດທີ່ຜ່ານມາ ແລະ ຕະຫຼາດເຕັກໂນໂລຊີສຳລັບຜູ້ສູງອາຍຸໃນລະດັບໂລກຈະເຕີບໂຕຂຶ້ນ 3 ເທົ່າໃນອີກ 7 ປີຕໍ່ໜ້າ.

ເມື່ອອາຍຸມາດຕະຖານຂອງປະຊາກອນເພີ່ມຂຶ້ນ ໂອກາດສຳລັບການເຮັດທຸລະກິດໃນສິງກະໂປທີ່ກ່ຽວກັບສິນຄ້າ ແລະ ບໍລິການເພື່ອຜູ້ສູງອາຍຸກໍເພີ່ມຂຶ້ນເຊັ່ນກັນ ປັດຈຸບັນມີຕັ້ງແຕ່ສະຕາດອັບດ້ານການສຸຂະພາບທີ່ນຳເຕັກໂນໂລຊີ AI ເຂົ້າມາປິ່ນປົວຜູ້ປ່ວຍສູງອາຍຸ ໄປຈົນຮອດແພລັດຟອມທີ່ຊ່ວຍຄັດສັນສິນຄ້າແບບສະເພາະຜູ້ສູງອາຍຸ ເຊິ່ງເສດຖະກິດສີເງິນ ຫຼື ເສດຖະກິດສູງອາຍຸໃນສິງກະໂປກຳລັງເຕີບໂຕ ແລະ ມີຫຼາຍບໍລິສັດຕ້ອງການເຂົ້າໄປຄອບຄອງສ່ວນແບ່ງຕະຫຼາດເຫຼົ່ານັ້ນ.

ສິງກະໂປເປັນຕະຫຼາດປະຊາກອນຜູ້ສູງອາຍຸທີ່ມີສັກກະຍະພາບທີ່ສຸດໃນລະຫວ່າງ 15 ປະເທດໃນອາຊີ-ປາຊີຟິກ ເຊິ່ງຄາດວ່າເສດຖະກິດສີເງິນຂອງປະເທດຈະມີມູນຄ່າສູງເຖິງ 7.4 ໝື່ນລ້ານໂດລາສະຫະລັດພາຍໃນປີ 2025.

ນອກຈາກນີ້ ສິນຄ້າດູແລຜູ້ສູງອາຍຸກໍມີຫຼາກຫຼາຍຂຶ້ນ ຕະຫຼາດທີ່ກ່ຽວຂ້ອງກັບການດູແລຜູ້ສູງອາຍຸກຳລັງເຕີບໂຕຂຶ້ນຢ່າງຕໍ່ເນື່ອງ ສະເພາະຫຼາຍບໍລິສັດມີການຂາຍສິນຄ້າທີ່ຫຼາກຫຼາຍຂຶ້ນ ລວມເຖິງມີການພັດທະນາໃນສາຂາສະເພາະທາງຕ່າງໆອີກດ້ວຍ.

ຫຼາຍບໍລິສັດກໍມີການອອກແບບສິນຄ້າມາເພື່ອຊ່ວຍຜູ້ສູງອາຍຸໃຫ້ສາມາດໃຊ້ຊີວິດໄດ້ຢ່າງອິດສະຫຼະ ບໍ່ວ່າຈະເປັນກົນໄກຕັດເລັບທີ່ມີແວ່ນຂະຫຍາຍ ຂໍເກາະຊິບເພື່ອໃຫ້ສາມາດໃສ່ຊຸດເອງໄດ້ ຫຼື ສ້ອມທີ່ສາມາດດັດງໍ ເພື່ອໃຫ້ຜູ້ສູງອາຍຸສາມາດຮັບປະທານອາຫານເອງໄດ້ເປັນຕົ້ນ.

ທີ່ມາ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/