ນະຄອນຫຼວງວຽງຈັນ ມີສິນຄ້າທີ່ຜະລິດໄດ້ 800 ກວ່າລາຍການ


ຫ້ອງວາງສະແດງສິນຄ້າຕົວແບບ ນະຄອນຫຼວງວຽງຈັນ (ນວ) ຫຼື ບູ໊ດພາວິລຽນ ໄດ້ນຳເອົາຜົນຜະລິດຕົວແບບນະຄອນຫຼວງວຽງຈັນ ມາວາງສະແດງເພື່ອເປັນການສົ່ງເສີມຜະລິດຕະພັນລາວ ກໍຄືສົ່ງເສີມໃຫ້ຄົນລາວເຮົາມາຊົມໃຊ້ສິນຄ້າພາຍໃນ ກໍເປັນສິນຄ້າທີ່ມີຄຸນະພາບທຽບເທົ່າສາກົນ.

ທ່ານ ສັງຄົມ ຈັນສຸກ ຮອງປະທານສະພາການຄ້າອຸດສາຫະກຳແຫ່ງຊາດລາວ ທັງເປັນປະທານສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນໄດ້ໃຫ້ສຳພາດ ວັນທີ 23 ພະຈິກ 2023 ວ່າ: ໃນນາມຕາງໜ້າໃຫ້ພາກທຸລະກິດຕາງໜ້າໃນອົງການປົກຄອງນະຄອນຫຼວງວຽງຈັນ ແລະ ຕາງໜ້າໃຫ້ພະແນກອຸດສາຫະກຳ ແລະ ການຄ້າ. ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງບູດພາວິລຽນຢູ່ໃນບຸນທາດຫຼວງວຽງຈັນ ເພື່ອເປັນການສົ່ງເສີມພາກທຸລະກິດ ເຊິ່ງພາກທຸລະກິດຂອງພວກເຮົາໄດ້ນຳເອົາສິນຄ້າທີ່ເປັນຕົວແບບມາວາງສະແດງ ເຊິ່ງປັດຈຸບັນນະຄອນຫຼວງວຽງຈັນເຮົາມີສິນຄ້າທີ່ຜະລິດໄດ້ 844 ລາຍການ ແລະ ມີສະມາຊິກທັງໝົດ 200 ກວ່າຫົວໜ່ວຍ.

ໃນການສ້າງຕັ້ງຫ້ອງວາງສະແດງສິນຄ້າຕົວແບບນະຄອນຫຼວງວຽງຈັນ ແມ່ນໄດ້ຮັບການສະໜັບສະໜູນຈາກໂຮງງານອຸດສາຫະກຳໂຕໂຢຕ້າລາວໂດຍອອກເງິນ ອອກທຶນຮອນສ້າງບູ໊ດດັ່ງກ່າວ ແລ້ວຍັງໄດ້ຮັບການສະໜັບສະໜູນຈາກຫັດຖະກຳໄຜ່ເອກະລັກ ແລະ ກາເຟດາວເຮືອງ. ດັ່ງນັ້ນ ຈຶ່ງຂໍຮຽນເຊີນຊວນຜູ້ທີ່ມາທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນ ເຂົ້າມາທ່ຽວຊົມເບິ່ງຜະລິດຕະພັນລາວໃນບູ໊ດຂອງພວກເຮົາ ແລະ ສົ່ງເສີມຜູ້ປະກອບການໂດຍການຫັນມາຊົມໃຊ້ຜະລິດຕະພັນພາຍໃນ ເຊິ່ງຈະມີຜູ້ປະກອບການກໍຄື ສະມາຊິກຂອງພວກເຮົາໄດ້ນຳເອົາຜະລິດຕະພັນຂອງຕົນມາວາງຈຳໜ່າຍຜູ້ອ້ອມຮອບຫ້ອງວາງສະແດງຂອງພວກເຮົາ ເຊິ່ງຈະສືບຕໍ່ວາງສະແດງ ແລະ ຂາຍສິນຄ້າຕັ້ງແຕ່ມື້ເປີດງານຫາວັນທີ 27 ພະຈິກນີ້.

ທີ່ມາ: ວຽງຈັນໃໝ່

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/