ຮູ້ຈັກ Orthosomnia ອາການນອນບໍ່ຫຼັບຍ້ອນພະຍາຍາມນອນໃຫ້ຫຼັບ


ໃນໂລກທຸກມື້ນີ້ທີ່ພວກເຮົາສາມາດເຂົ້າເຖິງເຕັກໂນໂລຊີຕ່າງໆໄດ້ງ່າຍ ແລະ ສະດວກຂຶ້ນກວ່າແຕ່ກ່ອນຫຼາຍ ເຮັດໃຫ້ຫຼາຍຄົນເລືອກໃຊ້ຜະລິດຕະພັນ ຫຼື ອຸປະກອນເສີມທີ່ຊ່ວຍໃຫ້ການໃຊ້ຊີວິດຂອງເຮົາສະດວກສະບາຍຍິ່ງຂຶ້ນໂດຍສະເພາະກະແສການເບິ່ງແຍງສຸຂະພາບທີ່ກຳລັງມາແຮງເຮັດໃຫ້ພວກເຮົາເຈົ້າຂ້ອຍໂດຍສະເພາະໄວໜຸ່ມສາວ ແລະ ໄວອາວຸໂສຫັນມາໃສ່ໃຈໃນເລື່ອງສຸຂະພາບການນອນຫຼາຍຂຶ້ນ ໃນທີ່ນີ້ອາດຈະລວມເປັນເຖິງການນຳໃຊ້ເຄື່ອງມືວັດແທກຜົນການນອນສ່ວນຕົວເພື່ອຕິດຕາມພຶດຕິກຳການນອນຂອງຕົນເອງ.

ຈົນຫຼາຍຄັ້ງພົບວ່າຍິ່ງເຮົາໃສ່ໃຈກັບຂໍ້ມູນດັ່ງກ່າວ ແລະ ພະຍາຍາມປັບປຸງໃຫ້ຕົນເອງນອນໄດ້ດີຂຶ້ນຫຼາຍເທົ່າໃດແຕ່ກັບກາຍເປັນວ່າຜົນທີ່ໄດ້ມັນພັດກົງກັນຂ້າມ ຍິ່ງພະຍາຍາມນອນໃຫ້ຫຼັບເທົ່າໃດພັດວ່າຍິ່ງນອນບໍ່ຫຼັບຊ້ຳ ສຸດທ້າຍຄຸນະພາບການນອນຂອງເຮົາກໍຍິ່ງຫຼຸດລົງໄປຕື່ມ ຫາກທ່ານພົບວ່າຕົນເອງກໍມີອາການແບບນີ້ຄືກັນທ່ານບໍ່ໄດ້ຜິດປົກກະຕິແຕ່ຢ່າງໃດ ເພາະໃນທາງວິທະຍາສາດກໍໄດ້ໃຫ້ຄຳອະທິບາຍແນວຄວາມຄິດນີ້ໄວ້ເຊັ່ນກັນ!

ຮູ້ຈັກກັບອາການ Orthosomnia

Orthosomnia ມາຈາກຄຳໃນພາສາກຣີກໂດຍຄຳວ່າ Orthos ແປວ່າຖືກຕ້ອງ ແລະ Somnia ແປວ່າການນອນຫຼັບ ເມື່ອລວມເຂົ້າກັນກໍຈະແປໄດ້ວ່າ ‘ການນອນຫຼັບຢ່າງຖືກຕ້ອງ‘ ເຊິ່ງປາກົດການ Orthosomnia ນີ້ຖືກນຳມາໃຊ້ອະທິບາຍສະພາວະຂອງຄົນທີ່ຕ້ອງການທີ່ຈະນອນຫຼັບຢ່າງຖືກຕ້ອງ ຫຼື ສົມບູນແບບຫຼາຍເກີນໄປຈົນເກີດຄວາມວິຕົກກັງວົນກ່ຽວກັບການວັດຜົນການນອນຂອງຕົນເອງ ແລະ ສົ່ງຜົນໃຫ້ນອນຫຼັບຍາກຫຼາຍຂຶ້ນກວ່າເດີມ.

ອາການເປັນແນວໃດ ເປັນຫຍັງຄືເປັນແບບນັ້ນ?

ຄົນທີ່ສ່ຽງມີສະພາວະ Orthosomnia ນັ້ນສາມາດສັງເກດໄດ້ວ່າອາດຈະເປັນຄົນທີ່ມີຄວາມຮູ້ສຶກຈົດຈໍ່ກັບການ ຕິດຕາມຄຸນະພາບການນອນຫຼາຍເກີນໄປບໍ່ວ່າຈະເປັນຈາກ Application ຫຼື Smartwatch  ເພາະເຂົາເຊື່ອວ່າຂໍ້ມູນຈາກເຄື່ອງມືຕິດຕາມການນອນອາດມີປະໂຫຍດໃນການລະບຸຮູບແບບ ແລະ ບັນຫາກ່ຽວກັບການນອນຫຼັບຂອງເຂົາໄດ້ ແຕ່ໃນທາງກັບກັນກໍອາດຈະເຮັດໃຫ້ຜູ້ຄົນໃຫ້ຄວາມສົນໃຈໄປທີ່ຄວາມບໍ່ສົມບູນແບບຂອງຂໍ້ມູນການນອນຫຼັບຂອງຕົນເອງ ແລະ ພະຍາຍາມຊອກຫາວິທີເພີ່ມປະສິດທິພາບການນອນໃຫ້ດີຂຶ້ນໃນທຸກດ້ານຈົນບາງຄັ້ງພາໃຫ້ເກີດຄວາມກັງວົນທີ່ຫຼາຍເກີນໄປກ່ຽວກັບຕົວເລກການວັດແທກຜົນການນອນ ແລະ ອາດນຳໄປສູ່ຄວາມຄຽດ ຄວາມວິຕົກກັງວົນກ່ຽວກັບການນອນຫຼັບຈົນເຮັດໃຫ້ນອນຫຼັບໄດ້ຍາກຂຶ້ນນັ້ນເອງ.

ໃນຕ່າງປະເທດກໍມີຜູ້ຊ່ຽວຊານບາງທ່ານອອກມາເປີດເຜີຍຜົນການວິໄຈໃນຫົວຂໍ້ ‘Orthosomnia: Are Some Patients Taking the Quantified Self Too Far?’ ເຊິ່ງພົບວ່າຄົນທີ່ຈົດຈໍ່ແຕ່ເລື່ອງຄຸນະພາບການນອນ ແລະ ໃຫ້ຄວາມສຳຄັນກັບການວັດຜົນຫຼາຍເກີນໄປເພື່ອຢາກໃຫ້ໄດ້ຕົວເລກຄຸນະພາບການນອນທີ່ຖືກຕ້ອງ ຫຼື ຢູ່ໃນເກນທີ່ດີອາດສົ່ງຜົນຕໍ່ຄວາມຄຽດ, ເກີດຄວາມວິຕົກກັງວົນຈົນສຸດທ້າຍກາຍເປັນວ່າຍິ່ງກັງວົນຫຼາຍເທົ່າໃດຍິ່ງນອນບໍ່ຫຼັບເນື່ອງຈາກພະຍາຍາມບັງຄົບຕົນເອງນອນໃຫ້ຫຼັບນັ້ນເອງ.

ປັດຈຸບັນສະພາວະ Orthosomnia ຍັງບໍ່ໄດ້ຮັບການຍອມຮັບຢ່າງເປັນທາງການວ່າເປັນຄວາມຜິດປົກກະຕິຈາກສະຖາບັນການແພດ ຫຼື ໃນແວດວົງຈິດຕະວິທະຍາເທື່ອ ແຕ່ແນວຄິດນີ້ໄດ້ເນັ້ນໃຫ້ເຫັນເຖິງຄວາມກັງວົນທີ່ເພີ່ມຫຼາຍຂຶ້ນຂອງກຸ່ມຜູ້ຊ່ຽວຊານດ້ານການນອນຫຼັບກ່ຽວກັບຜົນກະທົບດ້ານລົບທີ່ອາດເກີດຂຶ້ນຈາກເຕັກໂນໂລຊີການຕິດຕາມຜົນການນອນຕໍ່ກັບຮູບແບບການນອນຫຼັບຂອງຜູ້ຄົນໃນປັດຈຸບັນ ພວກເຂົາຈຶ່ງເຫັນຄວນວ່າພວກເຮົາຄວນທີ່ຈະນຳໃຊ້ເຕັກໂນໂລຊີດັ່ງກ່າວຢ່າງເໝາະສົມ

ຫາກພົບວ່າຕົນເອງ ຫຼື ຄົນໃກ້ຊິດກຳລັງຕົກຢູ່ໃນສະພາວະນີ້ແລ້ວເຮົາຈະມີວິທີແກ້ໄຂແນວໃດ?

  • ຈຳກັດການໃຊ້ອຸປະກອນ ຫຼື ເຄື່ອງມືຕິດຕາມການນອນ

ຫາກທ່ານພົບວ່າຕົວເອງກຳລັງຈົດຈໍ່ຢູ່ກັບຂໍ້ມູນການນອນຂອງຕົນເອງຈາກຕົວເລກເຄື່ອງມືວັດຜົນຫຼາຍເກີນໄປ ແນະນຳໃຫ້ລອງຢຸດພັກການນຳໃຊ້ອຸປະກອນດັ່ງກ່າວຊົ່ວຄາວເພື່ອຫຼຸດຜ່ອນຄວາມວິຕົກກັງວົນ  ຫຼື ຄວາມຄຽດສະສົມທີ່ເກີດຈາກການນຳໃຊ້ເຕັກໂນໂລຊີ

  • ສ້າງກິດຈະວັດການເຂົ້ານອນ

ຫຼັງຈາກຈັດກຽມສະພາບແວດລ້ອມໃນຫ້ອງນອນໃຫ້ເໝາະສົມແລ້ວ ການເຮັດກິດຈະວັດເລັກໜ້ອຍທີ່ຊ່ວຍສົ່ງເສີມການນອນກໍຖືເປັນທາງເລືອກທີ່ດີເພື່ອຈະຊ່ວຍສົ່ງສັນຍານໃຫ້ຮ່າງກາຍຮັບຮູ້ວ່າເວລາໃດຄວນຈະເຂົ້ານອນພັກຜ່ອນເຊັ່ນ: ອ່ານປຶ້ມທີ່ເສີມສ້າງພະລັງບວກໃຫ້ຕົວເອງ ຫຼື ປຶ້ມສູດມົນກ່ອນນອນ, ອາບນ້ຳອຸ່ນ, ນັ່ງສະມາທິ ຫຼື ຢືດເສັ້ນຢືດສາຍເລັກນ້ອຍ, ປິດໄຟໃນຫ້ອງນອນລວມເຖິງເປີດແອໃນອຸນຫະພູມທີ່ເອື້ອຕໍ່ການນອນຫຼັບ.

  • ປຶກສາຜູ້ຊ່ຽວຊານ

ຫາກຄວາມກັງວົນກ່ຽວກັບການນອນຫຼັບສົ່ງຜົນກະທົບຫຼວງຫຼາຍກັບຊີວິດຂອງທ່ານ ກໍຈົ່ງຢ່າລັງເລທີ່ຈະເຂົ້າໄປປຶກສາຜູ້ຊ່ຽວຊານດ້ານການນອນຫຼັບທີ່ສາມາດໃຫ້ຄຳແນະນຳສ່ວນຕົວກັບທ່ານໄດ້ ແລະ ອາດຈະແນະນຳການບຳບັດດ້ານອື່ນທີ່ເໝາະສົມກັບພຶດຕິກຳການນອນຂອງທ່ານເພື່ອຊ່ວຍໃຫ້ທ່ານສາມາດນອນຫຼັບໄດ້ດີຂຶ້ນ.

ຂອບໃຈຂໍ້ມູນຈາກ:  https://thestandard.co/life/what-is-orthosomnia/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/