ເປັນຫຍັງຄົນຈຶ່ງມັກເບິ່ງ ASMR? ຈົນເຈົ້າຂອງຊ່ອງບາງຄົນມີລາຍໄດ້ເປັນກອບເປັນກຳ


ໃຜທີ່ເປັນສາຍໂຊຊຽວຄົງຈະເຫັນຄລິບ ASMR ຜ່ານຫູຜ່ານຕາ ຫຼື ບາງຄົນມັກທີ່ຈະເບິ່ງອີກພ້ອມ ເປັນຫຍັງເຮົາຈຶ່ງມັກຄລິບທີ່ບໍ່ໄດ້ເວົ້າຫຍັງແບບນີ້? ຈຸດຂາຍຂອງມັນຢູ່ໃສ ຄືດຶງດູດຜູ້ຄົນຫຼາກຫຼາຍແທ້ ຈົນວ່າເຈົ້າຂອງຊ່ອງບາງຄົນສາມາດສ້າງລາຍໄດ້ລ້ຽງຊີບກັນເລີຍ? ກ່ອນອື່ນໝົດເຮົາມາເບິ່ງຄວາມໝາຍກັນກ່ອນ

ASMR ແມ່ນຫຍັງ?

ASMR ມາຈາກຄຳວ່າ Autonomous Sensory Meridian Response ໝາຍເຖິງປະຕິກິລິຍາທາງຊີວະພາບຂອງຮ່າງກາຍຕໍ່ກັບການຕອບສະໜອງທາງປະສາດສຳຜັດອັດຕະໂນມັດ ເຊິ່ງແມ່ນປາກົດການທາງປະສາດສຳຜັດທີ່ຕອບສະໜອງຕໍ່ຄວາມຮູ້ສຶກສຸກສົມ ຫຼື ຄວາມຫວາດສຽວທີ່ໜ້າພໍໃຈ ໂດຍທົ່ວໄປຈະເກີດບໍລິເວນໜັງຫົວ, ຕົ້ນຄໍ ຫຼື ຫຼັງ ເພື່ອຕອບສະໜອງສິ່ງກະຕຸ້ນຕໍ່ການໄດ້ຍິນ ແລະ ການແນມເຫັນພາບ.

ຄຳວ່າ ASMR ຖືວ່າຍັງເປັນຄຳສັບໃໝ່ ເຊິ່ງກ່ອນໜ້ານີ້ເຮົາຈະນິຍົມອະທິບາຍປາກົດການແບບນີ້ວ່າ “ຄວາມຮູ້ສຶກຫວາດສຽວໃນສະໝອງ” ຫຼື “ຈຸດສຸດຍອດຂອງສະໝອງ” ນັ້ນເອງ

ໂດຍທົ່ວໄປເຮົາຈະຮັບຮູ້ໄດ້ວ່າຕົນເອງມີປະຕິກິລິຍາກັບ ASMR ກໍຕໍ່ເມື່ອເຮົາເບິ່ງວິດີໂອ ASMR ແລ້ວເກີດຄວາມຮູ້ສຶກຫວາດສຽວ ຫຼື ຂົນລຸກ ເຊິ່ງຄວາມຮູ້ສຶກຫວາດສຽວດັ່ງກ່າວມັກຈະເລີ່ມຕົ້ນທີ່ບໍລິເວນຫົວ, ບ່າໄຫຼ່ ຫຼື ກະດູກສັນຫຼັງແລ້ວແຜ່ກະຈາຍໄປຍັງພາກສ່ວນອື່ນໆຂອງຮ່າງກາຍເພື່ອສ້າງຄວາມຮູ້ສຶກເພິ່ງພໍໃຈ ແລະ ອາລົມຜ່ອນຄາຍ.

ປັດຈຸບັນ ASMR ໄດ້ຮັບຄວາມນິຍົມຫຼາຍຂຶ້ນໂດຍສະເພາະໃນເວັບໄຊຢ່າງ YouTube, ໂດຍມີວິດີໂອ ASMR ນັບບໍ່ຖ້ວນທີ່ກະຕຸ້ນການໄດ້ຍິນ ແລະ ເຫັນພາບໂດຍສະເພາະ.

ຜ່ານການສຳຫຼວດຜູ້ຄົນມັກຈະບອກວ່າພວກເຂົາຮູ້ສຶກສະຫງົບ ແລະ ຮູ້ສຶກຢາກນອນຫຼາຍຂຶ້ນຫຼັງຈາກໄດ້ເບິ່ງ ຫຼື ຟັງວິດີໂອ ASMR ແລະ ພວກເຂົາຍັງບອກອີກວ່າວິດີໂອພວກນີ້ຊ່ວຍໃຫ້ພວກເຂົານອນຫຼັບງ່າຍຂຶ້ນ ແລະ ຍັງຊ່ວຍຫຼຸດຄວາມຮູ້ສຶກວິຕົກກັງວົນອີກດ້ວຍ.

ຢ່າງໃດກໍຕາມໃນປັດຈຸບັນກໍຍັງບໍ່ມີຫຼັກຖານທີ່ມາຮອງຮັບເລື່ອງນີ້ເທື່ອ ແລະ ຍັງບໍ່ມີງານວິໄຈໃດທີ່ຊີ້ບອກວ່າທຸກຄົນຈະສາມາດປະສົບກັບຄວາມຮູ້ສຶກນີ້ໄດ້ຄືກັນໝົດ ແຕ່ກໍມັກຈະມີຄວາມເຂົ້າໃຈຜິດທີ່ພົບເຫັນໄດ້ເລື້ອຍໆກ່ຽວກັບ ASMR ວ່າມັນມີຈຸດປະສົງເພື່ອປຸກເລົ້າອາລົມທາງເພດເນື່ອງຈາກເປັນວິດີໂອທີ່ຖືກຖ່າຍຢ່າງໃກ້ຊິດ ແລະ ດ້ວຍລັກສະນະຄວາມເປັນສ່ວນຕົວຂອງວິດີໂອ.

ສາເຫດທີ່ດຶງດູດໃຫ້ຄົນສົນໃຈຈົນ YouTuber ບາງຄົນສ້າງລາຍໄດ້ຈາກມັນໄດ້ມະຫາສານ?

ໂດຍທົ່ວໄປແລ້ວວິດີໂອ ASMR ຈະເປັນວິດີໂອທີ່ງຽບສະຫງັດ ແລະ ຖ່າຍຢ່າງໃກ້ຊິດ. ດັ່ງນັ້ນ, ສຽງຊຶ່ມຄ່ອຍໆລະຫວ່າງແຕ້ມຮູບໄປນຳອາດຈະເປັນຕົວກະຕຸ້ນໃຫ້ເກີດອາລົມຜ່ອນຄາຍ ຂະນະທີ່ສຽງດັງຢ່າງສຽງເຮືອບິນ ຫຼື ສຽງເຄື່ອງດູດຝຸ່ນອາດບໍ່ໄດ້ເຮັດໃຫ້ເກີດຄວາມຮູ້ສຶກແບບນັ້ນ.

ແຕ່ທຸກຄົນກໍມີຄວາມສາມາດຮັບການກະຕຸ້ນແຕກຕ່າງກັນໄປ, ໂດຍປົກກະຕິວິດີໂອ ASMR ຈະຖືກຈັດເປັນ 2 ປະເພດໃຫຍ່ໆກໍຄື: ASMR ແບບກິນ ແລະ  ASMR  ແບບນອນ.

+ ASMR ແບບກິນ: ພາບ ແລະ ສຽງໃນວິດີໂອຈະມີຄວາມຊັດເຈນ, ເວລາເບິ່ງແລ້ວເຮັດໃຫ້ຜູ້ຄົນຮູ້ສຶກມີຄວາມສຸກ ແລະ ມີຄວາມຢາກອາຫານທັງຢາກຮ່ວມກິນອາຫານໄປນຳ

+ ASMR ແບບນອນ: ສ່ວນໃຫຍ່ເນັ້ນຮູບແບບສຽງທີ່ເປັນ pattern ຊ້ຳໆເດີມໆ ວິດີໂອກໍຈະມີຄວາມເນີບ ແລະ ຊ້າ, ສ່ວນຫຼາຍເປັນສຽງຊຶ່ມເພື່ອໃຫ້ຄົນເບິ່ງຮູ້ສຶກຜ່ອນຄາຍ ແລະ ຮູ້ສຶກຢາກນອນນັ້ນເອງ

ແລ້ວການເບິ່ງ ASMR ມີປະໂຫຍດຫຍັງ?

ດັ່ງທີ່ເຄີຍກ່າວໄວ້ວ່າວິດີໂອ ASMR ມີຫຼາຍປະເພດ ແຕ່ຫາກໃຫ້ເວົ້າຄຸນປະໂຫຍດຫຼັກໆກໍຄົງຈະແມ່ນຊ່ວຍເລື່ອງການນອນ, ຊ່ວຍປັບສະພາບອາລົມ, ຫຼຸດຜ່ອນຄວາມຕຶງຄຽດ ແລະ ເພີ່ມຄວາມຢາກອາຫານ. ຢ່າງໃດກໍຕາມ ASMR ກໍເປັນວິດີໂອທີ່ມອບຄວາມບັນເທີງ ແລະ ຄວາມຜ່ອນຄາຍເຊິ່ງເປັນຄວາມມັກສະເພາະບຸກຄົນ ດັ່ງນັ້ນ,ແຕ່ລະຄົນກໍອາດຈະມັກ ASMR ທີ່ບໍ່ຄືກັນ.

ຂອບ​ໃຈ​ຂໍ້​ມູນ​ຈາກ:

https://rb.gy/9sfgeb

https://rb.gy/d7v8mb

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/