ກະຊວງ ຖວທ ສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກທາງທຳມະຊາດ


ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບຄູ່ຮ່ວມງານໂຄງການຮ່ວມມືເຢຍລະມັນການປົກປັກຮັກສາ ແລະ ສົ່ງເສີມການນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນານາພັນແບບຍືນຍົງ (PROFEB) ໄດ້ຈັດພິທີສະຫຼຸບລາຍງານຜົນສຳເລັດເບື້ອງຕົ້ນຂະບວນການນໍາສົ່ງເອກະສານຄໍາຮ້ອງສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ແຂວງຄຳມ່ວນເຂົ້າເປັນມໍລະດົກໂລກທາງທຳມະຊາດ.

ປັດຈຸບັນສູນມໍລະດົກໂລກກຳລັງຄົ້ນຄວ້າເພື່ອສົ່ງຄະນະຊ່ຽວຊານກ່ຽວຂ້ອງເດີນທາງມາເຮັດວຽກຢູ່ ສປປ ລາວ ເພື່ອກວດກາອົງປະກອບມໍລະດົກໂລກຢູ່ແຫຼ່ງມໍລະດົກອຸທິຍານແຫ່ງຊາດຫີນໜາມໜໍ່ຕາມທີ່ໄດ້ກຳນົດໄວ້ໃນເອກະສານຄຳຮ້ອງ ເຊິ່ງຄະນະຊ່ຽວຊານດັ່ງກ່າວອາດເດີນທາງມາ ສປປ ລາວ ໃນລະຫວ່າງເດືອນສິງຫາ ຫາ ເດືອນຕຸລາ ປີ 2024 ນີ້.

ອຸທິຍານແຫ່ງຊາດຫີນໜາມໜໍ່ໄດ້ຖືກຮັບຮູ້ໃຫ້ເປັນສະຖານທີ່ສຳຄັນລະດັບໂລກແຫ່ງໜຶ່ງດ້ານການອະນຸລັກຊີວະນານາພັນ ໂດຍອີງຕາມຄຸນລັກສະນະຂອງທີ່ຢູ່ອາໄສຂອງສັດປ່າ ແລະ ປ່າໄມ້, ຄຸນລັກສະນະອັນໂດດເດັ່ນທາງທໍລະນີວິທະຍາ, ຄວາມຫຼາກຫຼາຍຂອງບັນດາສັດ ແລະ ພັນພືດລວມທັງສາຍພັນທີ່ຖືກຄຸກຄາມໃກ້ຈະສູນພັນ, ສາຍພັນທີ່ມີສະເພາະຖິ່ນ ແລະ ສາຍພັນສັດສະເພາະທີ່ມີໃນເຂດປ່າຫີນປູນ.

ດັ່ງນັ້ນ, ການຍົກລະດັບຂຶ້ນເປັນສະຖານທີ່ມໍລະດົກໂລກຂອງອົງການ UNESCO ຈະເປັນການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ການອະນຸລັກລະບົບນິເວດວິທະຍາທີ່ມີເອກະລັກສະເພາະແຫ່ງນີ້.

ຂອບໃຈຂໍ້ມູນຈາກ:

ປະຊາຊົນ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/