Bruno Fernandes ນັກເຕະບານຂອງທີມ Manchester United ຢ່າງທີ່ທຸກຄົນໄດ້ຮູ້ກັນຢູ່ແລ້ວວ່າ ນອກຈາກການຫຼິ້ນທີ່ດີແລ້ວ ຍັງເປັນຕົວຫຼັກຂອງທີມເລີຍກໍວ່າໄດ້ ເພາະນັບຕັ້ງແຕ່ຍ້າຍເຂົ້າມາໃນທີມ ທຸກຢ່າງກໍເລີ່ມປ່ຽນແປງໃນທາງທີ່ດີຂຶ້ນ ຫຼື ດີເກີນຄາດ ຈົນສາມາດຄວ້າລາງວັນນັກເຕະໃນຫຼາຍຕຳແໜ່ງ, ນອກຈາກການເຕະທີ່ສຸດຍອດແລ້ວ ບຣູໂນ້ ຍັງທຸ່ມເທທັງແຮງກາຍ ແຮງໃຈ, ມຸ່ງໝັ້ນຕັ້ງໃຈເປັນທີ່ສຸດ.
![](https://laox.la/wp-content/uploads/2021/03/image-165.png)
ຄອບຄົວຂອງບຣູໂນ້ ຮັກກິລາເປັນທີ່ສຸດ ແລະ ພ້ອມສະໜັບສະໜູນລູກໆສະເໝີ, ພໍ່ຂອງບຣູໂນ້ມັກໃນວົງການກິລາຫຼາຍ ແລະ ຍັງເປັນນັກກິລາ ໂດຍຈະໃສ່ເສື້ອເຕະບານເບີ 8. ຫຼັງຈາກບຣູໂນ້ສານຝັນຕໍ່ຈາກພໍ່ ບຣູໂນ້ກໍໃສ່ເສື້ອເບີດຽວກັນກັບພໍ່, ສ່ວນແມ່ຂອງລາວກໍມັກໃນວົງການເຕະບານຢູ່ແລ້ວ ພ້ອມທັງເປັນແຟນບານຫຼາຍໆທີມ.
ໃນຕອນບຣູໂນ້ຍັງນ້ອຍ ລາວເປັນຄົນທີ່ຕັ້ງໃຈຫຼາຍເມື່ອເວລາລົງສະໜາມ, ດຸໝັ່ນເຝິກຊ້ອມໃນແຕ່ລະມື້. ສ່ວນການຮຽນຈົບພຽງແຕ່ ມ5 ກໍອອກຮຽນມາສານຝັນເປັນນັກກິລາໂດຍກົງ ທັ້ງໆທີ່ເປັນຄົນທີ່ຮຽນເກັ່ງ ຄະແນນສູງສຸດໃນຊັ້ນຮຽນ ແຕ່ຍ້ອນຄວາມມັກຮັກກິລາບານເຕະ ຈຶ່ງໄດ້ອອກແຕ່ໂຮງຮຽນ ແລ້ວມາຈິງຈັງກັບບານຢ່າງດຽວ.
![](https://laox.la/wp-content/uploads/2021/03/image-166.png)
ປັດຈຸບັນ ບຣູໂນ້ຫຼິ້ນໃຫ້ສະໂມສອນແມນເຊສເຕີ ມີສ່ວນຮ່ວມທຸກນັດ ແລະ ໂດດເດັ່ນທີ່ສຸດໃນທີມ, ເຊິ່ງສາມາດເວົ້າໄດ້ວ່າເຂົາເປັນນັກເຕະທີ່ດີທີ່ສຸດໃນທີມກໍວ່າໄດ້. ນອກຈາກນີ້ ໝູ່ໃນທີມຕ່າງກໍພາກັນປະທັບໃຈໃນການຫຼິ້ນຂອງລາວ ພ້ອມທັງແຟນໆແມນຢູນຳອີກດ້ວຍ.
![](https://laox.la/wp-content/uploads/2021/03/image-167.png)
ຂອບໃຈຂໍ້ມູນຈາກ: