Taylor Swift ສະແດງຄວາມດີໃຈ! ຫຼັງຈາກຊຸກຍູ້ກົດໝາຍໃຫ້ແກ່ກຸ່ມຄົນ LGBTQ+ ມາແຕ່ດົນ ໃນທີ່ສຸດກໍປະສົບຜົນສຳເລັດ!


ເທເລີ ສະວິບ ເປັນນັກຮ້ອງທີ່ມີຊື່ສຽງຄົນໜຶ່ງ ທີ່ອອກມາສະແດງຈຸດຢືນທາງການເມືອງ ແລະ ເປັນຫາງສຽງໃຫ້ແກ່ກຸ່ມຄົນ LGBTQ+ ມາແຕ່ດົນນານ, ເພື່ອຮຽກຮ້ອງ ສະເໜີ ແລະ ຊຸກຍູ້ ໃຫ້ກົດໝາຍ The Equality Act ຫຼື ກົດໝາຍທີ່ຊ່ວຍໃຫ້ປ້ອງກັນບັນດາກຸ່ມຄົນ LGBTQ+ ຈາກການຖືກເລືອກປະຕິບັດ, ບໍ່ວ່າຈະເປັນທາງດ້ານການຈ້າງແຮງງານ ພ້ອມກັບການສຶກສາ ແລະ ການເຂົ້າເຖິງການບໍລິການຕ່າງໆ ເປັນຕົ້ນແມ່ນຮ້ານອາຫານ, ຫ້ອງນ້ຳ. ເທເລີ ຕ້ອງການໃຫ້ມີກົດໝາຍນີ້ຂຶ້ນ ເພື່ອສ້າງຄວາມເທົ່າທຽມໃຫ້ກັບກຸ່ມຄົນ LGBTQ+ ແລະ ໃນປັດຈຸບັນນີ້ ສິ່ງທີ່ລາວວາງເປົ້າໝາຍໄວ້ ແລະ ຕັ້ງໃຈເພື່ອທຸກຄົນສະເໝີມາ ໃນທີ່ສຸດກໍສຳເລັດແລ້ວ.

ໃນປີ 2019 ເທເລີ ໄດ້ຂຽນຈົດໝາຍເພື່ອສະເໜີສະພາ ພ້ອມທັງໄດ້ເຊີນຊວນໃຫ້ຮ່ວມລົງຊື່ສະໜັບສະໜູນກົດໝາຍນີ້ ແລະ ນຳໄປຍື່ນໃຫ້ທາງລັດພິຈາລະນາ, ໃນລາຍຊື່ມີຜູ້ສະໜັບສະໜູນເຖິງ 830,000 ລາຍຊື່.

ໃນຕອນນັ້ນກົດໝາຍນີ້ບໍ່ໄດ້ຮັບອະນຸມັດຈາກ Donald Trump, ແຕ່ວ່າ ເທເລີ ກໍຍັງອອກມາສະແດງຈຸດຢືນຕະຫຼອດມາ.

ປັດຈຸບັນ ກົດໝາຍດັ່ງກ່າວໄດ້ຮັບອະນຸມັດ ແລະ ເຂົ້າສູ່ຂະບວນການໂຫວດຮ່າງກົດໝາຍຈາກລັດຖະສະພາ, ເຊິ່ງເຮັດໃຫ້ຜູ້ຄົນທີ່ຮ່ວມສະໜັບສະໜູນກັບນັກຮ້ອງສາວຄົນນີ້ ຕ່າງກໍດີໃຈກັນຖ້ວນໜ້າ ໂດຍສະເພາະກຸ່ມຄົນ LGBTQ+ ທີ່ດີໃຈເປັນພິເສດ ເພາະພວກເຂົາກໍຈະໄດ້ຮັບການປະຕິບັດແບບເທົ່າທຽມ.

ພິເສດໄປກວ່ານັ້ນ ປະທານາທິບໍດີ Joe Biden ຍັງໄດ້ອອກມາທະວີດຂໍໃຫ້ທາງລັດຖະສະພາອະນຸມັດກົດໝາຍເຊັ່ນດຽວກັນ, ເຊິ່ງສະແດງໃຫ້ເຫັນໄດ້ຊັດເຈນເລີຍວ່າ ທ່ານ ໂຈ ກໍເຫັນດີໃຫ້ການສະໜັບສະໜູນຢ່າງເຕັມທີ່.

ພາບ: Jamie McCarthy

ຂອບໃຈຂໍ້ມູນຈາກ: