ດີໃຈກວ່າຖືກເລກກໍຄືການໄດ້ນ້ອງກັບຄືນນີ້ລະ! ເມື່ອຄອບຄົວຊາວເທັກຊັດພົບນ້ອງໝາທີ່ຫາຍໄປ ຈາກພາຍຸພັດເມື່ອ 3 ປີກ່ອນ


ຫຼາຍຄົນທີ່ລ້ຽງໝາ ມື້ໃດທີ່ໝາໂຕທີ່ເຮົາຮັກຫາຍໄປ ເຊື່ອວ່າເຮົາຕ້ອງໃຈຫາຍແນ່ນອນ ແລະຈະກັບມາດີໃຈອີກຄັ້ງເມື່ອມັນກັບມາ. ເຊັ່ນດຽວກັນກັບ ຣາເຊວ ແລະ ໂຄສະເຕີ ກັບການຫາຍໄປຂອງນ້ອງໝາຊື່ ແມັດດີ້ ໝາເພດເມຍພັນປະສົມລະຫວ່າງຊະເນົາເຊີ ແລະ ເທີເຣຍ ທີ່ໄດ້ຫາຍໄປກ່ອນການພັດຢ່າງຮຸນແຮງຂອງເຮີລິເຄນບໍ່ເທົ່າໃດມື້ ໃນປີ 2017 ທີ່ລັດເທັກຊັດ ສະຫະລັດອາເມຣິກາ, ຄອບຄົວໂຄສະເຕີເປັນຄອບຄົວໜຶ່ງທີ່ຖືກເຮີລິເຄນຮຸກຮານ.
“ຫຼັງຈາກທີ່ຄອບຄົວຂອງຂ້ອຍ ແລະ ໝູ່ເພື່ອນຂອງຂ້ອຍຊ່ວຍກັນຍ້າຍເຄື່ອງເຂົ້າບ້ານຫຼັງໃໝ່ໃນເມືອງນິວແຄນີ ຂ້ອຍພົບວ່າແມັດດີຫາຍໄປ ເຊິ່ງທຳອິດຄິດວ່າມັນອອກໄປຍ່າງຫຼິ້ນກັບໝູ່ຂອງຂ້ອຍ ແຕ່ຫຼັງຈາກທີ່ໄດ້ຖາມໝູ່ ແລະ ອອກຕາມຫາແລ້ວກໍຍັງຫາບໍ່ພົບ ຜ່ານໄປດົນຫຼາຍເດືອນມັນກໍຍັງບໍ່ກັບມາ ຂ້ອຍເລີຍເລີ່ມຮູ້ສຶກໝົດຫວັງ” ຣາເຊວ ກ່າວ.

ຫຼັງຈາກການຫາຍຕົວໄປກວ່າ 3 ປີ “ເກວ ທີບອນ” ອາສາສະໝັກຂອງອົງກອນຊ່ວຍເຫຼືອສັດລ້ຽງແຫ່ງໜຶ່ງ ໄດ້ພົບແມັດດີ້ຍ່າງຄືຫຼົງຢູ່ໃນເມືອງຊູກາແລນ ຫ່າງຈາກຈຸດທີ່ຄາດວ່າຫາຍຕົວໄປເກືອບຮ້ອຍກິໂລແມັດ, ເກວ ຈຶ່ງພາໄປພົບສັດຕະວະແພດ ແລະ ຫຼັງຈາກທີ່ກວດສອບຂໍ້ມູນຈາກໄມໂຄຊິບທີ່ຝັງຢູ່ໃນຕົວແລ້ວ ພົບວ່າຂໍ້ມູນໃນໄມໂຄຊິບນັ້ນບໍ່ມີການອັບເດດຂໍ້ມູນ ເກວຈຶ່ງຕັດສິນໃຈປະກາດພາບຂອງແມັດດີລົງໃນ Facebook ເພື່ອຕາມຫາເຈົ້າຂອງ.

ແລະໂຊກດີທີ່ “ມາຣິລິນ ລິດ” ຜູ້ອຳນວຍການມູນລະນິທິ Lost Dogs of Texas ໄດ້ປະກາດຕາມຫາເຈົ້າຂອງໝາໂຕນີ້ພ້ອມເຊັ່ນກັນ ແລະ ເຂົ້າມາຊ່ວຍເຫຼືອດ້ວຍການດຶງຂໍ້ມູນສ່ວນບຸກຄົນແບບພິເສດຈາກໄມໂຄຊິບ ພ້ອມນຳຂໍ້ມູນທີ່ໄດ້ ຄືຊື່ ແລະ ທີ່ຢູ່ຂອງແມ່ຣາເຊວຕິດຕໍ່ກັບໄປ ແລະ ໃນທີ່ສຸດ ແມັດດີ້ ກໍໄດ້ກັບມາຢູ່ກັບເຈົ້າຂອງອີກຄັ້ງ.

“ແມ່ໂທມາຫາຂ້ອຍ ແລະ ບອກວ່າຫາແມັດດີ້ເຫັນແລ້ວ ທຳອິດຄິດວ່າເປັນການຫຼອກລວງ ແຕ່ເມື່ອກວດສອບກັບເຈົ້າໜ້າທີ່ມູນລະນິທິແລ້ວ ໝາໂຕນັ້ນກໍຄືແມັດດີ້ແທ້ໆ ຄອບຄົວເຮົາດີໃຈຫຼາຍ ແລະ ຂອບໃຈທຸກຄົນທີ່ຊ່ວຍຕາມຫາອີຫຼີ ຂ້ອຍຮູ້ສຶກວ່າຄືມີພະເຈົ້າຊ່ວຍອຸ້ມແມັດດີ້ກັບມາຄືນທີ່ບ້ານຂອງເຮົາ” ຣາເຊວ ກ່າວກັບສື່ຂ່າວຢ່າງດີໃຈ.

ພາບ: click2houton.com

ຂອບໃຈຂໍ້ມູນຈາກ: