ຕຳຫຼວດເຜີຍ ເດັກນັກຮຽນຍິງ ປະເທດ ກາຍອານາ ຈູດໄຟເຜົາຫໍພັກໂຮງຮຽນຕົນເອງ ຫຼັງບໍ່ພໍໃຈຖືກຢຶດໂທລະສັບ


ເຈົ້າໜ້າທີ່ຕຳຫຼວດ ປະເທດ ກາຍອານາ ໄດ້ເປີດເຜີຍວ່າ ເຫດໄຟໄໝ້ຫໍພັກນັກຮຽນຍິງ ໃນໂຮງຮຽນມັດທະຍົມ ໃນເມືອງ ມາເດຍ ອັນເປັນເຫດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 19 ຄົນເມື່ອຕົ້ນອາທິດທີ່ຜ່ານມານີ້ ມີສາເຫດມາຈາກ ເດັກຍິງຄົນໜຶ່ງເປັນຄົນຈູດໄຟເຜົາ  ຍ້ອນບໍ່ພໍໃຈຫຼັງຖືກນາຍຄູ ແລະ ເຈົ້າໜ້າທີ່ປະຈຳຫໍພັກຢຶດໂທລະສັບໄປ.

ທາງດ້ານຂອງ ເດວິດ ອະດຳ ເຈົ້າເມືອງ ມາເດຍ ຢືນຢັນວ່າ ເດັກນັກຮຽນຄົນດັ່ງກ່າວມີສ່ວນກ່ຽວຂ້ອງກັບການສູນເສຍຄັ້ງນີ້ ໂດຍໃນເບື້ອງຕົ້ນເຈົ້າໜ້າທີ່ຍັງບໍ່ໄດ້ເຜີຍເຖິງເລື່ອງການຈັບກຸມ ຫຼື ແນວທາງໃນການປະຕິບັດຕໍ່ຜູ້ກະທຳຜິດທີ່ເປັນເຍົາວະຊົນ ແຕ່ຢ່າງໃດ.

ຝ່າຍເຈົ້າໜ້າທີ່ພິສູດຫຼັກຖານຂອງ ກາຍອານາ ເປີດເຜີຍວ່າ: 6 ຈາກ 19 ຄົນທີ່ເສຍຊີວິດ ແມ່ຍ້ອນສູດດົມຄວັນໄຟເຂົ້າໄປໃນປະລິມານຫຼາຍ ບວກກັບມີບາດແຜຈາກການຖືກໄຟເຜົາ. ຂະນະທີ່ອີກ 13 ​ຄົນ ຈະຖືກສົ່ງຕໍ່ໄປໜ່ວຍງານຮັບຜິດຊອບເພື່ອກວດສອບຫາ DNA ລະບຸລັກສະນະ ແລະ ຕົວຕົນຂອງຜູ້ເສຍຊີວິດຕໍ່ໄປ. ສ່ວນນັກຮຽນອີກເກືອບ 30 ຄົນທີ່ໄດ້ຮັບບາດເຈັບແມ່ນກຳລັງປິ່ນປົວຢູ່ໂຮງໝໍໃກ້ຄຽງ.

ນອກຈາກນີ້ ໃນປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບຄວາມເປັນໄປໄດ້ວ່າ ຫໍພັກດັ່ງກ່າວບໍ່ມີການຕິດຕັ້ງລະບົບເຕືອນໄພທີ່ທັນສະໄໝ ແລະ ນັກຮຽນເອງກໍອາດຈະບໍ່ໄດ້ຮັບການເຝິກຝົນປະຕິບັດການໃນສະຖານະການຊ້ອມໜີໄຟ ຫຼື ຊ້ອມດັບໄຟແຕ່ຢ່າງໃດ ໂດຍຈາກເຫດການທີ່ເກີດຂຶ້ນສະທ້ອນໃຫ້ເຫັນວ່າ ອາດຈະຕ້ອງມີການປັບປຸງລະບົບຄວາມປອດໄພຄືນໃໝ່ທັງໝົດ.

ທາງດ້ານຂອງ ອີຟານ ອາລີ ປະທານາທິບໍດີ ກາຍອານາ ໄດ້ເດີນທາງໄປພົບ ແລະ ສະແດງຄວາມເສຍໃຈຕໍ່ຄອບຄອບຄົວ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງໃນການສູນເສຍຄັ້ງນີ້ ພ້ອມທັງປະກາດໃຫ້ປະຊາຊົນຮ່ວມໄວ້ອາໄລລະດັບຊາດໃຫ້ແກ່ຄວາມສູນເສຍຄັ້ງນີ້ ເປັນໄລຍະເວາລາ 3 ວັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/