Solana ລະດົມທຶນກວ່າ 10 ລ້ານໂດລາ ເພື່ອລວມ AI ເຂົ້າກັບ Blockchain ໃນເຄືອຂ່າຍ


Solana Foundation ອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລທີ່ອຸທິດຕົນເພື່ອບຳລຸງຮັກສາ ເເລະ ພັດທະນາ Layer-1 Solana blockchain, ໂດຍອົງການຈັດຕັ້ງໄດ້ມີການປະກາດຮ່ວມມືກັບ AI ດ້ວຍການໃຊ້ Chat GPT plug-in ທີ່ Solana Labs ເປັນຜູ້ພັດທະນາ.

ໂດຍ Chat GPT plug-in ສາມາດດາວໂຫຼດໄດ້ຈາກ Github, ສິ່ງນີ້ຈະເຮັດໃຫ້ ເຂົ້າໃຈຂໍ້ມູນ ແລະ ໂປໂຕຄອນ ຫຼື ການສະແດງຂໍ້ມູນກ່ຽວກັບໂຄງສ້າງພື້ນຖານຂອງ Solana ແລະ ໂຄງການ DeFi ໄດ້ງ່າຍຂຶ້ນ

ເຊິ່ງການເຮັດວຽກໃນປັດຈຸບັນຂອງ plugin ນີ້ ຍັງລວມໄປເຖິງການຊື້ NFT, ການໂອນ token, ການກວດສອບການເຮັດທຸລະກໍາ, ການຕີຄວາມໝາຍຂອງຂໍ້ມູນບັນຊີສາທາລະນະ ແລະ ຊອກຫາ  NFT collection ຈາກລາຄາຕໍ່າສຸດໃນ Solana.

Anatoly Yakovenko ຜູ້ຮ່ວມກໍ່ຕັ້ງ Solana ກ່າວວ່າ: “ຜູ້ພັດທະນາຊັອບເເວທຸກຄົນທີ່ສ້າງແອັບພິເຄຊັນທີ່ເເນໃສ່ຜູ້ບໍລິໂພກ ຄວນຄິດເຖິງວິທີທີ່ແອັບພິເຄຊັນຂອງພວກເຂົາຈະມີການຕອບໂຕ້ແນວໃດໂດຍຜ່ານຕົວແບບ AI, ເພາະວ່ານີ້ແມ່ນຂະບວນການໃໝ່ທີ່ຈະບອກຄອມພິວເຕີວ່າມັນຄວນເຮັດແນວໃດ”

Solana Foundation ຍັງໄດ້ປະກາດອີກວ່າ ອົງການຈັດຕັ້ງຈະເພີ່ມເງິນຮາງວັນສໍາລັບການສໍາຫຼວດຄວາມເປັນໄປໄດ້ລະຫວ່າງ Solana blockchain ແລະ AI ເຖິງ 10 ລ້ານໂດລາຈາກທຶນເດີມທີ່ 1 ລ້ານໂດລາ.

ນອກຈາກນີ້, Solana Foundation ຍັງໄດ້ເລີ່ມໂຄງການ Accelerator ເປັນໄລຍະເວລາສາມເດືອນ ສໍາລັບນັກສຶກສາມະຫາວິທະຍາໄລ. ເຊິ່ງເປັນກຸ່ມທົດລອງເຕັມຮູບແບບທີ່ທົດລອງກັບ blockchain ແລະ AI.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/