ເປັນອີກ moment ທີ່ໜ້າຮັກຫຼາຍລະຫວ່າງພໍ່ລູກທີ່ກຳລັງຖືກ Share ກັນຢ່າງກວ້າງຂວາງໃນໂລກອອນລາຍ ເມື່ອ ນັກສະແດງຝີມືດີ Dwayne Johnson ຫຼື The Rock ອະດີດນັກມວຍປ້ຳ ແລະ ນັກສະແດງກ້າມບິກເບິ້ມແຫ່ງ ຮໍລິວູດ ໄດ້ອອກມາໂພສອິນສະຕາແກຣມ @therock ເຜີຍຮູບກິດຈະກຳອັນແສນໜ້າຮັກທີ່ຕົນເອງເຮັດກິດຈະກຳກັບລູກສາວໃນຊ່ວງວັນຄຣິສມາດທີ່ຜ່ານມາ ນັ້ນກໍຄືການຫຼິ້ນກະຕູນບາບີ້ ແລະ ເບິ່ງໜັງເລື່ອງ The Lion King ເຊິ່ງນັບວ່າເປັນໂມເມັ້ນທີ່ໜ້າຮັກຫຼາຍ ແລະ ຖືເປັນອີກມຸມໜຶ່ງຂອງ The Rock ທີ່ແຟນໆບໍ່ຄ່ອຍໄດ້ເຫັນ.
![](https://laox.la/wp-content/uploads/2021/01/image-51.png)
ທັງນີ້ Dwayne Johnson ມີຊື່ແທ້ວ່າ Dwayne Douglas Johnson ຫຼື ທີ່ຮູ້ຈັກເປັນຢ່າງດີຄື The Rock ເປັນອະດີດນັກມວຍປ້ຳມືອາຊີບ ແລະ ນັກສະແດງລູກເຄິ່ງແຄນນາດາ-ອາເມຣິກາ ທີ່ຫາກໍໄດ້ຮັບການຈັດອັນດັບວ່າເປັນດາຣາຊາຍທີ່ມີລາຍໄດ້ສູງສຸດຕິດຕໍ່ກັນເປັນເວລາ 2 ປີໂດຍ ວາລະສານ Forbes.
![](https://laox.la/wp-content/uploads/2021/01/image-52.png)
![](https://laox.la/wp-content/uploads/2021/01/image-53.png)
![](https://laox.la/wp-content/uploads/2021/01/image-54.png)
ທີ່ມາ: https://today.line.me/th/v2/article/jpYNor?utm_source=copyshare