Amazon ຕັດສິນໃຈເຂົ້າຊື້ ເຄືອຂ່າຍ Podcast ລະດັບໂລກຢ່າງ Wondery


ເອີ້ນໄດ້ວ່າເປັນ Deal ກ້ອນໃຫຍ່ກ່ອນລາປີ 2020 ທີ່ເຮັດໃຫ້ເຈົ້າຕະຫຼາດພອດແຄັສຢ່າງ Spotify ແລະ Apple ຕ້ອງຮ້ອນໆໜາວໆ ເມື່ອ Amazon ບໍລິສັດການຄ້າອີເລັກໂຕນິກ (e-commerce) ແລະ ເຕັກໂນໂລຊີຊັ້ນນຳລະດັບໂລກຕັດສິນໃຈເຂົ້າຊື້ Wondery ໜຶ່ງໃນເຄືອຂ່າຍພອດແຄັສໃຫຍ່ຂອງສະຫະລັດອາເມຣິກາ ເພື່ອສ້າງຖານການແຂ່ງຂັນທີ່ແຂງແຮງໃນການແຂ່ງຂັນກັບ Spotify ແລະ Apple ເຊິ່ງຄອງຕະຫຼາດຢູ່ກ່ອນໜ້າ.

ປັດຈຸບັນ Amazon ມີຄວາມໂດດເດັ່ນໃນດ້ານຂອງ audio content ຈາກການທີ່ເປັນເຈົ້າຂອງໂຮສ audio books ແລະ ພອດແຄັສ ເມື່ອເສີມດ້ວຍການເຂົ້າຊື້ Wondery ເພື່ອເຂົ້າມາເປັນສ່ວນໜຶ່ງຂອງ Amazon Music ໜຶ່ງໃນທຸລະກິດສຳຄັນ ກໍໜ້າຈະເຮັດໃຫ້ມີຄວາມແຂງແກ່ນຫຼາຍຂຶ້ນ.

ກ່ອນໜ້ານີ້ Amazon ໄດ້ເພີ່ມ Podcast feature ລົງໃນ Amazon ເມື່ອເດືອນກັນຍາ 2020 ທີ່ຜ່ານມາ ໂດຍຫວັງຍາດສ່ວນແບ່ງການຕະຫຼາດຈາກ Spotify ແລະ Apple. ແນວໃດກໍຕາມ,​ລາຍລະອຽດຂອງການຊື້ຂາຍຄ້ັງນີ້ຍັງຄົງເປັນປິດສະໜາ ເມື່ອໂຄສົກທັງສອງຝ່າຍປະຕິເສດທີ່ຈະຕອບຄຳຖາມເລື່ອງຕົວເລກ ເຊິ່ງຈາກລາຍງານຂອງໜັງສືພິມ The Wall Street Journal ໜັງສືພິມເສດຖະກິດຍັກໃຫຍ່ຂອງສະຫະລັດອາເມຣິກາ ເຊື່ອວ່າມູນຄ່າຂອງການຊື້ຂາຍໜ້າຈະຢູ່ທີ່ປະມານ 300 ລ້ານໂດລາສະຫະລັດ.

Wondery ກໍ່ຕັ້ງຂຶ້ນໃນປີ 2016 ແລະ ຕະຫຼອດເວລາທີ່ຜ່ານມາໄດ້ເຮັດການຜະລິດ Original Content ທີ່ໄດ້ຮັບຄວາມນິຍົມມາຕະຫຼອດ ບໍ່ວ່າຈະເປັນພອດແຄັສແນວອາດຊະຍາກຳຢ່າງ “Diryu John”, “Dr.Death” ແລະ “Over My Dead Body” ເຊິ່ງທາງເຫຼົ່າຜູ້ຈັດລາຍການພອດແຄັສໄດ້ເຜີຍວ່າ ມີຈຳນວນຜູ້ຟັງສູງເຖິງ 10 ຄົນຕໍ່ເດືອນ.

ການຊື້ຂອງ Amazon ເກີດຂຶ້ນປະຈວບເໝາະເຈາະກັບຊ່ວງທີ່ Spotify ແລະ Apple  ກຳລັງພະຍາຍາມທີ່ຈະຄອງຕະຫຼາດດ້ວຍການພະຍາຍາມເພີ່ມລາຍການພອດແຄັສໃນບໍລິການ streaming ຂອງຕົນເອງໃຫ້ມີຈຳນວນຫຼາຍທີ່ສຸດ ຫຼັງຈາກທີ່ການຟັງພອດແຄັສກາຍເປັນສິ່ງທີ່ໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ຈົນຜົນສຳຫຼວດຫຼ້າສຸດພົບວ່າ ຫຼາຍກວ່າ 51% ຂອງຄົນອາເມຣິກາຟັງພອດແຄັສ ເຮັດໃຫ້ທັງ Spotify, Apple ແລະ Amazon ຕ່າງກໍສັນຫາ original content ເທິງຊ່ອງທາງຂອງຕົວເອງ ເພື່ອເອົາຊະນະຄູ່ແຂ່ງ.

ທີ່ມາ: