IMF ເຕືອນ “ວິກິດໜີ້ສິນທົ່ວໂລກ” ເພີ່ມແຮງກົດດັນທາງການເງິນພາກພື້ນ ແລະ ສປປ ລາວ
ກອງທຶນການເງິນລະຫວ່າງປະເທດ (IMF) ໄດ້ອອກຄຳເຕືອນສຸກເສີນເຖິງລັດຖະບານທົ່ວໂລກ ກ່ຽວກັບວິກິດ “ໜີ້ສິນທົ່ວໂລກ” ທີ່ກຳລັງເພີ່ມຂຶ້ນຢ່າງໜ້າເປັນຫ່ວງ.
ສະພາບການດັ່ງກ່າວສ່ຽງທີ່ຈະກາຍເປັນລະເບີດເວລາທາງເສດຖະກິດ, ໂດຍ IMF ໄດ້ຊຸກຍູ້ໃຫ້ແຕ່ລະປະເທດເລັ່ງຟື້ນຟູຖານະທາງການເງິນຢ່າງຈິງຈັງ ກ່ອນທີ່ຕົ້ນທຶນດອກເບ້ຍທີ່ສູງຂຶ້ນ ແລະ ແຮງກົດດັນທາງເສດຖະກິດ ຈະສົ່ງຜົນກະທົບຢ່າງຮຸນແຮງຕໍ່ປະຊາຊົນ. ຕາມການລາຍງານຂອງ ສື່ມວນຊົນໄທ.
ໃນກອງປະຊຸມປະຈຳປີຂອງ IMF ແລະ ທະນາຄານໂລກ ທີ່ປະເທດໄທ, ທ່ານ ນາງ ຄຣິສຕາລີນາ ຈໍຈີວາ, ຜູ້ອຳນວຍການໃຫຍ່ IMF ໄດ້ເນັ້ນຢ້ຳວ່າ ໜີ້ສິນສາທາລະນະທົ່ວໂລກມີທ່າອ່ຽງເພີ່ມຂຶ້ນເກີນ 100% ຂອງ GDP ພາຍໃນ 4 ປີຂ້າງໜ້າ.
ການທີ່ລັດຖະບານຫຼາຍປະເທດສ້າງໜີ້ສິນເພີ່ມຂຶ້ນເລື້ອຍໆ ເພື່ອແກ້ໄຂບັນຫາໄລຍະສັ້ນ ໄດ້ກາຍເປັນຄືກັບ “ການຕິດສິ່ງເສບຕິດທາງການເງິນ” ທີ່ສ້າງພາລະເງິນຕົ້ນ ແລະ ດອກເບ້ຍຕົກທອດໄປສູ່ຄົນຮຸ່ນຫຼັງ.
ນອກຈາກນີ້, ການເພີ່ມຂຶ້ນຂອງອັດຕາຜົນຕອບແທນພັນທະບັດລັດຖະບານ ໃນປະເທດເສດຖະກິດຫຼັກ ເຊັ່ນ: ກຸ່ມ G7 ແລະ ສະຫະລັດອາເມຣິກາ ຍັງໄດ້ສະທ້ອນໃຫ້ເຫັນເຖິງຄວາມກັງວົນຂອງນັກລົງທຶນທີ່ມີຕໍ່ຖານະທາງການເງິນຂອງລັດ.
ສິ່ງນີ້ສົ່ງຜົນໃຫ້ຕົ້ນທຶນການກູ້ຢືມທີ່ແທ້ຈິງຂອງພາກລັດເພີ່ມຂຶ້ນຈາກ 2.3% ໃນປີ 2021 ສະເລ່ຍມາເປັນ 3.7% ໃນຊຸມປີຕໍ່ໜ້າ, ເຊິ່ງເຮັດໃຫ້ກ້າວເຂົ້າສູ່ “ວົງຈອນໜີ້ສິນ” (Debt Spiral) ທີ່ລັດຖະບານຕ້ອງໄດ້ກູ້ຢືມເງິນໃໝ່ດ້ວຍດອກເບ້ຍທີ່ແພງກວ່າເກົ່າ ເພື່ອນຳມາຊຳລະໜີ້ເກົ່າ ແລະ ຊົດເຊີຍການຂາດດຸນງົບປະມານ.
ຜົນກະທົບຈາກວິກິດໜີ້ສິນ ແລະ ອັດຕາດອກເບ້ຍໂລກທີ່ສູງຂຶ້ນນີ້ ບໍ່ໄດ້ຈຳກັດຢູ່ພຽງແຕ່ໃນກຸ່ມປະເທດທີ່ຮັ່ງມີເທົ່ານັ້ນ, ແຕ່ຍັງສົ່ງຜົນກະທົບລາມໄປຄືກັບໂດມິໂນເຖິງ ກຸ່ມປະເທດຕະຫຼາດເກີດໃໝ່ ແລະ ປະເທດກຳລັງພັດທະນາໃນອາຊີ.
ເມື່ອອັດຕາດອກເບ້ຍໃນເສດຖະກິດຫຼັກສູງຂຶ້ນ ແລະ ເງິນໂດລາແຂງຄ່າ, ເງິນທຶນຈະໄຫຼອອກຈາກປະເທດກຳລັງພັດທະນາ ເພື່ອໄປຫາແຫຼ່ງທີ່ໃຫ້ຜົນຕອບແທນສູງກວ່າ.
ສິ່ງດັ່ງກ່າວໄດ້ສ້າງແຮງກົດດັນຢ່າງໜັກໜ່ວງຕໍ່ ອັດຕາແລກປ່ຽນ ເຮັດໃຫ້ຄ່າເງິນທ້ອງຖິ່ນອ່ອນຄ່າລົງ, ເພີ່ມຄວາມສ່ຽງດ້ານເງິນເຟີ້ຈາກລາຄານ້ຳມັນ ແລະ ສິນຄ້ານຳເຂົ້າທີ່ແພງຂຶ້ນ, ພ້ອມທັງເຮັດໃຫ້ຕົ້ນທຶນການຊຳລະໜີ້ສິນຕ່າງປະເທດສູງຂຶ້ນຢ່າງຫຼີກລ່ຽງບໍ່ໄດ້.
ສຳລັບ ສປປ ລາວ, ໃນຖານະທີ່ເປັນປະເທດກຳລັງພັດທະນາໃນອາຊີ ເຊິ່ງກຳລັງປະເຊີນກັບແຮງກົດດັນທາງເສດຖະກິດ ແລະ ພາລະໜີ້ສິນ, ສະພາບແວດລ້ອມທາງການເງິນໂລກທີ່ຮັດກຸມຂຶ້ນນີ້ ຖືເປັນສິ່ງທ້າທາຍອັນໃຫຍ່ຫຼວງ.
ເມື່ອເສດຖະກິດຂະຫຍາຍຕົວຊ້າ ແຕ່ຕົ້ນທຶນດອກເບ້ຍ ແລະ ພາລະໜີ້ສິນພັດເພີ່ມຂຶ້ນ, ລັດຖະບານຈະເຫຼືອງົບປະມານສຳລັບການບໍລິການສາທາລະນະ ແລະ ການລົງທຶນໃໝ່ໜ້ອຍລົງ.
IMF ໄດ້ສະເໜີທາງອອກ ແລະ ຄຳແນະນຳທີ່ສຳຄັນວ່າ: ປະເທດທີ່ປະເຊີນກັບຂໍ້ຈຳກັດດ້ານງົບປະມານ ຕ້ອງ ຫັນປ່ຽນຈາກການກູ້ເງິນເພື່ອນຳມາກະຕຸ້ນການບໍລິໂພກໃນໄລຍະສັ້ນ ມາເປັນການລົງທຶນໃສ່ການສ້າງສະມັດຖະພາບການຜະລິດໃນໄລຍະຍາວ.
ສປປ ລາວ ແລະ ປະເທດໃນພາກພື້ນຕ້ອງໃຫ້ຄວາມສຳຄັນກັບການພັດທະນາທັກສະແຮງງານ, ການນຳໃຊ້ເຕັກໂນໂລຊີ, ການປັບປຸງໂຄງລ່າງພື້ນຖານ ແລະ ລະບົບຂົນສົ່ງເພື່ອຫຼຸດຕົ້ນທຶນທາງທຸລະກິດ, ພ້ອມທັງຂະຫຍາຍຖານລາຍຮັບ ແລະ ຖານອາກອນຢ່າງມີປະສິດທິພາບ. ສິ່ງທີ່ສຳຄັນທີ່ສຸດໃນປັດຈຸບັນ ບໍ່ແມ່ນການຕັ້ງຄຳຖາມວ່າ “ຈະກູ້ເງິນໄດ້ອີກເທົ່າໃດ”, ແຕ່ແມ່ນການ ບໍລິຫານຊັບພະຍາກອນທີ່ມີຢູ່ຢ່າງຈຳກັດ ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອສ້າງການເຕີບໂຕທາງເສດຖະກິດທີ່ຍືນຍົງ ແລະ ຫຼຸດຜ່ອນການເພິ່ງພາການສ້າງໜີ້ສິນໃໝ່.
#LaoXperts #IMF #ວິກິດໜີ້ສິນ #ເສດຖະກິດໂລກ #ສປປລາວ #ການເງິນການຄັງ #ຂ່າວເສດຖະກິດ


