ຍອດ Share ກະຈາຍ! ກັບອີກມຸມໜ້າຮັກໆຂອງ The Rock ແລະ ລູກສາວ


ເປັນອີກ moment ທີ່ໜ້າຮັກຫຼາຍລະຫວ່າງພໍ່ລູກທີ່ກຳລັງຖືກ Share ກັນຢ່າງກວ້າງຂວາງໃນໂລກອອນລາຍ ເມື່ອ ນັກສະແດງຝີມືດີ Dwayne Johnson  ຫຼື The Rock  ອະດີດນັກມວຍປ້ຳ ແລະ ນັກສະແດງກ້າມບິກເບິ້ມແຫ່ງ ຮໍລິວູດ ໄດ້ອອກມາໂພສອິນສະຕາແກຣມ @therock  ເຜີຍຮູບກິດຈະກຳອັນແສນໜ້າຮັກທີ່ຕົນເອງເຮັດກິດຈະກຳກັບລູກສາວໃນຊ່ວງວັນຄຣິສມາດທີ່ຜ່ານມາ ນັ້ນກໍຄືການຫຼິ້ນກະຕູນບາບີ້ ແລະ ເບິ່ງໜັງເລື່ອງ The Lion King ເຊິ່ງນັບວ່າເປັນໂມເມັ້ນທີ່ໜ້າຮັກຫຼາຍ ແລະ ຖືເປັນອີກມຸມໜຶ່ງຂອງ The Rock  ທີ່ແຟນໆບໍ່ຄ່ອຍໄດ້ເຫັນ.

ທັງນີ້  Dwayne Johnson   ມີຊື່ແທ້ວ່າ  Dwayne Douglas  Johnson   ຫຼື ທີ່ຮູ້ຈັກເປັນຢ່າງດີຄື The Rock  ເປັນອະດີດນັກມວຍປ້ຳມືອາຊີບ ແລະ ນັກສະແດງລູກເຄິ່ງແຄນນາດາ-ອາເມຣິກາ ທີ່ຫາກໍໄດ້ຮັບການຈັດອັນດັບວ່າເປັນດາຣາຊາຍທີ່ມີລາຍໄດ້ສູງສຸດຕິດຕໍ່ກັນເປັນເວລາ 2 ປີໂດຍ ວາລະສານ Forbes.

ທີ່ມາ: https://today.line.me/th/v2/article/jpYNor?utm_source=copyshare