ນັກວິທະຍາສາດກຳລັງຕາມຫາໂຣກປິດສະໜາ “Disease X” ແຜ່ໄວເທົ່າ COVID-19 ແຕ່ມີອັດຕາການຕາຍສູງກວ່າ!!!


ທີ່ສາທາລະນະລັດປະຊາທິປະໄຕຄອງໂກ ກຸ່ມນັກວິທະຍາສາດ ແລະ ນັກວິຊາການໄດ້ອອກປະຕິບັດການຕາມຫາໂຣກ “Disease X” ຫຼັງຈາກທີ່ຊ່ວງທ້າຍປີ 2020 ພວກເຂົາໄດ້ພົບແມ່ຍິງຄົນໜຶ່ງມີອາການຄ້າຍໂຣກອີໂບລາ ຈຶ່ງຖືກນຳໄປກວດ ແລະ ໄດ້ຜົນທີ່ໜ້າຕົກໃຈ ນັ້ນແມ່ນລາວບໍ່ໄດ້ປ່ວຍເປັນອີໂບລາ ທຸກຄົນຈຶ່ງຕັ້ງຄຳຖາມວ່າ ຫຼືວ່ານາງຈະປ່ວຍເປັນໂຣກ “Disease X”

“Disease X” ເປັນໂຣກໃນທາງທິດສະດີທີ່ນັກວິທະຍາສາດ ແລະ ນັກວິຊາການດ້ານສາທາລະນະສຸກຢ້ານວ່າ ອາດຈະນຳໄປສູ່ການລະບາດທີ່ຮ້າຍແຮງທົ່ວໂລກ ຖ້າຫາກວ່າເກີດຂຶ້ນຕອນໃດກໍຕາມ, ເຊິ່ງ WHO ໄດ້ລະບຸໄວ້ວ່າ “X” ຫຍໍ້ມາຈາກ “ສິ່ງທີ່ບໍ່ຄາດຄິດ”

“Disease X” ເປັນທີ່ຮູ້ຈັກກັນຄັ້ງທຳອິດ ສາມາດແຜ່ກະຈາຍໄປທົ່ວໂລກໄດ້ໄວເທົ່າກັບໂຄວິດ-19 ແຕ່ມີອັດຕາການເສຍຊີວິດປະມານ 50-90% ຂອງໂຣກອີໂບລາເລີຍ.
ໃນຖານະນັກວິໄຈຮຸ່ນໃໝ່ Muyembe ໄດ້ເກັບຕົວຢ່າງເລືອດຄັ້ງທຳອິດຈາກຜູ່ປ່ວຍທີ່ເຮັດໃຫ້ອາການຕົກເລືອດ ແລະ ພາກຊີວິດຜູ່ປ່ວຍປະມານ 88% ແລະ 80% ຂອງເຈົ້າໜ້າທີ່ທີ່ເຮັດວຽກໃນໂຮງໝໍທີ່ເຮັດວຽກກ່ຽວກັບງານນີ້.

ນັບຕັ້ງແຕ່ມີການຕິດເຊື້ອໄຂ້ເຫຼືອງຈາກສັດສູ່ຄົນເປັນຄັ້ງທຳອິດໃນປີ 1901 ນັກວິທະຍາສາດກໍພົບໄວຣັສອີກຢ່າງໜ້ອຍ 200 ຊະນິດທີ່ເປັນສາເຫດຂອງໂຣກຕ່າງໆໃນມະນຸດ. ຈາກການວິໄຈຂອງ Mark Woolhouse ສາສະດາຈານດ້ານລະບາດວິທະຍາໂຣກຕິດເຊື້ອທີ່ມະຫາວິທະຍາໄລ Edinburgh ພົບວ່າ ມີການຄົ້ນພົບໄວຣັສສາຍພັນໃໝ່ໃນອັດຕາ 3-4 ຊະນິດຕໍ່ປີ ແລະ ສ່ວນຫຼາຍແມ່ນມາຈາກສັດ.

ນັກວິຊາການກ່າວວ່າ ຈຳນວນໄວຣັສທີ່ເພີ່ມຂຶ້ນນັ້ນສ່ວນຫຼາຍແມ່ນມາຈາກການທຳລາຍບະບົບນິເວດ ຕັດໄມ້ທຳລາຍປ່າ ແລະ ການຄ້າສັດປ່າ. ເມື່ອແຫຼ່ງທີ່ຢູ່ອາໄສຂອງພວກມັນຫາຍໄປເຊັ່ນ: ໜູ, ເຈຍ ແລະ ແມງໄມ້ຕ່າງໆ ສາມາດຢູ່ຮ່ວມກັນກັບມະນຸດໄດ້ ແລະ ພວກມັນຈະກາຍເປັນພາຫະນຳໂຣກມາສູ່ມະນຸດ.

ປັດຈຸບັນນັກວິທະຍາສາດກຳລັງຮີບດ່ວນຕາມຫາຕົ້ນຕໍຂອງໂຣກດັ່ງກ່າວໃນຫຼາຍພື້ນທີ່ທົ່ວໂລກ ໂດຍສະເພາະບໍລິເວນປ່າດົງດິບ ເພື່ອໃຫ້ສາມາດສຶກສາ ແລະ ຫາທາງກຽມຕົວຮັບມື ແລະ ປ້ອງກັນໄດ້ທັນ ກ່ອນເກີດເຫດລະບາດຂຶ້ນໃນອະນາຄົດ.

ທີ່ມາ: https://www.facebook.com/ThailandState2020/posts/238788704473958