ຂອງຂວັນທີ່ບໍ່ມີໃຜຕ້ອງການ! ຊາຍຄົນໜຶ່ງແຕ່ງຕົວເປັນຊານຕ້າໄປຢ້ຽມຜູ່ເຖົ້າໃນບ້ານພັກຄົນຊະລາ ເຮັດໃຫ້ຕິດໂຄວິດ 157 ລາຍ!


ໃນຊ່ວງເທສະການຄຣິສມາສທີ່ຜ່ານມາ ທີ່ປະເທດເບວຢຽມ ໄດ້ເກີດເລື່ອງທີ່ເສົ້າເນື່ອງຈາກໂຄວິດ-19 ຂຶ້ນ,ເຊິ່ງເປັນການແຜ່ເຊື້ອຄັ້ງໃຫຍ່ໃນບ້ານພັກຄົນຊະລາເຮເມວຣິຈ ໃນເມືອງມອລ ມົນທົນແອນເວີບ ຫຼັງຈາກທີ່ຊາຍຄົນໜຶ່ງແຕ່ງກາຍເປັນຊານຕ້າຄລອສ ເຂົ້າຢ້ຽມບ້ານພັກຄົນຊະລາ. ໃນການເຂົ້າຢ້ຽມໃນຄັ້ງນີ້ ມີອາສາສະໝັກຈຳນວນຫຼາຍສິບຄົນໄດ້ເຂົ້າໄປຢ້ຽມເພື່ອໃຫ້ກຳລັງໃຈຄົນເຖົ້າທີ່ນັ້ນ.

ໃນເວລາຕໍ່ມາມີຊາຍຜູ່ໜຶ່ງທີ່ເປັນອາສາສະໝັກຮູ້ສຶກປ່ວຍ ແລະ ພົບວ່າຕົນເອງຕິດໂຄວິດ-19 ຈົນເຮັດໃຫ້ຜູ່ເຖົ້າໃນບ້ານພັກຄົນຊະລາ ແລະ ບຸກຄະລາກອນທັງໝົດໃນມື້ນັ້ນຕ້ອງເຂົ້າຮັບການກວດຫາເຊື້ອທັນທີ.

ຜົນກວດເຊື້ອອອກມາພົບວ່າ ມີຜູ່ຕິດເຊື້ອຈາກຊາຍຄົນດັ່ງກ່າວແລ້ວ 157 ລາຍ ໂດຍເປັນຜູ່ສູງອາຍຸ 121 ລາຍ ແລະ ອາສາສະໝັກ 36 ລາຍ ເຊິ່ງໃນຈຳນວນທີ່ກ່າວມານັ້ນ 18 ລາຍ ໄດ້ເສຍຊີວິດໄປແລ້ວ.

ທີ່ມາ: https://www.catdumb.tv/santa-superspreader-378/?fbclid=IwAR3iCTMQDyDlgVwaiMf9rTXvnu5Rlg0s_35xbFCxBmOLmalgDKOMC30NO68