ກະຊວງສາທາລະນະສຸກ ບອກເຫດຜົນ ຄ່າກວດວິເຄາະໂຄວິດ-19 1.2 ລ້ານກີບຕໍ່ຄັ້ງ


ຫຼັງຈາກທີ່ ກະຊວງສາທາລະນະສຸກ ໄດ້ອອກແຈ້ງການກ່ຽວກັບຄ່າບໍລິການກວດພະຍາດໂຄວິດ-19 ກໍມີບັນດາປະຊາຊົນໄດ້ສະແດງຄໍາຄິດເຫັນຕໍ່ກັບບັນຫານີ້ຢ່າງຫຼວງຫຼາຍ ແລະ ແຕກຕ່າງກັນອອກໄປ. ໃນໄລຍະຜ່ານມານີ້ ຄ່າບໍລິການກວດພະຍາດໂຄວິດ-19 ແມ່ນບໍ່ໄດ້ເສຍແຕ່ຢ່າງໃດ. ເມື່ອເປັນດັ່ງນັ້ນແລ້ວ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ສະຫຼຸບວ່າ: ຜ່ານມາອຸປະກອນ ພ້ອມທັງເຄມີ ທີ່ນໍາໃຊ້ເຂົ້າກວດວິເຄາະພະຍາດນີ້ ສ່ວນຫຼາຍແມ່ນທາງເຮົາຈະໄດ້ຮັບການຊ່ວຍເຫຼືອຈາກປະເທດເພື່ອນມິດ ແລະ ສາກົນ

ປັດຈຸບັນນີ້ ແມ່ນມີຈໍານວນຈໍາກັດ. ພ້ອມດຽວກັນນັ້ນ ຜູ່ທີ່ໃຫ້ການຊ່ວຍເຫຼືອກໍຢາກຈະໃຫ້ປະເທດເຮົາມີຄວາມສະເໝີພາບ ແລະ ຢາກໃຫ້ທາງເຮົາມີຄວາມຮັບຜິດຊອບຕໍ່ຕົນເອງ. ສະນັ້ນ, ຈຶ່ງສະເໜີ ມາຍັງລັດຖະບານວ່າ: ເຮົາຄວນຈະຄິດໄລ່ຕົ້ນທຶນເພື່ອທົດແທນຄືນ ເພາະເຄື່ອງລ້ວນແລ້ວແຕ່ລາຄາສູງ ໂດຍສະເພາະເຄື່ອງ PPE ລາຄາເຖິງ 35 ໂດລາສະຫະລັດ ແລະ ຕ້ອງໄດ້ໃຊ້ຫຼາຍຊຸດ.

ສະນັ້ນຈຶ່ງເຫັນດີ ເກັບຄ່າບໍລິການສະເພາະນັກທຸລະກິດ ທີ່ຈະອອກໄປສື່ສານງານໃນຕ່າງປະເທດ ລວມທັງຜູ້ທີ່ມີເງື່ອນໄຂທີ່ສາມາດຈະຈ່າຍເອງໄດ້ ແລະ ບຸກຄົນທີ່ເດີນທາງເຂົ້າອອກຕາມດ່ານສາກົນ. ຖ້າຫາກມີກໍລະນີສົງໄສ ແລະ ກຸ່ມເປົ້າໝາຍແມ່ນຈະບໍ່ໄດ້ເສຍຄ່າກວດ.

ຕາມຂໍ້ຕົກລົງຂອງກະຊວງສາທາລະນະສຸກ ເລກທີ 3439 ລົງວັນທີ 22 ທັນວາ 2020.

ຂໍຂອບໃຈຂໍ້ມູນຈາກ: ກະຊວງສາທາລະນະສຸກແຫ່ງ ສປປ ລາວ

ຂໍຂອບໃຈຂໍ້ມູນຈາກ: https://laoevent.com/53698/