ນັກວິໄຈບອກວ່າ “ຄວັນໄຟປ່າ” ອາດຈະແຜ່ໂຣກຕິດເຊື້ອມາສູ່ມະນຸດໄດ້


ນັກວິໄຈບອກວ່າຄວັນໄຟປ່າອາດຈະແຜ່ໂຣກຕິດເຊື້ອມາສູ່ມະນຸດໄດ້ຈາກຈຸລິນຊີ ແລະ ເຊື້ອຣາອັນຕະລາຍທີ່ລອຍມາກັບຄວັນໄຟ.

ເປັນເວລາກວ່າ 10 ປີທີ່ນັກວິທະຍາສາດ ສັນນິຖານວ່າ ບໍ່ມີສິ່ງໃດທີ່ສາມາດລອດຊີວິດຈາກໄຟປ່າໄດ້ ນອກຈາກນີ້ຍັງສັນນິຖານວ່າ ຄວັນໄຟເປັນໄພຮຸກຮານຕໍ່ສຸຂະພາບຂອງມະນຸດ ເພາະວ່າມັນເຕັມໄປດ້ວຍຝຸ່ນລະອອງ PM (Particulate Matter) ເປັນຝຸ່ນລະອອງທີ່ລວມກັນລອຍຢູ່ໃນອາກາດເຮັດໃຫ້ເຮົາເຫັນເປັນຝຸ່ນ ເຊິ່ງແບ່ງໄດ້ຕາມຂະໜາດ.

ໂດຍຝຸ່ນລະອອງ PM ອາດຈະເຮັດໃຫ້ຜູ້ຄົນມີອາການຄັນຢ່າງຮຸນແຮງ ຫຼື ເຮັດໃຫ້ລະບົບທາງເດີນຫາຍໃຈ ແລະ ລະບົບຫົວໃຈ-ຫຼອດເລືອດມີບັນຫາ.

ແຕ່ລາຍງານຫຼ້າສຸດ ການວິໄຈທີ່ຖືກຕີພິມໃນວາລະສານ Science ເຜີຍວ່າ ແບັກທີເຣຍ ແລະ ເຊື້ອຣາສາມາດເອົາຕົວລອດຈາກໄຟປ່າໄດ້ ແລະ ເຊື່ອວ່າເຊື້ອໂຣກເຫຼົ່ານີ້ທີ່ຢູ່ໃນດິນສາມາດພັດພາມາສະສົມຢູ່ໃນຝຸ່ນຄວັນ ໜ່ວຍງານສາທາລະນະສຸກຄວນຮີບດ່ວນກວດສອບຄວັນຈາກໄຟປ່າເຫຼົ່ານີ້ດ່ວນ.

ສະຖາບັນ The US Centers for Disease Control ຄົ້ນພົບວ່າ ນັກດັບເພີງສ່ຽງຕິດເຊື້ອ coccidioidomycosis ທີ່ມາຈາກເຊື້ອຣາໃນດິນ ແລະ ຕິດຕໍ່ຜ່ານທາງອາກາດ.

ນັກວິທະຍາສາດຜູ້ທີ່ເຮັດການວິໄຈໄດ້ກວດສອບເຖິງຜົນກະທົບທີ່ອາດຈະເກີດຂຶ້ນດ້ວຍການຈັບຈຸລິນຊີໃນຄວັນໄຟມາກວດສອບ ຜົນທີ່ໄດ້ແມ່ນ ພວກເຂົາພົບວ່າໃນຄວັນໄຟມີແບັກທີເຣຍ 900 ຊະນິດ ແລະ ເຊື້ອຣາກວ່າ 100 ຊະນິດ ແລະ ຍິ່ງໄຟປ່າທີ່ມີຄວາມຮ້ອນແຮງສູງ ແບັກທີເຣຍທີ່ພົບໃນລະດັບຄວາມສູງ 300 ແມັດ ເໜືອໜ້ານ້ຳທະເລກໍຍິ່ງມີຫຼາຍຂຶ້ນ 60% ຂອງແບັກທີເຣຍເຫຼົ່ານີ້ລອດຊີວິດຢູ່ໃນຄວັນໄດ້.

ນັກວິທະຍາສາດເຊື່ອວ່າ ຈຸລິນຊີພວກນີ້ເກາະຕິດຝຸ່ນລະອອງ PM ໃນຄວັນມາ ແລະ ສົງໄສວ່າ ຝຸ່ນ PM ຈະເປັນຕົວການໃນການປົກປ້ອງຈຸລິນຊີພວກນີ້ຈາກຣັງສີ UV ທີ່ສາມາດທຳລາຍຈຸລິນຊີໄດ້.

ເຊື້ອໂຣກທີ່ມານຳຄວັນໄຟນັ້ນສາມາດກະຕຸ້ນໂຣກລະບົບທາງເດີນຫາຍໃຈໄດ້ເຊັ່ນ ຫອບຫືດ ແລະ ເປັນໄປໄດ້ວ່າຈະນຳມາເຊິ່ງໂຣກຕ່າງໆທີ່ກຳລັງກວດກາຢູ່.

ທີ່ມາ: https://www.facebook.com/environman.th/posts/3296547647140326