ຈີນເປີດເຜີຍ “ສົ່ງຍານສຳຫຼວດດາວອັງຄານ” ພົບວ່າຫ່າງຈາກໂລກກວ່າ 100 ລ້ານ ກມ ສາມາດເຮັດວຽກໄດ້ປົກກະຕິ


ວັນອັງຄານ ທີ 15 ທັນວາ 2020 ອົງການບໍລິຫານອະວະກາດແຫ່ງຊາດຈີນ (CNSA) ເປີດເຜີຍວ່າຂະນະນີ້ຍານສຳຫຼວດດາວອັງຄານທຽນເວິ່ນ-1 ຂອງຈີນມີໄລຍະຫ່າງຈາກພື້ນໂລກຫຼາຍກວ່າ 100 ລ້ານກິໂລແມັດ ແລະ ສາມາດເຮັດວຽກໄດ້ຕາມປົກກະຕິ.

ຍານສຳຫຼວດດາວອັງຄານອອກປະຕິບັດພາລະກິດໃນຫ້ວງອະວະກາດເປັນເວລາ 144 ມື້ ແລະ ເດີນທາງແລ້ວຫຼາຍກວ່າ 360 ລ້ານກິໂລແມັດ ໂດຍມີໄລຍະຫ່າງຈາກພື້ນໂລກຫຼາຍກວ່າ 100 ລ້ານກິໂລແມັດ ແລະ ຫ່າງຈາກດາວອັງຄານປະມານ 12 ລ້ານກິໂລແມັດ ເມື່ອນັບເຖິງ 21:00 ໂມງ ຂອງວັນຈັນ ທີ 14 ທັນວາ 2020 ຕາມເວລາປັກກິ່ງ.

ມີການຄາດການວ່າທຽນເວິ່ນ-1 ຈະມີໄລຍະຫ່າງຈາກພື້ນໂລກປະມານ 190 ລ້ານກິໂລແມັດ ເມື່ອເດີນທາງໃກ້ຮອດດາວອັງຄານ.

ຍານສຳຫຼວດລຳນີ້ປະສົບຄວາມສຳເລັດໃນການບັນທຶກຮູບພາບຂອງໂລກຄຽງຄູ່ດວງຈັນ ແລະ ຮູບເຊວຟີ ດຳເນີນການປັບວິຖີວົງໂຄຈອນ 3 ຄັ້ງ ເຄື່ອນທີ່ປ່ຽນວົງໂຄຈອນໃນອະວະກາດຫ້ວງເລິກ ແລະ ກວດສອບອຸປະກອນຕິດຕັ້ງຕ່າງໆເທິງຍານດ້ວຍຕົວເອງນັບຕັ້ງແຕ່ຖືກປ່ອຍຂຶ້ນສູ່ອະວະກາດເມື່ອວັນທີ 23 ກໍລະກົດ 2020 ທີ່ຜ່ານມາ.

ທັງນີ້ ອົງການບໍລິຫານອະວະກາດແຫ່ງຊາດຈີນ (CNSA) ເສີມວ່າທຽນເວິ່ນ-1 ຈະດຳເນີນການປັບວົງໂຄຈອນອີກຫຼາຍຄັ້ງ ແລະ ອາດຈະຜ່ອນຄວາມໄວເພື່ອເຂົ້າສູ່ວົງໂຄຈອນຂອງດາວອັງຄານໃນຊ່ວງກາງເດືອນກຸມພາ 2021.

ທີ່ມາ: https://liff.line.me/1454988218-NjbXbq18/v2/article/OBeE0j?utm_source=copyshare