ເມສຊີ – ໂຣນັນໂດ ຕິດຜົນໂຫວດທີມທີ່ດີທີ່ສຸດຕະຫຼອດການ ບັນລົງດໍ ດຣີມທີມ


France Football ວາລະສານ Football ຊື່ດັງຂອງຝຣັ່ງຈັດທີມທີ່ດີທີ່ສຸດຕະຫຼອດການ ຫຼື ບັນລົງດໍ ດຣີມ ທີມ ຜົນປະກົດວ່ານັກເຕະ Superstar ຍຸກປັດຈຸບັນ ທັ້ງ ລິໂອເນວ ເມສຊີ ແລະ ຄຣິສເຕຍໂນ ໂຣນັນໂດ ຕິດຢູ່ນຳ.

ສື່ດັງກ່າວເປັນເຈົ້າພາບໃນການຈັດຮາງວັນບັນລົງດໍ ແຕ່ວ່າໃນປີນີ້ຮາງວັນດັ່ງກ່າວຕ້ອງຍົກເລີກເນື່ອງຈາກການລະບາດຂອງໂຣກໂຄວິດ – 19.

ສົ່ງຜົນໃຫ້ France Football ໄດ້ເຊີນຜູ້ສື່ຂ່າວຈາກ 170 ປະເທດທົ່ວໂລກມາໂຫວດເລືອກ 11 ຜູ້ຫຼິ້ນທີ່ດີທີ່ສຸດຕັ້ງແຕ່ອະດີດຈົນເຖິງປັດຈຸບັນຂອງແຕ່ລະຕຳແໜ່ງເພື່ອຈັດທີມດີເດັ່ນຕະຫຼອດການເປັນກໍລະນີພິເສດຈົນໄດ້ທີມໃນລະບົບ 3 – 4 – 3 ຜູ່ຮັກສາປະຕູ Lev Yashin ຄື ຕຳນານນາຍດ່ານທີມຊາດລັດເຊຍຜູ່ລ່ວງລັບ ກອງຫຼັງ 3 ຄົນ ປະກອບດ້ວຍ ຄາຟູ ອະດີດແບັກຂວາທີມຊາດບາຊິວ, ຟຣານ ເບັກເຄນເບົາເອີ ອະດີດກອງຫຼັງທີມຊາດເຢຍລະມັນ ແລະ ເປົາໂລ ມັນດິນີ ອະດີດແບັກຊ້າຍທີມຊາດອີຕາລີ.

ຂະນະທີ່ກອງກາງ 4 ຄົນ ປະກອບດ້ວຍ ຊາບີ ເອນານເດດ ອະດີດມິດຟິວທີມຊາດສະເປນ, ໂລທາ ມັດເທອຸດ ອະດີດກັບຕັນທີມຊາດເຢຍລະມັນ, ເປເລ ອະດີດແຂ້ງເບີໜຶ່ງໂລກຕະຫຼອດການທີມຊາດບາຊິວ ແລະ ດິເອໂກ ມາຣາໂດນາ ອະດີດກັບຕັນທີມຊາດອາເຈນຕິນາຊຸດແຊ້ມບານເຕະໂລກໃນປີ 1986 ທີ່ເສຍຊີວິດໄປເມື່ອບໍ່ດົນມານີ້.

ສ່ວນແຜນແນວຮຸກ 3 ຄົນ ປະກອບດ້ວຍ 2 ນັກເຕະທີ່ດີທີ່ສຸດໃນປັດຈຸບັນຄື ລິໂອເນວ ເມສຊີ ແນວຮຸກທີມຊາດອາເຈນຕິນາ ແລະ ຄຣິສເຕຍໂນ ໂຣນັນໂດ ກອງໜ້າທີມຊາດໂປຣຕຸເກດ ອະດີດດາວຍິງທີມຊາດບາຊິວ.

ນອກຈາກນັ້ນແລ້ວ France Football ຍັງມີການຈັດທີມດີເດັ່ນອີກ 2 ທີມ ເຊິ່ງທີມທີ່ 2 ປະກອບດ້ວຍ

Gianluigi Buffon, Carlos Alberto, Franco Baresi, Roberto Carlos, Cinedine Zidane, Andrea Pirlo, Frank Rijekard, Alfredo di Stefano, Carrincha, Johan Cruyff ແລະ Ronaldinho.

ສ່ວນທີມທີ່ 3 ປະກອບດ້ວຍ Manuel Neuer, Philippe  Lahm, Sergio Ramos, Paul Brightner, Michelle.  Platini, John Nisgens, Didi, Andres Iniesta, George Best, Marco Van Basten and Thierry Henry.

ຫຼັງການປະກາດທີມດີເດັ່ນ ເມສຊີ ກ່າວເຖິງຄວາມຮູ້ສຶກວ່າ “ສຳຫຼັບຂ້ອຍມັນເປັນກຽດຢ່າງຍິ່ງທີ່ໄດ້ເປັນໜຶ່ງໃນ 11 ຄົນຂອງບັນລົງດໍດຣີມທີມ ຂ້ອຍຢາກຈະຂອບໃຈທີ່ເລືອກຂ້ອຍ ແລະ ຂໍສະແດງຄວາມຍິນດີກັບຜູ້ຫຼິ້ນທຸກຄົນທີ່ໄດ້ຮັບເລືອກໃນອີກ 2 ທີມ ແລະ ທຸກໆຮາງວັນ”

ສ່ວນ ໂຣນັນໂດ ລະບຸເຖິງຄວາມຮູ້ສຶກຄືກັນວ່າ “ຂ້ອຍຮູ້ສຶກເປັນກຽດຫຼາຍທີ່ໄດ້ເປັນສ່ວນໜຶ່ງຂອງທີມທີ່ດີທີ່ສຸດຕະຫຼອດການ France Football ນີ້ຄືດຣີມທີມທີ່ດີ ພວກເຂົາທຸກຄົນສົມຄວນໄດ້ຮັບການເຄົາລົບ ແລະ ຍ້ອງຍໍຈາກຂ້ອຍ ແນ່ນອນຂ້ອຍພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງຜູ້ຫຼິ້ນທີ່ມີຄວາມພິເສດ ຂໍຂອບໃຈ”

ທີ່ມາ: https://liff.line.me/1454988218-NjbXbq18/v2/article/ErNDLY?utm_source=copyshare