ງານວິໄຈລະບຸ ແມວມັກສະແດງອອກທາງໃບໜ້າເລື້ອຍໆ ແຕ່ມະນຸດຫຼາຍຄົນຕີຄວາມໝາຍບໍ່ອອກ


ເຄີຍສົງໄສບໍ່ວ່າ ໂຕເອງເດົາໃຈແມວເກັ່ງສຳ່ໃດ? ມີງານວິໄຈສະບັບໜຶ່ງທີ່ຄົ້ນພົບວ່າ ມະນຸດຫຼາຍຄົນບໍ່ສາມາດຕີຄວາມໝາຍການສະແດງອອກທາງສີໜ້າຂອງບັນດານ້ອງແມວໄດ້ ເຖິງແມ່ນວ່າພວກນ້ອງຈະມັກສະແດງອອກທາງໃບໜ້າກໍຕາມ.

ປະເດັນຄື ທີມນັກວິໄຈຈາກ University of Guelph ປະເທດແຄນນາດາ ໄດ້ເຮັດການທົດລອງກັບກຸ່ມຕົວຢ່າງກວ່າ 6.000 ຄົນ ທີ່ສ່ວນໃຫຍ່ແລ້ວເປັນຄົນທີ່ລ້ຽງແມວ ໃຫ້ມາເຮັດແບບທົດສອບວ່າພວກເຂົາຈະສາມາດເດົາສີໜ້າຂອງແມວຕ່າງໆ ທີ່ຢູ່ມີຄິບວີດີໂອໄດ້ຖືກຕ້ອງແລະແມ່ນຍຳຫຼາຍສຳ່ໃດ.

ຜົນທີ່ອອກມາຄື ກຸ່ມຕົວຢ່າງ 87% ໄດ້ຄະແນນບໍ່ຮອດ 60% ເຊິ່ງໜ້າຈະໝາຍຄວາມວ່າມີກຸ່ມຕົວຢ່າງຈຳນວນບໍ່ໜ້ອຍທີ່ຍັງບໍ່ສາມາດເຂົ້າເຖິງຄວາມຮູ້ສຶກ ແລະ ການສະແດງອອກທາງໃບໜ້າຂອງແມວໄດ້ປານໃດ

“ແມວມັກຈະໃຊ້ໃບໜ້າເປັນການສື່ສານສິ່ງຕ່າງໆ ກັບພວກເຮົາ ແລະ ຖ້າທ່ານມີທັກສະທີ່ດີພຽງພໍ ທ່ານຈະສັງເກດສິ່ງເຫລົ່ານັ້ນໄດ້” Georgia Mason ນັກຊີວະວິທະຍາທາງພຶດຕິກຳ ທີ່ເປັນຜູ້ນຳເຮັດງານວິໄຈສະບັບນີ້ລະບຸ.

ແນວໃດກໍຕາມ ຍັງມີກຸ່ມຕົວຢ່າງປະມານ 13 % ທີ່ຕອບໄດ້ຖືກຕ້ອງກ່ຽວກັບການສະແດງອອກທາງສີໜ້າຂອງແມວ ນັ້ນກໍອາດຈະແປວ່າ ຍັງມີຄົນທີ່ຊ່ຽວຊານດ້ານຄວາມເຂົ້າໃຈຄວາມຮູ້ສຶກແມວຢູ່ແທ້ໆ.

ແລ້ວເຈົ້າເດ ເຄີຍເດົາໃຈແມວຂອງເຈົ້າອອກບໍ່? ວ່າສີໜ້າຂອງມັນຕ້ອງການອີຫຍັງແດ່?

ທີ່ມາ: https://www.facebook.com/thematterco/photos/a.1735876059961122/2439011246314263/?_rdc=1&_rdr