ນິວຊີແລນປະກາດສະພາວະສຸກເສີນໂລກຮ້ອນ!


ຈາຊິນດາ ອາເດິນ ນາຍົກລັດຖະມົນຕີນິວຊີແລນ ປະກາດພາວະສຸກເສີນໂລກຮ້ອນ ຊຸກດັນພາກລັດໃຫ້ເລັ່ງໃສ່ເປົ້າໝາຍຄາບອນສູນໃນອີກ 5 ປີ.

ໂດຍຈາກການຖະແຫຼງການຄັ້ງນີ້ ນິວຊີແລນສັນຍາວ່າຈະຊຸກດັນໃຫ້ພາກລັດເຮັດວຽກພາຍໃຕ້ກົດໝາຍການປ່ອຍແກ໊ສເຮືອນແກ້ວໃຫ້ເປັນສູນພາຍໃນປີ 2025 ເຊິ່ງຖືວ່າເປັນການເຄື່ອນໄຫວທີ່ສຳຄັນ ແລະ ທ້າທາຍຫຼາຍ ຈົນນັກວິຈານຊີ້ວ່າ ນິວຊີແລນອາດຈະຕ້ອງດຳເນີນແຜນຢ່າງໜັກໜ່ວງເພື່ອລົດການປ່ອຍໃຫ້ໄດ້ຕາມເປົ້າ.

ຈາຊິນດາ ອາເດິນ ກ່າວວ່າ ປະກາດພາວະສຸກເສີນສະບັບນີ້ ສອດຄ່ອງກັບເປົ້າໝາຍຂອງຄະນະກຳມະການ ລະຫວ່າງ ລັດຖະບານວ່າດ້ວຍການປ່ຽນແປງພູມອາກາດ ທີ່ຈະລົດບໍ່ໃຫ້ອຸນຫະພູມໂລກຂຶ້ນສູງກວ່າເກນ 1.5 ອົງສາ ແລະ ລົດການປ່ອຍແກ໊ສຄາບອນໃຫ້ໜ້ອຍລົງກວ່າປີ 2010 45% ພາຍໃນປີ 2023 ໄປຈົນເຖິງປ່ອຍຄາບອນເປັນສູນໃນປີ 2025.

“ການປະກາດຄັ້ງນີ້ເກີດຂຶ້ນເພື່ອປະຊາຊົນຍຸກຕໍ່ໄປ ມັນເປັນການສະແດງວ່າເຮົາຄຳນຶງເຖິງພາລະທີ່ເຮົາອາດຈະສ້າງໃຫ້ລູກຫຼານເຮົາກໍເປັນໄດ້ ຖ້າເຮົາບໍ່ເຮັດໃຫ້ມັນຖືກຕ້ອງ ແລະ ອອກມາດຳເນີນການ” ຈາຊິນດາ ອາເດິນກ່າວ.

ເຊິ່ງຫຼັງຈາກການຫາລືເລື່ອງປະກາດດັ່ງກ່າວມາຫຼາຍຊົ່ວໂມງ ສຽງສ່ວນຫຼາຍໃນສະພາກໍມີມະຕິໃຫ້ປະກາດສະພາວະສຸກເສີນໄດ້ ແຕ່ກໍຍັງມີພັກ Natonal ທີ່ໂຫວດຄັດຄ້ານ ແລະ ຊີ້ວ່າ “ເປັນການໃຊ້ຄຳເວົ້າທີ່ຫຼາຍກວ່າການກະທຳ”

ການປະກາດສະພາວະສຸກເສີນສະພາບພູມອາກາດປ່ຽນແປງຫຼ້າສຸດທີ່ເກີດຂຶ້ນ ຈຶ່ງສົ່ງນິວຊີແລນເຂົ້າຮ່ວມກັບອີກ 32 ປະເທດ ບໍ່ວ່າຈະເປັນປະເທດຍີ່ປຸ່ນ, ແຄນນາດາ, ຝຣັ່ງ, ສະຫະລາຊະອານາຈັກ ທີ່ໄດ້ອອກມາປະກາດສະພາວະສຸກເສີນໂລກຮ້ອນ ແລະ ມຸ່ງເປົ້າໝາຍຍຸຕິການປ່ອຍແກ໊ສເຮືອນແກ້ວກ່ອນໜ້ານີ້.

ທີ່ມາ: https://www.facebook.com/environman.th/posts/3256662614462163