ຄູສອນດຳນ້ຳຊາວຍີ່ປຸ່ນຄົ້ນພົບປິລະມິດໃຕ້ນ້ຳໃນຍີ່ປຸ່ນ


ຄູສອນດຳນ້ຳໃນຍີ່ປຸ່ນຄົນໜຶ່ງ ໄດ້ໄປຄົ້ນພົບປິລະມິດ ຢູ່ໃຕ້ນ້ຳ ໂຍນາກຸນິ ໃນແຖບຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນ.

ມັນມີຂະໜາດໃຫຍ່ ແລະ ຕັ້ງຢູ່ມາດົນ ດົນຈົນຕ້ອງຍ້ອນກັບໄປຍຸກ Ice Age (ຍຸກນໍ້າກ້ອນ) ປິລະມິດດັ່ງກ່າວເປັນຮູບຊົງເລຂາຄະນິດຢ່າງຊັດເຈນ ແລະ ມີຂັ້ນໄດ ຫິນບາງກ້ອນຖືກທັບຊ້ອນກັນ ເພື່ອໃຫ້ເປັນອຸມົງ ຄືກັບປິລະມິດກີຊາ.

ແຕ່ຢ່າງໃດກໍຕາມ ການຄົ້ນພົບຄັ້ງນີ້ກໍຍັງບໍ່ໄດ້ຖືກຢືນຢັນ ຫຼື ຮັບຮອງວ່າ ເກີດຈາກຝີມືຂອງມະນຸດ ນັກບູຮານວິທະຍາບາງສ່ວນບອກວ່າ ມັນເກີດຈາກການເຄື່ອນຕົວຂອງແຜ່ນເປືອກໂລກ ຫຼື ອາດເກີດຈາກການກັດເຊາະຂອງນ້ຳ ແລະ ແກ໊ສ ເປັນເວລາຍາວນານ.

ແຕ່ອາຈານຜູ່ທີ່ຄົ້ນພົບ ເຂົາກໍຍັງຢືນຢັນວ່າ ນີ້ແມ່ນສິ່ງກໍ່ສ້າງທີ່ເກີດຈາກອະລິຍະທຳເກົ່າແກ່ຂອງມະນຸດ.

ທີ່ມາ: https://www.facebook.com/groups/thewildchronicles/permalink/1150093312076886/