ໜຸ່ມອາເມຣິກາຈິດອາສາ ໃຊ້ໂດຣນບິນຕາມຫານ້ອງໝາທີ່ຫຼົງເຂົ້າໄປໃນປ່າຈົນພົບ


ເລື່ອງລາວໜ້າຮັກນີ້ ເກີດຂຶ້ນທີ່ອາເມຣິກາ ເມື່ອໜຸ່ມຈິດອາສາໃຊ້ໂດຣນຊອກຫານ້ອງໝາທີ່ຫຼົງເຂົ້າໄປໃນປ່າເຖິງ 10 ວັນ! ໃນລະຫວ່າງທີ່ໂດຣນບິນຢູ່ເໜືອຍອດໄມ້ ກໍໄປພົບກັບກ້ອນຂາວໆຢູ່ກາງປ່າ ນັ້ນແມ່ນນ້ອງໝາທີ່ຫາຍໄປນັ້ນເອງ!

ຊາຍໜຸ່ມທີ່ພົບນ້ອງໝາໂຕນີ້ມີຊື່ວ່າ Brian James ຈາກ Cairo, New York ລາວເຫັນປະກາດຫາໝາທີ່ມີຊື່ວ່າ Meadow ອາຍຸ 1 ປີ ສີຂາວ ພັນ Golden Retriever ເທິງໂຊຊຽວມີເດຍ ທີ່ຄອບຄົວ Morgan ປະກາດຕາມຫາ ລາວຈຶ່ງຕັດສິນໃຈເຂົ້າໄປໃນກຸ່ມເພື່ອຊ່ວຍຕາມຫາມັນກັບຄືນມາ.

James ເອງລາວມີໃບອະນຸຍາດເດີນປ່າ ແລະ ບິນໂດຣນ ເຜີຍວ່າ “ຂ້ອຍຄິດວ່າມັນໜ້າຈະງ່າຍ ຖ້າຕາມຫານ້ອງຈາກມຸມສູງ ກ່ອນທີ່ຫິມະຈະຕົກ”

James ຟ້າວເດີນທາງຈາກເຂດ Cairo, New York ໄປທີ່ Andes, New York ທັນທີ ແລະ ໃຊ້ໂດຣນທີ່ມີ ບິນສຳຫຼວດປ່າທີ່ມີຄົນຊີ້ວ່າພົບເຫັນນ້ອງໝາໂຕນີ້ເປັນຄັ້ງສຸດທ້າຍ, ຈົນໃນທີ່ສຸດທ່າມກາງຕົ້ນໄມ້ສີນ້ຳຕານ ລາວກໍໄປພົບກັບກ້ອນຂາວໆກ້ອນໜຶ່ງ ເຊິ່ງພໍບິນລົງໄປເບິ່ງໃກ້ໆແລ້ວ ມັນແມ່ນນ້ອງໝາທີ່ເຂົາກຳລັງຕາມຫາຢູ່ນັ້ນເອງ.

James ຮີບຮ້ອນແລ່ນໄປຍັງບ່ອນທີ່ເຂົາພົບນ້ອງໝາທັນທີ ເພື່ອຊ່ວຍເຫຼືອອອກມາ ເຊິ່ງໂຊກດີທີ່ນ້ອງໝາ Meadow ທີ່ຫາຍໄປ 10 ວັນບໍ່ໄດ້ຮັບບາດເຈັບໃດໆ. ໃນທີ່ສຸດ Meadow ກໍໄດ້ກັບມາຢູ່ພ້ອມໜ້າພ້ອມຕາກັບຄອບຄົວ Morgan ອີກຄັ້ງ.

ຄອບຄົວ Morgan ກ່າວກັບ James ຜູ່ທີ່ເຂົາບໍ່ເຄີຍຮູ້ຈັກມາກ່ອນຢ່າງຊຶ້ງໃຈວ່າ “ພວກເຮົາດີໃຈຫຼາຍທີ່ Brian ອາສາມາຊ່ວຍ ແລະ ກໍພົບໝາຂອງພວກເຮົາໃນທີ່ສຸດ”

ຂອບໃຈຂໍ້ມູນຈາກ:

https://abcnews.go.com/US/man-drone-rescue-dog-lost-10-days-woods/story?id=74390049&fbclid=IwAR2aPNiICsdrIUhso7ZWhAK4esfIGsNu1FEcoLF7D-m7b2OFGYSAIzzbrIc

https://www.facebook.com/environman.th/posts/3279583305503427